• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອອກຄຳສັ່ງເລີ່ມລົງມືກໍ່ສ້າງຂົວ ຕືລຽນ, ຮ່າໂນ້ຍ

ຮ່າໂນ້ຍ ບໍ່ພຽງແຕ່ແມ່ນສູນກາງການເມືອງເທົ່ານັ້ນ, ຫາກຍັງແມ່ນສູນກາງເສດຖະກິດ, ວັດທະນະທຳ, ທ່ອງທ່ຽວອີກດ້ວຍ
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ)

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຂົວ ຕືລຽນ ແລະ ເສັ້ນທາງຈາກຖະໜົນ ງີຕາມ ໄປຍັງຖະໜົນ ເຈື່ອງຊາ, ຮ່າໂນ້ຍ.

ກ່າວຄຳເຫັນທີ່ເຫດການ ແລະ ອອກຄຳສັ່ງເລີ່ມລົງມືກໍ່ສ້າງໂຄງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ຮ່າໂນ້ຍ ບໍ່ພຽງແຕ່ແມ່ນສູນກາງການເມືອງເທົ່ານັ້ນ, ຫາກຍັງແມ່ນສູນກາງເສດຖະກິດ, ວັດທະນະທຳ, ທ່ອງທ່ຽວອີກດ້ວຍ, ສະນັ້ນ, ການລົງທຶນກໍ່ສ້າງຂົວ ຕືລຽນ ໄດ້ສ້າງການເຊື່ອມຕໍ່ ແລະ ພັດທະນາເສດຖະກິດ - ສັງຄົມບັນດາເມືອງຂອງ ຮ່າໂນ້ຍ; ເຊື່ອມຕໍ່ບັນດາແຂວງ, ນະຄອນໃນເຂດ, ເຊື່ອມຕໍ່ທົ່ວປະເທດ ແລະ ເຊື່ອມຕໍ່ກັບສາກົນຜ່ານສະໜາມບິນສາກົນ ໂນ້ຍບາຍ, ສະໜາມບິນ ຢາບິ່ງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ອຳນາດການປົກຄອງນະຄອນ ຮ່າໂນ້ຍ ມານະພະຍາຍາມປະຕິບັດສຳເລັດວຽກງານບຸກເບີກໜ້າພຽງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາຫົວໜ່ວຍຜັນຂະຫຍາຍໂຄງການຂົວ ຕືລຽນ ບັນລຸຜົນສຳເລັດ, ກາຍເປັນກິດຈະກຳສັນຍາລັກໃໝ່ຂອງນະຄອນຫຼວງ.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top