• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຊ໋ອຍບ໊ຽນ - ຮ້ານອາຫານສະອາດ ທີ່ ຊື່ສັດ ຕໍ່ລູກຄ້າ

ດ້ວຍຄວາມເຊື່ອ ໃນການນຳລູກຄ້າ ມາສູ່ແຫຼ່ງອາຫານສົດ, ສະ ອາດ, ຊື່ສັດ ແລະ ລະບົບຕ່ອງໂສ້ ຮ້ານອາຫານສະອາດ ຊ໋ອຍບ໊ຽນ (ຈິ້ງຈອກ ທະເລ) ໄດ້ ແລະ ກໍາລັງ ເຊື່ອມຕໍ່ ແຫຼ່ງຜະລິດຕະ ພັນກະເສດ ຫວຽດ ເຖິງມືຜູ້ບໍລິໂພກ ເພື່ອມີອາຫານທີ່ແຊບຊ້ອຍ ໃຫ້ແຕ່ລະຄອບຄົວ, ຮັບປະກັນ ສຸຂະພາບ ແລະ ຄຸນນະພາບ ຊີວີດ.
ທ່ານ ເຈິ່ນກວນ (ເກີດປີ 1989) ເປັນຜູ້ກໍ່ຕັ້ງ ຊ໋ອຍບ໊ຽນ, ໂດຍເລີ່ມຕົ້ນທຸລະກິດ ຈາກແຮງບັນດານໃຈ ເລື່ອງໜ່ຶງ ກ່ຽວກັບທ່ານ ມາຍຟຸ້ງລືວ, ຊາວປະມົງ ຢູ່ເກາະ ຫຼີເຊີນ, ຜູ້ເດັດດ່ຽວ ຕິດພັນ ກັບ ທະເລ ປົກປັກຮັກສາແຫຼ່ງຊັບພະຍາກອນທາງທະເລ, ທ່ານໄດ້ອະດີດ ປະທານປະເທດ ເຈືອງເຕິ໋ນຊາງ ມອບ ໃບຍ້ອງຍໍ: ຊ໋ອຍບ໊ຽນ. ທ່ານ ກວນ ໄດ້ຮ່ວມມືກັບທ່ານ ມາຍຟຸ້ງລືວ ເພື່ອປະຕິບັດຄວາມໄຝ່ຝັນ ຂອງ ທ່ານ ລືວ ໃນການເປີດຮ້ານ ຂາຍອາຫານທະເລ ທີ່ໃສ່ຊື່ວ່າ ຊ໋ອຍບ໊ຽນ, ແຕ່ພາຍຫຼັງ, ທ່ານ ລືວ ບໍ່ສືບຕໍ່ອີກ, ທ່ານ ເຈິ່ນກວນ ກໍ່ແຍກຕົວອອກໄປ ແລະ ເປີດຮ້ານ ຊ໋ອຍບ໊ຽນ ຢູ່ຮ່າໂນ້ຍ. ປີ 2013, ທ່ານ ກວນ ເລີ່ມເປີດຮ້ານ ຊ໋ອຍບ໊ຽນ ແຫ່ງທຳອິດຢູ່ເຮືອນເລກທີ 192, ຖະໜົນ ຮ່ວາງວັນຖ໋າຍ, ເມືອງ ແທງຊວນ, ຮ່າໂນ້ຍ ດ້ວຍຄວາມຫຍຸ້ງຍາກນາໆ ປະການ. ໃນຕອນເລີ່ມຕົ້ນ, ເມື່ອລູກຄ້າ ບໍ່ມີ ຄວາມເຊື່ອໝັ້ນ ໃນອາຫານ ສະອາດ ຂອງ ຮ້ານ ເພາະວ່າ ລາຄາຈະແພງກວ່າ ອາຫານທົ່ວໄປຫຼາຍ, ອາຫານ ຊ໋ອຍບ໊ຽນ ແມ່ນໃໝ່ ໃນຕະຫຼາດ, ມີມື້ ທັງຊີ້ນ ແລະ ຜັກ ຂາຍບໍ່ອອກ, ເຈົ້າຂອງຮ້ານ ຕ້ອງເອົາທັງໝົດຄືນໃສ່ຕູ້ເຢັນ ຂອງ ຄອບຄົວ ເພື່ອກິນເທື່ອລະໜ້ອຍ. ແຕ່ບໍ່ທໍ້ຖອຍໃຈ, ທ່ານ ເຈິ່ນກວນ ສືບຕໍ່ຊອກຫາທິດທາງໃໝ່ ຄື ປຸງແຕ່ງບັນດາຜະລິດຕະພັນສົດ ໂດຍກົງເຊັ່ນ: ຄົວປາສົດໆ, ຄົວຂາຍຊີ້ນໝູສົດໆ ຢູ່ໜ້າຮ້ານ ເພື່ອໃຫ້ລູກຄ້າໄດ້ເຫັນກັບຕາ ຄວາມສົດສະອາດຂອງ ອາຫານ. ດົນໄປ, ຄວາມຊິນເຄີຍ ຂອງ ປະຊາຊົນ ໃນການຊື້ອາ ຫານສົດ ໄດ້ຮັບຄວາມເຊື່ອໝັ້ນຂຶ້ນ ແລະ ພວກເຂົາ ໄດ້ຍອມຮັບ ຜະລິດ ຕະພັນ ຂອງ ຊ໋ອຍບ໊ຽນ.

