ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມວາລະປະຊຸມຄົບຄະນະກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນການພົວພັນ ອາຊຽນ - ລັດເຊຍ

ທ່ານປະທານາທິບໍດີ Vladimir Putin ໄດ້ຊົມເຊີຍບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ແລະ ເນັ້ນໜັກເຖິງບົດບາດຂອງ ອາຊຽນ ໃນການພົວພັນກັບສາກົນ.
(ທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ ອາ​ຊຽນ)

ຕອນ​ເຊົ້າ​ວັນ​ທີ 18 ມິ​ຖຸ​ນາ, ຢູ່​ນະ​ຄອນ Kazan, ສ. Tatarstan, ສະ​ຫະ​ພັນ ລັດ​ເຊຍ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມວ​າ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະ​ຫຼອງ 35 ປີ​ແຫ່ງວັນ​ກາ​ນ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ. ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ມີ​ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ, ທ່ານ Kao Kim Hourn, ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ.

ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໄດ້​ຊົມ​ເຊີຍ​ບັນ​ດາ​ຜູ້​ແທນ​ທີ່​​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ແລະ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ການ​ພົວ​ພັນ​ກັບ​ສາ​ກົນ. ການ​ນຳ ລັດ​ເຊຍ ໄດ້​ປະ​ກາດ​ໂຄງ​ການ​ດຳ​ເນີນ​ງານ​ຄົບ​ຄະ​ນະ, ຕາມນັ້ນ​ແລ້ວ, ເນື້ອ​ໃນ​ປຶກ​ສາ​ຫາ​ລື​ຈະ​ສຸມ​ໃສ່​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ໃນ​ປ​ະ​ຈຸ​ບັນ, ຕີ​ລ​າ​ຄາ​ໝາກ​ຜົນ​ການ​ຮ່ວມ​ມື ລັດ​ເຊຍ - ອາ​ຊຽນ ໃນໄລ​ຍະ 35 ປີ​ຜ່ານ​ມາ, ແລະ ບັນ​ດາ​ການ​ກຳ​ນົດ​ທິດ, ເປົ້າ​ໝາຍ ແລະ ໜ້າ​ທີ່​ໃນ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລັດ​ເຊຍ - ອາ​ຊຽນ.

ໃນ​ບົດ​ກ່າວ​ປາ​ໄສ​ທີ່ກອງ​ປະ​ຊຸມ, ທ່ານ​ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢືນ​ຢັນ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ດາຄ​ວາມບໍ່​ລົງ​ລອຍກັນ,​ການ​ປ​ະ​ທະ​ກັນໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຫວຽດ​ນາມ ຊົມ​ເຊີຍ​ຂໍ້​ຕົກ​ລົງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຕາ​ເວັນ​ອອກ​ກາງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຍົກ​ອອກ​ການ​ກຳ​ນົດ​ທິດ​ຈຳ​ນວນ​ໜຶ່ງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ແທ້​ຈິງ, ຄື: ຍົກ​ລະ​ດັບ​ຍຸ​ດ​ທະ​ສາດ​ການ​ພົວ​ພັນ​ຜ່ານ​ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ອ​າ​ຊຽນ - ລັດ​ເຊຍ ປະ​ຈຳ​ປີ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ AIPA ແລະ ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ; ຮ່ວມ​ມື​ກັນ​ຢ່າງ​ແທ​ດ​ຈິງກວ່າ ຜ່ານ​ການ​ແກ້​ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ logistics, ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ຂຶ້ນ​ເປັນ 45 ຕື້ USD ໃນ​ປີ 2035; ຍົກ​ສູງ​ກຳ​ລັງ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ກຳ​ລັງ​ຕ້ານ​ທານ; ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ຜັນ​ຂະ​ຫຍາຍ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບ​ີ.

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ການ​ນຳ ອາ​ຊຽນ ແລະ ລັດ​ເຊຍ ໄດ້​ເຫັນ​ດີ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ Kazan 2026 “ອາ​ຊຽນ - ລັດ​ເຊຍ: ສາ​ມັກ​ຄີ​ໃນ​ຄວາມ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ - 35 ປີ​ແຫ່ງ​ການ​ຮ່ວມ​ເດີນ​ທາງ”, ຖະ​ແຫຼງ​ການ ອາ​ຊຽນ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ ແລະ​ ຖະ​ແຫຼງ​ການ ອາ​ຊຽນ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານວັດ​ທະ​ນະ​ທຳ, ພ້ອມ​ກັບ​ແຜນ​ການ​ປະ​ຕິ​ບັດ​ງານ ອາ​ຊຽນ - ລັດ​ເຊຍ ໄລ​ຍະ 2026 – 2030.


top