• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຄັດເລືອກຄູ່ຮ່ວມມື, ເຕັກໂນໂລຊີ ທີ່ເໝາະສົມ ເພື່ອຈັດຕັ້ງຜັນຂະຫຍາຍ ໂຄງການໄຟຟ້ານິວເຄຼຍ ນິງທ້ວນ 2

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃນໄລຍະຈະມາເຖິງໃຫ້ ກະຊວງອຸດສາຫະກຳ-ການຄ້າ ເຮັດສຳເລັດເອກະສານ, ລາຍງານເລື່ອງຢຸດຕິການຮ່ວມມືກ່ຽວກັບການລົງທຶນກໍ່ສ້າງໂຮງງານໄຟຟ້ານິວເຄຍ ນິງທ້ວນ 2 ກັບຄູ່ຮ່ວມມືກ່ອນໜ້ານີ້ ແລະ ກຽມພ້ອມການເຈລະຈາໃຫ້ຖືກຕາມຂໍ້ກຳນົດຂອງກົດໝາຍສົນທິສັນຍາສາກົນ ແລະ ກົດໝາຍທີ່ກ່ຽວຂ້ອງ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ

ຕ້ອງຄັດເລືອກຄູ່ຮ່ວມມື, ເຕັກໂນໂລຊີ ທີ່ເໝາະສົມໂດຍໄວເພື່ອຜັນຂະຫຍາຍໂຄງການໄຟຟ້ານິວເຄຍ ນິງທ້ວນ 2. ນີ້ແມ່ນການຊີ້ນຳຂອງ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຢູ່ວາລະປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳ ການກໍ່ສ້າງໂຮງງານໄຟຟ້ານິວເຄຍ, ທີ່ຈັດຂຶ້ນໃນວັນທີ 7 ມັງກອນ ຢູ່ ສຳນັກງານຫ້ອງວ່າການລັດຖະບານ (ຮ່າໂນ້ຍ).

ທີ່ວາລະປະຊຸມ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃນໄລຍະຈະມາເຖິງໃຫ້ ກະຊວງອຸດສາຫະກຳ-ການຄ້າ ເຮັດສຳເລັດເອກະສານ, ລາຍງານເລື່ອງຢຸດຕິການຮ່ວມມືກ່ຽວກັບການລົງທຶນກໍ່ສ້າງໂຮງງານໄຟຟ້ານິວເຄຍ ນິງທ້ວນ 2 ກັບຄູ່ຮ່ວມມືກ່ອນໜ້ານີ້ ແລະ ກຽມພ້ອມການເຈລະຈາໃຫ້ຖືກຕາມຂໍ້ກຳນົດຂອງກົດໝາຍສົນທິສັນຍາສາກົນ ແລະ ກົດໝາຍທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ສ້າງແຜນງານການເຈລະຈາສຳລັບ ບັນດາເນື້ອໃນທີ່ຍັງບໍ່ທັນເປັນເອກະພາບເພື່ອແລກປ່ຽນ, ເຈລະຈາກັບບັນດາຄູ່ຮ່ວມມືກ່ຽວກັບການຮ່ວມມືລົງທຶນກໍ່ສ້າງໂຮງງານໄຟຟ້ານິວເຄຍ ນິງທ້ວນ 1, ລາຍງານຂັ້ນຜູ້ມີສິດອຳນາດຕັດສິນ ບັນດາບັນຫາຄົງຄ້າງຕິດຂັດທີ່ເກີດຂຶ້ນໃໝ່ຢ່າງທັນການ ເພື່ອຮັບປະກັນໃຫ້ສຳເລັດໃນເດືອນມັງກອນ ປີນີ້.

 

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top