ທ່ານປະທານາທິບໍດີ Vladimir Putin ໄດ້ຊົມເຊີຍບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ແລະ ເນັ້ນໜັກເຖິງບົດບາດຂອງ ອາຊຽນ ໃນການພົວພັນກັບສາກົນ.
(ທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ ຕ້ອນຮັບຄະນະຜູ້ແທນ ອາຊຽນ)
ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ນະຄອນ Kazan, ສ. Tatarstan, ສະຫະພັນ ລັດເຊຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນການພົວພັນ ອາຊຽນ - ລັດເຊຍ. ເຂົ້າຮ່ວມວາລະປະຊຸມມີທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ, ທ່ານ Kao Kim Hourn, ເລຂາທິການໃຫຍ່ ອາຊຽນ, ຫົວໜ້າຄະນະຜູ້ແທນບັນດາປະເທດສະມາຊິກ ອາຊຽນ.
ພິທີໄຂກອງປະຊຸມ, ທ່ານປະທານາທິບໍດີ Vladimir Putin ໄດ້ຊົມເຊີຍບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ແລະ ເນັ້ນໜັກເຖິງບົດບາດຂອງ ອາຊຽນ ໃນການພົວພັນກັບສາກົນ. ການນຳ ລັດເຊຍ ໄດ້ປະກາດໂຄງການດຳເນີນງານຄົບຄະນະ, ຕາມນັ້ນແລ້ວ, ເນື້ອໃນປຶກສາຫາລືຈະສຸມໃສ່ບັນດາບັນຫາພາກພື້ນ ແລະ ສາກົນໃນປະຈຸບັນ, ຕີລາຄາໝາກຜົນການຮ່ວມມື ລັດເຊຍ - ອາຊຽນ ໃນໄລຍະ 35 ປີຜ່ານມາ, ແລະ ບັນດາການກຳນົດທິດ, ເປົ້າໝາຍ ແລະ ໜ້າທີ່ໃນອະນາຄົດຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ອາຊຽນ.
ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນການແກ້ໄຂບັນດາຄວາມບໍ່ລົງລອຍກັນ,ການປະທະກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຊົມເຊີຍຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບສະພາບການຢູ່ ຕາເວັນອອກກາງ. ທ່ານນາຍົກລັດຖະມົນຕີໄດ້ຍົກອອກການກຳນົດທິດຈຳນວນໜຶ່ງ ເພື່ອແນໃສ່ຊຸກຍູ້ການພົວພັນ ອາຊຽນ - ລັດເຊຍ ໃຫ້ມີປະສິດທິຜົນ ແລະ ແທ້ຈິງ, ຄື: ຍົກລະດັບຍຸດທະສາດການພົວພັນຜ່ານການຈັດກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ປະຈຳປີ, ເພີ່ມທະວີການພົວພັນລະຫວ່າງ AIPA ແລະ ສະພາແຫ່ງຊາດ ລັດເຊຍ; ຮ່ວມມືກັນຢ່າງແທດຈິງກວ່າ ຜ່ານການແກ້ໄຂບັນດາຮົ້ວກີດຂວາງດ້ານ logistics, ນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເປັນ 45 ຕື້ USD ໃນປີ 2035; ຍົກສູງກຳລັງເຂັ້ມແຂງດ້ວຍຕົນເອງ ແລະ ກຳລັງຕ້ານທານ; ປະກອບສ່ວນເຂົ້າໃນການຜັນຂະຫຍາຍສົນທິສັນຍາ ຮ່າໂນ້ຍ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ.
ສິ້ນສຸດກອງປະຊຸມ, ບັນດາການນຳ ອາຊຽນ ແລະ ລັດເຊຍ ໄດ້ເຫັນດີຮັບຮອງເອົາຖະແຫຼງການ Kazan 2026 “ອາຊຽນ - ລັດເຊຍ: ສາມັກຄີໃນຄວາມເປັນຫຼາຍຮູບຫຼາຍແບບ - 35 ປີແຫ່ງການຮ່ວມເດີນທາງ”, ຖະແຫຼງການ ອາຊຽນ - ລັດເຊຍ ກ່ຽວກັບການຮ່ວມມືດ້ານພະລັງງານ ແລະ ຖະແຫຼງການ ອາຊຽນ - ລັດເຊຍ ກ່ຽວກັບການຮ່ວມມືດ້ານວັດທະນະທຳ, ພ້ອມກັບແຜນການປະຕິບັດງານ ອາຊຽນ - ລັດເຊຍ ໄລຍະ 2026 – 2030.
(ແຫຼ່ງຄັດຈາກ VOV)