ການພົບເຫັນ, ແກ້ໄຂການຜິດພາດຕ້ອງສືບຕໍ່ປະຕິບັດຢ່າງເຄັ່ງຄັດ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)
ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟູມເຟືອຍ, ສິ່ງຍໍ້ທໍ້ (ຄະນະຊີ້ນຳ) ໄດ້ຈັດວາລະປະຊຸມຄັ້ງທີ 30 ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ໝາກຜົນການປະຕິບັດໂຄງການວຽກງານໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2026 ພ້ອມກັບເນື້ອໃນສຳຄັນຈຳນວນໜຶ່ງ.
ທີ່ກອງປະຊຸມ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການພົບເຫັນ, ແກ້ໄຂການຜິດພາດຕ້ອງສືບຕໍ່ປະຕິບັດຢ່າງເຄັ່ງຄັດ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ, ພ້ອມກັນນັ້ນ ກໍ່ເອົາໃຈໃສ່ກວ່າເຖິງການກູ້ຄືນຊັບສິນ. ກ່ຽວກັບໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງວ່າ:
“ຕ້ອງຍູ້ແຮງຂະບວນການປ້ອງກັນ, ສະກັດກັ້ນແຕ່ໄວແຕ່ໄກຕິດພັນກັບການຄວບຄຸມສິດອຳນາດຂັ້ນຮາກຖານ, ຕິດຕາມກວດກາດ້ວຍຂໍ້ມູນ. ບັນດາຄະນະພັກແຂວງ, ຄະນະພັກນະຄອນ, ຄະນະຊີ້ນຳຂັ້ນແຂວງ ເພີ່ມທະວີການຄວບຄຸມສິດອຳນາດ, ຕິດຕາມການປະຕິບັດໜ້າທີ່, ສິດຂອງຂັ້ນຮາກຖານຢ່າງເປັນປະຈຳ, ການຈັດແບ່ງຂັ້ນ, ຈັດແບ່ງສິດຢ່າງເຂັ້ມແຂງແມ່ນມີຄວາມຈຳເປັນເພື່ອຮັບໃຊ້ປະຊາຊົນ, ວິສາຫະກິດຢ່າງວ່ອງໄວກວ່າ, ຕິດແທດກວ່າ ແລະ ມີປະສິດທິຜົນກວ່າ”.
(ແຫຼ່ງຄັດຈາກ VOV)