ຜະລິດຕະພັນກະເສດ ສະອາດ ຂອງ ຊ໋ອຍບ໊ຽນ ມີທ່າໄດ້ປຽບຄື: ອາຫານສົດ ແລະ ຜະລິດຕະພັນກະເສດ ທີ່ມີຫຼາກຫຼາຍຮູບແບບ ດ້ວຍມາດຕະຖານຄຸນນະພາບ ທີ່ເຂັ້ມງວດທີ່ສຸດ, ສະໜອງອາ ຫານສົດ ທີ່ໄດ້ຮັບການຄັດເລືອກ ຈາກ ບັນດາແຫຼ່ງວັດຖຸດິບ ທີ່ ເປັນເອກະລັກ ຫຼື ນຳເຂົ້າ,  ໄດ້ຜ່ານການກວດສອບ ຄຸນນະພາບ ຢ່າງເຄັ່ງຄັດ, ພັດທະນາສາຍຜະລິດຕະພັນຜູກຂາດ ຢູ່ລະບົບ ຮ້ານຄ້າ ຕາມມາດຕະຖານ ຂອງ ຊ໋ອຍບ໊ຽນ ເຊັ່ນ: ຜະລິດຕະພັນ ປອດສານພິດ, ຜະລິດຕະພັນທີ່ປອດໄພ ແລະ ຜະລິດຕະພັນ ພິ ເສດ ຂອງ ທ້ອງຖິ່ນ.



ນິຄົມ ປູກຜັກສະອາດ ບັກຮ່າ, ລາວກາຍ, ເຂດວັດຖຸດິບຜັກ ສະອາດ ຂອງ ຊ໋ອຍບ໊ຽນ. ພາບ: ເອກະສານ


