• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ

ສອງປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບຄວາມສະເໝີພາບ, ອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງແຕ່ລະປະເທດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: VOV)

ເນື່ອງໃນໂອກາດ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄປຢ້ຽມຢາມສ.ຝລັ່ງຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ໃນລະຫວ່າງວັນທີ 6 – 7 ຕຸລາ, ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຖະແຫຼງການຮ່ວມເນັ້ນໜັກກວ່າ ສອງປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບຄວາມສະເໝີພາບ, ອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງແຕ່ລະປະເທດ.

ໃນການຮ່ວມມືສອງຝ່າຍ, ສອງຝ່າຍໃຫ້ຄຳໝັ້ນສັນຍາຮັກສາການແລກປ່ຽນ ກັນ ພົບປະຂັ້ນສູງຜ່ານທຸກຊ່ອງທາງລະຫວ່າງອຳນາດການປົກຄອງຝລັ່ງ ແລະ ພັກກອມມູນິດ, ລັດຖະບານ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງຫວຽດນາມ, ຍົກລະດັບ, ຍົກສູງປະສິດທິຜົນ ແລະ ເປີດກວ້າງບັນດາກົນໄກຮ່ວມມືສອງຝ່າຍ.

ຝລັ່ງ ແລະ ຫວຽດນາມ ເນັ້ນໜັກເຖິງບົດບາດສຳຄັນຂອງລັດທິຫຼາຍຝ່າຍ, ໃນນັ້ນ ສປຊ ສວມບົດບາດໃຈກາງ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດຕາມກົດບັດ ສປຊ, ພິເສດແມ່ນຄວາມສຳຄັນໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ບັນດາສິດເສລີໂດຍພື້ນຖານສຳລັບການພັດທະນາຂອງແຕ່ລະປະເທດ.

ແລະກໍ່ໃນວັນດຽວກັນ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ນະຄອນຫຼວງ ປາຣີ ກັບເມືອປະເທດສິ້ນສຸດບັນດາການເຄື່ອນໄຫວຢູ່ກອງປະຊຸມສຸດຍອດ ຝລັ່ງໂກໂຟນີຄັ້ງທີ 19 ແລະ ການຢ້ຽມຢາມຝລັ່ງຢ່າງເປັນທາງການ ໃນລະຫວ່າງວັນທີ 3 ຕຸລາ - 7 ຕຸລາ 2024, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron .

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ຍິງ​ປຶນ​ໃຫຍ່ 21​ນັດ​ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ອິນ​ໂດ​ເນ​ເຊຍ ຍິງ​ປຶນ​ໃຫຍ່ 21​ນັດ​ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ມີການພົບປະ ແລະ ດຳເນີນການເຈລະຈາຂັ້ນສູງເພື່ອປຶກສາຫາລື ແລະ ວາງອອກບັນດາມາດຕະການແນໃສ່ສືບຕໍ່ຮັກສາ, ພັດທະນາ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

Top