• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຈັດງານລ້ຽງເນື່ອງໃນໂອກາດວັນມູນເຊື້ອກອງທັບ ແຫ່ງລາຊະອານາຈັກ ໄທ

ຕອນຄ່ຳວັນທີ 9 ກຸມພາ, ສະຖານທູດໄທ ປະຈຳ ຮ່າໂນ້ຍ ໄດ້ຈັດງານລ້ຽງເນື່ອງໃນໂອກາດວັນມູນເຊື້ອຂອງກອງທັບ ແຫ່ງລາຊະອານາຈັກ ໄທ. ທ່ານພົນເອກ ດິງກົງເຟືອງ, ຮອງຫົວໜ້າກົມໃຫຍ່ພະລາທິການ-ເຕັກນິກ ຕາງໜ້າໃຫ້ກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ.
ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn

ທີ່ງານລ້ຽງ, ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ກ່າວຄໍາເຫັນໂດຍຢັ້ງຢືນວ່າ ການຮ່ວມມືລະຫວ່າງກອງທັບແຫ່ງລາຊະອານາຈັກໄທ ກັບກອງທັບປະຊາຊົນຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍປີຜ່ານມາ. ກອງທັບສອງປະເທດໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືທີ່ສຳຄັນ, ລວມມີການຝຶກແອບການທະຫານຮ່ວມ, ການປະສານສົມທົບກູ້ຊ່ວຍໄພພິບັດ, ການໜູນຊ່ວຍດ້ານມະນຸດສະທຳ.

ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ການຮ່ວມມືດ້ານປ້ອງກັນຊາດ ແລະການທະຫານແມ່ນພື້ນຖານສຳຄັນໃນການພົວພັນສອງຝ່າຍ. ປີ 2026 ເປັນຂີດໝາຍເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ລາຊະອານາຈັກ ໄທ ກັບຫວຽດນາມ (1976-2026). ໃ

ນຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາຈາກຄວາມເຂົ້າໃຈເຊິ່ງກັນ ແລະກັນ ເປັນຄູ່ຮ່ວມມືຮອບດ້ານ ແລະຍືນຍົງ.

ທ່ານພົນເອກ ດິງກົງເຟືອງ ຮອງຫົວໜ້າກົມໃຫຍ່ພະລາທິການ-ເຕັກນິກ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn

ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ ແລະ ການທູດການທະຫານສວມບົດບາດສຳຄັນໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ. ສອງປະເທດຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະມີລະບົບໃນທັງ 3 ກໍາລັງ, ຄື: ທະຫານບົກ, ທະຫານເຮືອ, ທະຫານອາກາດ.

ທ່ານພົນຈັດຕະວາ ດິງກົງເຟືອງ ກ່າວຄໍາເຫັນຢືນຢັນວ່າ, ການພົວພັນຮ່ວມມືດ້ານການທະຫານ ແລະປ້ອງກັນຊາດ ຫວຽດນາມ - ໄທ ໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຖືເປັນສໍາຄັນ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.

ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດໄທ ປະຈຳຫວຽດນາມ ພ້ອມດ້ວຍທ່ານພົນເອກ ດິງກົງເຟືອງ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: qdnd.vn

ການນຳກະຊວງປ້ອງກັນປະເທດສອງປະເທດ ຈັດການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງຢ່າງເປັນປະຈໍາ, ບັນດາກົນໄກຮ່ວມມືນັບມື້ນັບອຸດົມສົມບູນ. ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດແມ່ນຈຸດພົ້ນເດັ່ນ.

ທ່ານພົນຕີ ດິງກົງເຟືອງ ເນັ້ນໜັກວ່າ ກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບກອງທັບ ແຫ່ງລາຊະອານາຈັກ ໄທ ສືບຕໍ່ຜັນຂະຫຍາຍການກໍານົດທິດຂອງການນໍາຂັ້ນສູງສອງປະເທດ ກ່ຽວກັບການຮ່ວມມືດ້ານການທະຫານ ແລະການປ້ອງກັນຊາດສອງຝ່າຍ ໃຫ້ມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເຊັ່ນ ການຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ບໍ່ເປັນການທະຫານ, ຄວາມປອດໄພທາງໄຊເບີ, ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງຄວາມປອດໄພໃນການເດີນເຮືອ, ການໜູນຊ່ວຍດ້ານມະນຸດສະທຳ ແລະການກູ້ຊ່ວຍໄພພິບັດ.

(ແຫຼ່ງຄັດຈາກ VOV)

ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ

ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ

ຕອນ​ເຊົ້າ​ວັນ​ທີ 08 ເມ​ສາ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ (ທີ່ ​ຮ່າ​ໂນ້ຍ), ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ​ແຫ່ງ ສ​ສ. ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ປະ​ກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ ​ບົ່ງ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ, ຄະ​ນະ​ປະ​ຈຳ, ເລ​ຂາ, ຮອງ​ເລ​ຂາ​ພັກ​ລັດ​ຖະ​ບານ ແລະ ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່ 2026 – 2031.

Top