ພື້ນທີ່ປູກຜັກສະອາດ ຂອງ ຊ໋ອຍບ໊ຽນ. ພາບ: ເອກະສານ


ຟາມລ້ຽງໄກ່ ຂອງ ຊ໋ອຍບ໊ຽນ. ພາບ: ເອກະສານ


ພະນັກງານຂອງ ຊ໋ອຍບ໊ຽນ ເກັບກ່ຽວ ໝາກກ້ຽງ ຢູ່ເຂດປູກ ໝາກກ້ຽງ ກີ່ອ໋ຽນ. ພາບ: ເອກະສານ

ດ້ວຍທ່າໄດ້ປຽບເຫຼົ່ານັ້ນ, ຊ໋ອຍບ໊ຽນ ໄດ້ນໍາປະສົບການ ຊື້ເຄື່ອງ ທີ່ສະດວກສະບາຍ  ໃຫ້ແກ່ຜູ້ບໍລິໂພກ ໃນບັນດາຮ້ານສັບພະສິນ ຄ້າ ທີ່ທັນສະໄໝ, ຜະລິດຕະພັນ ຖືກຜ່ານການປຸງແຕ່ງຂັ້ນຕົ້ນ ເພື່ອ ກຽມພ້ອມໃຫ້ການປຸງແຕ່ງ ແລະ ຮັບປະທານອາຫານ, ປະ ສົບການ ຊື້ເຄື່ອງຜ່ານຫຼາຍຮູບການຄື ເວັບໄຊ, ຕະຫຼາດການຄ້າ ເອເລັກໂຕຣນິກ, app ເອີ້ນລົດ... ແລະ ການບໍລິການລູກຄ້າ ທີ່ ດີເລີດ ພ້ອມກັບຖັນແຖວພະນັກງານ ທີ່ມີຄວາມກະຕືລືລົ້ນ ແລະ ຮູ້ດີ ກ່ຽວກັບ ຜະລິດຕະພັນ.

ຊ໋ອຍບ໊ຽນ ຍາມໃດກໍ່ເອົາໃຈໃສ່ ຜັນຂະຫຍາຍ ການເຄື່ອນໄຫວ ຊຸມຊົນ ເພື່ອຮ່ວມເດີນທາງ ພັດທະນາ ພ້ອມກັບ ຊາວກະສິກອນ ຫວຽດນາມ, ຊ່ວຍເຫຼືອເຂົາເຈົ້າໃນການຜະລິດ, ປູກ, ລ້ຽງ ປະ ເພດ ສະບຽງອາຫານ ທີ່ປອດໄພ, ຊ່ວຍໃຫ້ຊາວກະສິກອນ ເຂົ້າເຖິງ ບັນດາຂັ້ນຕອນ ເຕັກໂນໂລຊີ ຜະລິດກະສິກຳສະອາດ ຂອງໂລກ ເພື່ອຍົກສູງ ຄຸນນະພາບ ຜະລິດຕະພັນ, ຮັກສາສຸຂະພາບ ຂອງ ຜູ້ບໍລິໂພກ ກໍຄືສິ່ງແວດລ້ອມ ອີກດ້ວຍ.

ປັດຈຸບັນ, ຊ໋ອຍບ໊ຽນ ມີຮ້ານອາຫານ ສະອາດ 30 ແຫ່ງຢູ່ ຮ່າໂນ້ຍ ແລະ ເກືອບ 2000 ຜະລິດຕະພັນ ໄດ້ຮັບການຂາຍ ໃນແຕ່ລະວັນ, ມີພະນັກງານ ເກືອບ 200 ຄົນ.

ຜະລິດຕະພັນ ຂອງ ຊ໋ອຍບ໊ຽນ ລ້ວນແຕ່ມີແຫຼ່ງກຳເນີດທີ່ຈະແຈ້ງ , ສາມາດຫາແຫຼ່ງທີ່ມາ ຜ່ານລະຫັດ QR code, ຜະລິດຕະພັນ ໄດ້ຮັບການຢັ້ງຢືນ ຄວາມປອດໄພ ດ້ານສະບຽງອາຫານ, ມາດ ຕະຖານ ປອດສານພິດ, VietGAP, Global GAP. ລະບົບອາ ຫານສະອາດ ຊ໋ອຍບ໊ຽນ ໄດ້ປະທານຄະນະກຳມະການ ປະຊາ ຊົນ ນະຄອນ ຮ່າໂນ້ຍ ມອບໃບຍ້ອງຍໍ ໃນຂະບວນການແຂ່ງ ຂັນ ປະຕິບັດໂຄງການຜະລິດ ແລະ ຈຳໜ່າຍຜັກປອດໄພ ຢູ່ນະຄອນ ຮ່າໂນ້ຍ (2009-2016). ໃນພິທີເຊີດຊູສິນຄ້າ ຫວຽດນາມ ໄດ້ ຮັບຄວາມນິຍົມ, ຜະລິດຕະພັນ “ຊີ້ນໝູ ຫໍ່ໃບ ມັກເມີດ (Clausena indica) ສຽບໄມ້ໄຜ່ປີ້ງ ” ຂອງ ຊ໋ອຍບ໊ຽນ ໄດ້ຮັບຄັດເລືອກ ຈາກຜູ້ບໍລິໂພກ ປີ 2021”. ຄວາມຊື່ສັດ ຕໍ່ລູກຄ້າ ແມ່ນຄໍາຂວັນ ເຮັດທຸລະກິດ ຊຶ່ງວິສາຫະກິດ ປະຕິບັດ ຕະຫຼອດ ຫຼາຍປີຜ່ານມາ.



