• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ຕະຫຼາດ​ນັດ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ OCOP ສົ່ງ​ອອກ ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ OCOP ​ນັບ​ພັນ​ຢ່າງ

ງານຕະຫຼາດນັດບັນດາຜະລິດຕະພັນ OCOP (ໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ) ມີຮ້ານວາງສະແດງ 300 ຮ້ານຂອງເກືອບ 200 ຫົວໜ່ວຍ ຈະວາງສະແດງຜະລິດຕະພັນນັບພັນຢ່າງທີ່ບັນລຸມາດຕະຖານ OCOP ທີ່ມາຈາກ 34 ແຂວງ, ນະຄອນໃນທົ່ວປະເທດ.
ບັນຍາກາດການຖະແຫຼງຂ່າວຈັດຂຶ້ນໃນວັນທີ 23 ກໍລະກົດ

ແຕ່ວັນທີ 1 ສິງຫາ ຫາວັນທີ 3 ສິງຫາ 2025, ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ, ຮ່າໂນ້ຍ ຈະດຳເນີນງານຕະຫຼາດນັດບັນດາຜະລິດຕະພັນ OCOP ສົ່ງອອກ (Vietnam Ocopex 2025). ເຫດການດັ່ງກ່າວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ສະຫະພັນສະຫະກອນ ຫວຽດນາມ ເປັນປະທານ; ກົມສົ່ງເສີມການຄ້າ ໄດ້ສົມທົບກັບຫ້ອງການປະສານງານຊົນນະບົດໃໝ່ສູນກາງຈັດຂຶ້ນ.

        ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 23 ກໍລະກົດ ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງ ໃຫ້ຮູ້ວ່າ ງານຕະຫຼາດນັດບັນດາຜະລິດຕະພັນ OCOP (ໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ) ມີຮ້ານວາງສະແດງ 300 ຮ້ານຂອງເກືອບ 200 ຫົວໜ່ວຍ ຈະວາງສະແດງຜະລິດຕະພັນນັບພັນຢ່າງທີ່ບັນລຸມາດຕະຖານ OCOP ທີ່ມາຈາກ 34 ແຂວງ, ນະຄອນໃນທົ່ວປະເທດ. ເຫດການດັ່ງກ່າວຍັງດຶງດູດບັນດາປະເທດ ເປຣູ, ລາວ, ກຳປູເຈຍ… ມາວາງສະແດງສິນຄ້າອີກດ້ວຍ. ໄລ່ຮອດເດືອນ ກໍລະກົດ 2025, ທັງປະເທດມີຜະລິດຕະພັນ OCOP ກວ່າ 17.000 ຢ່າງທີ່ບັນລຸມາດຕະຖານ 3 ດາວ ຂຶ້ນໄປ, ໃນນັ້ນ ມີ 126 ຜະລິດຕະພັນບັນລຸມາດຕະຖານ 5 ດາວລະດັບຊາດ. ໃນຂອບເຂດຂອງງານຕະຫຼາດນັດ, ຍັງມີບັນດາເຫດການ: ການໂອ້ລົມສົນທະນາ: “ໝູນໃຊ້ການຫັນເປັນດີຈີຕອນໃນການພັດທະນາ OCOP ສົ່ງອອກ”; ເວທີປາໄສ: ທ່າອ່ຽງການບໍລິໂພກໃນທົ່ວໂລກ ແລະ ກາລະໂອກາດໃຫ້ແກ່ OCOP ສົ່ງອອກ; ເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງວິສາຫະກິດ ຫວຽດນາມ ກັບບັນດາບໍລິສັດນຳເຂົ້າສາກົນ; ໂຄງການ Megalivestream…

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊ​ເນ​ການ Malick Ndiaye

ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ Malick Ndiaye ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຖືວ່າ ເຊເນການ ແລະ ຫວຽດນາມ ຕ້ອງສືບຕໍ່ສ້າງກອບນິຕິກຳໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການລົງທຶນໃຫ້ສົມບູນແບບ.

Top