• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຕ່າງ​ປະ​ເທດ​ຢູ່​ໝູ່​ເກາະ ຮ​ວ່າງ​ຊາ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຂອງ ຫວຽດ​ນາມ ແມ່ນ​ຜິດ​ກົດ​ໝາຍ

“ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື້ອນໄຫວຂອງຕ່າງປະເທດຢູ່ໝູ່ເກາະ ຮວ່າງຊາ ທີ່ຍັງບໍ່ທັນໄດ້ຮັບການອະນຸຍາດຂອງ ຫວຽດນາມ ລ້ວນແຕ່ແມ່ນການກະທຳຜິດກົດໝາຍ ແລະ ໄຮ້ປະໂຫຍດ, ຫວຽດນາມ ເດັດດ່ຽວຄັດຄ້ານ”.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 09 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິຍິຍາຂອງ ຫວຽດນາມ ຕໍ່ເລື່ອງ ຈີນ ເປີດສະຫຼອງນຳໃຊ້ສູນການຄ້າຢູ່ເກາະ ຝູເລິມ ຂຶ້ນກັບໝູ່ເກາະ ຮວ່າງຊາ ຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: “ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື້ອນໄຫວຂອງຕ່າງປະເທດຢູ່ໝູ່ເກາະ ຮວ່າງຊາ ທີ່ຍັງບໍ່ທັນໄດ້ຮັບການອະນຸຍາດຂອງ ຫວຽດນາມ  ລ້ວນແຕ່ແມ່ນການກະທຳຜິດກົດໝາຍ ແລະ ໄຮ້ປະໂຫຍດ, ຫວຽດນາມ ເດັດດ່ຽວຄັດຄ້ານ”.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top