ຮ້ານອາຫານ ສະອາດ ຊ໋ອຍບ໊ຽນ ຢູ່ຖະໜົນ ຫງວຽນຮຸຍເຕື໊ອງ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ


ປະເພດ ໝາກໄມ້ ທີ່ເປັນຜະລິດຕະພັນພິເສດ ຂອງ ທ້ອງຖິ່ນ ໄດ້ ຊ໋ອຍບ໊ຽນ ໄດ້ຮ່ວມມືກັບສະຫະກອນ ແລະ ຊາວກະສິກອນ ໃນທຸກພາກ ຂອງປະເທດ. ພາບ: ຫວຽດເກື່ອງ


ຄໍາຂວັນເຮັດທຸລະກິດ ຂອງ ຊ໋ອຍບ໊ຽນ ແມ່ນ “ຊື່ສັດ, ສະອາດ ແລະ ປອດໄພ ສໍາລັບຜູ້ຊົມໃຊ້". ພາບ: ຫວຽດເກື່ອງ


ແຫຼ່ງຊີ້ນໝູສະອາດ ຂອງ ຊ໋ອຍບ໊ຽນ ໄດ້ຮັບປະກັນ ຫຼັກອະນາໄມ ດ້ານໂພສະນາການ ຢູ່ສະເໝີ. ພາບ: ຫວຽດເກື່ອງ


ພະນັກງານ ຂອງ ຊ໋ອຍບ໊ຽນ ທຳການປຸງແຕ່ງ ຊີ້ນໝູສະອາດ ໃຫ້ແຂກ ຢູ່ທີ່ຮ້ານ. ພາບ: ຫວຽດເກື່ອງ


ຜັກສະອາດ ຂອງ ຊ໋ອຍບ໊ຽນ ໄດ້ປູກ ຕາມມາດຕະຖານ VietGAP ແລະ Global GAP. ພາບ: ຫວຽດເກື່ອງ


ປະເພດໝາກໄມ້ ພິເສດສະເພາະທ້ອງຖິ່ນ ຢູ່ ຊ໋ອຍບ໊ຽນ ໄດ້ຮັບການຂຸດຄົ້ນ ຈາກພາກຕ່າງໆ ຂອງ ຫວຽດນາມ.  ພາບ: ຫວຽດເກື່ອງ


ອາຫານສະອາດ ຂອງ ຊ໋ອຍບ໊ຽນ ຈໍາໜ່າຍຜ່ານຫຼາຍຮູບການຄື: ເວັບໄຊ, ຕະຫຼາດການຄ້າ ເອເລັກໂຕຣນິກ,  app ເອີ້ນລົດ.... ພາບ: ຫວຽດເກື່ອງ.

ກົມກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ, ກົມຄຸ້ມຄອງ ຄຸນນະພາບ ກະສິກຳ - ປ່າໄມ້ - ສິິນໃນນໍ້າ ຮ່າໂນ້ຍ ໄດ້ກວດກາ ແລະ ຕີລາຄາ ບັນດາຜະລິດຕະພັນກະເສດ ຈາກແຫຼ່ງວັດຖຸດິບ ເຖິງລະບົບຈຳໜ່າຍ ຢ່າງເຄັ່ງຄັດ ເພື່ອນຳ ຊ໋ອຍບ໊ຽນ ເປັນໜຶ່ງໃນບັນດາຕົວແບບ ສະໜອງ ຜະລິດຕະພັນ ອາຫານສະອາດ ຢູ່ ນະ ຄອນຫຼວງ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ - ແປໂດຍ: ບິກລຽນ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top