• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ລາວ​ກາຍ ພວມ​ມຸ່ງ​ໄປ​ເຖິງວັນ​ບຸນ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI

ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບ.   ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.
ປະຊາຊົນຕາແສງບາດຊາດ ພວມຕິດຕາມຂໍ້ມູນຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ຫໍວັດທະນະທຳ (ພາບ: baolaocai.vn)
ປະຊາຊົນເຂົ້າຮ່ວມກອງປະຊຸມຢ່າງກະຕືລືລົ້ນ ເພື່ອເຕົ້າໂຮມຄວາມຄິດຄວາມເຫັນ ແລະ ຄວາມໄວ້ວາງໃຈຕໍ່ຜູ້ສະໝັກຮັບເລືອກຕັ້ງ ສະພາປະຊາຊົນທຸກຂັ້ນໄລຍະ 2026-2031 ຢູ່ເຂດທີ່ຢູ່ອາໄສຂອງຕົນ. (ພາບ: baolaocai.vn)

ໂດຍເຈືອຈານກັບບັນຍາກາດໃນທົ່ວປະເທດ, ໃນຊຸມວັນນີ້, ພໍ່ແມ່ປະຊາຊົນເຂດຊາຍແດນ ລາວກາຍ ພວມມຸ່ງໄປເຖິງວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ອຳນາດການປົກຄອງທຸກຂັ້ນໃນແຂວງ, ໃນນັ້ນ ມີຕາແສງ ບາດຊາດ, ພວມມານະພະຍາຍາມເພື່ອຮັບປະກັນວຽກງານເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງເຖິງຜູ້ມີສິດເລືອກຕັ້ງແຕ່ລະຄົນ. ລຸງ ຫຼໍ່ອາຫັ່ນ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຕ່າຫງາວ, ຕາແສງ ບາດຊາດ ໃຫ້ຮູ້ວ່າ:    

ປະຊາຊົນຕາແສງບາດຊາດ ພວມຕິດຕາມຂໍ້ມູນຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ຫໍວັດທະນະທຳ (ພາບ: baolaocai.vn)
ລຸງ ຫຼໍ່ອາຫັ່ນ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຕ່າຫງາວ, ຕາແສງ ບາດຊາດ (ພາບ: baolaocai.vn)

“ພວກລູກຫຼານຂອງຂ້າພະເຈົ້າ ພາຍຫຼັງບຸນປີໃໝ່ກໍຢາກໄປເຮັດວຽກຢູ່ໄກ, ແຕ່ຂ້າພະເຈົ້າກໍໄດ້ອະທິບາຍໃຫ້ເຂົາເຈົ້າເຂົ້າຮ່ວມການປ່ອນບັດເລືອກຕັ້ງແລ້ວຈຶ່ງໄປເຮັດວຽກ. ໃນຊຸມວັນປ່ອນບັດນັ້ນ ເຮົາຕ້ອງເຮັດລ້ອນໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງຜູ້ໜຶ່ງສາກ່ອນ.”

ປະຊາຊົນເຂົ້າຮ່ວມກອງປະຊຸມຢ່າງກະຕືລືລົ້ນ ເພື່ອເຕົ້າໂຮມຄວາມຄິດຄວາມເຫັນ ແລະ ຄວາມໄວ້ວາງໃຈຕໍ່ຜູ້ສະໝັກຮັບເລືອກຕັ້ງ ສະພາປະຊາຊົນທຸກຂັ້ນໄລຍະ 2026-2031 ຢູ່ເຂດທີ່ຢູ່ອາໄສຂອງຕົນ. (ພາບ: baolaocai.vn)

ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບຄື: ຜ່ານລະບົບໂທລະໂຄງຢູ່ຮາກຖານ ແລະ ບັນດາກຸ່ມສື່ສານຜ່ານແອັບ zalo, ສື່ສັງຄົມອອນໄລ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ອວຍພອນບຸນເຕັດ ສຳນັກຂ່າວສານ ຫວຽດນາມ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ອວຍພອນບຸນເຕັດ ສຳນັກຂ່າວສານ ຫວຽດນາມ

ເນື່ອງໃນໂອກາດຕົ້ນລະດູບານໃໝ່ ປີມະເມຍ 2026, ໃນຕອນເຊົ້າວັນທີ 24 ກຸມພາ 2026, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ໄດ້ມາຢ້ຽມຢາມ ແລະ ອວຍພອນບຸນເຕັດ ພະນັກງານ, ນັກຂ່າວ, ບັນນາທິການ ແລະ ຜູ້ອອກແຮງງານ ຂອງສຳນັກຂ່າວສານ ຫວຽດນາມ (VNA).

Top