ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ: ຍູ້ແຮງການປ້ອງກັນ, ສະກັດກັ້ນແຕ່ໄວແຕ່ໄກ, ຕິດພັນກັບການຄວບຄຸມສິດອຳນາດຂັ້ນຮາກຖານ, ຕິດຕາມກວດກາດ້ວຍຂໍ້ມູນ

ການພົບເຫັນ, ແກ້ໄຂການຜິດພາດຕ້ອງສືບຕໍ່ປະຕິບັດຢ່າງເຄັ່ງຄັດ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າ​ວ​ຄຳ​ເຫັນ​ທີ່ກອງປະຊຸມ)

ຕອນ​ເຊົ້າ​ວັນ​ທີ 18 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທີ່ ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ​້​​ລາດ​ບັ​ງ​ຫຼວງ, ຟູມ​ເຟືອຍ, ສິ່ງ​ຍໍ້​ທ​ໍ້ (ຄະ​ນະ​ຊີ້​ນຳ) ໄດ້​ຈັດ​ວາ​ລະ​ປ​ະ​ຊ​ຸມ​ຄັ້ງ​ທີ 30 ເພື່ອ​ປຶກ​ສາ​ຫາ​ລື, ປະ​ກອບ​ຄ​ຳ​ເຫັນ​ໃສ່ໝາກ​ຜົນ​ການ​ປະ​ຕິ​ບັດ​ໂຄງ​ການ​ວຽກງານ​ໃນ 6 ເດືອນ​ຕົ້ນ​ປີ ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຈຸ​ດ​ສຸມ​ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ 2026 ພ້​ອມ​ກັບ​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ.

ທີ່ກອງ​ປະ​ຊຸມ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ພົບ​ເຫັນ, ແກ້​ໄຂການ​ຜິດ​ພາດ​ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຄັດ, ບໍ່​ມີ​ເຂດ​ຫ້າມ, ບໍ່​ມີ​ການ​ຍົກ​ເວັ້ນ, ພ້ອມ​ກັນ​ນັ້ນ ກໍ່ເອົາ​ໃຈ​ໃສ່​ກວ່າ​ເຖິງ​ການ​ກ​ູ້​ຄືນ​ຊັບ​ສິນ. ກ່ຽວ​ກັບ​ໜ້າ​ທີ່​ຈຸດ​ສຸມ​ໃ​ນ 6 ເດືອນ​ທ້າຍ​ປີ 2026, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງວ່າ:

“ຕ້ອງ​ຍູ້​ແຮງ​ຂະ​ບວນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ແຕ່​ໄວ​ແຕ່​ໄກຕິດ​ພ​ັນ​ກັບ​ການ​ຄວບ​ຄຸມ​ສິດ​ອຳ​ນາດ​ຂັ້ນ​ຮາກ​ຖານ, ຕິດ​ຕາມກວດ​ກາ​ດ້ວຍ​ຂໍ້​ມູນ. ບັນ​ດາ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ພັກ​ນະ​ຄອນ, ຄະ​ນະຊີ້​ນຳ​ຂັ້ນ​ແຂວງ ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ສິດ​ອຳ​ນາດ, ຕິດ​ຕາມ​ການ​ປະ​ຕິ​ບັດ​ໜ້າ​ທີ່​, ສິດ​ຂ​ອງ​ຂັ້ນ​ຮາກ​ຖານ​ຢ່າງເປັນ​ປະ​ຈຳ, ​ການຈັດ​ແບ່ງ​ຂັ້ນ, ຈັດ​ແບ່ງ​ສິດ​ຢ່າງ​ເຂັ້ມ​ແຂງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ຢ່າງວ່ອງ​ໄວກວ່າ, ຕິດ​ແທດກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ”.


top