• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ງານບຸນ ປູມເປົ້າອາກາດຮ້ອນ ໂຮ້ຍອານ

ໂດຍ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ເປີດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 

ເປັນຄັ້ງທໍາອິດ, ໃນທ້ອງຟ້າຂອງມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ປູມເປົ້າອາກາດຮ້ອນ 17 ໜ່ວຍ ຄົບທຸກສີ ແລະ ຂະໜາດ, ລວມທັງ ປູມເປົ້າອາກາດຮ້ອນຂະໜາດນ້ອຍມີ 12 ໜ່ວຍ, ປູມເປົ້າອາກາດຮ້ອນລະດັບ 7 ມີ 3 ໜ່ວຍ ແລະ ປູມເປົ້າລົມຮ້ອນ 2 ໜ່ວຍ ໄດ້ຈັດລຽງແຄມແມ່ນຳ້ ຮວ່າຍ ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ ​ແລະ ຮັບຊົມ​​ບັນຍາກາດ​ງານ​ບຸນ ພາຍຫຼັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19 ​ເປັນ​ເວລາ​ດົນ​ນານ.

ຮູບພາບ ປູມເປົ້າອາກາດຮ້ອນ ຫຼາຍໜ່ວຍ ບິນເທິງທ້ອງຟ້າ ມໍລະດົກໂລກ ຍັງເປັນການສະແດງເຖິງການກັບຄືນເມືອງເກົ່າ ໂຮ້ຍອານ ດ້ວຍຄວາມສຸກ ພາຍຫຼັງໄລຍະໜຶ່ງ ຕ້ອງແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

 

ເມືອງ​ເກົ່າ​ ໂຮ້ຍອານ​ ເຕັມໄປດ້ວຍ​ສີສັນ​ຂອງ​ງານ​ບຸນ​ປູມ​ເປົ້າ​ອາກາດ​ຮ້ອນ. ພາບ: ແທງຮວ່າ/VNP
ປູມ​ເປົ້າ​ອາກາດ​ຮ້ອນ​ ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ຂຶ້ນ​ສູ່​ທ້ອງຟ້າ​ຂອງ​ເມືອງ​ເກົ່າ​ ໂຮ້ຍອານ. ພາບ: ແທງຮວ່າ/VNP
ສະໜາມ​ຫຼວງ​ ແມ່​ນ້ຳ​ ຮວ່າຍ, ສະຖານທີ່ຈັດຕັ້ງງານ​ບຸນ​ ປູມ​ເປົ້າ​ອາ​ກາດ​ຮ້ອນ​ ໂຮ້ຍອານ. ຮູບພາບ: ຫວຽດດຶກ
ນັກ​ທ່ອງ​ທ່ຽວ​ຊົມ​ເບິ່ງ​ຄວາມ​ສວຍ​ງາມ​ຂອງ​ ປູມ​ເປົ້າ​ອາ​ກາດ​ຮ້ອນ​ ຢູ່​ແມ່​ນ້ຳ ຮວ່າຍ. ພາບ: ແທງຮວ່າ/VNP
ຮູບ​ພາບ​ທີ່ສະຫງົບສຸກຂອງ​ຕົວ​ເມືອງ ໂຮ້ຍອານ. ພາບ: ແທງຮວ່າ/VNP
ບັນຍາກາດໃນຕອນ​ບ່າຍ ເທິງແມ່ນ​້​ໍ​າ ຮວ່າຍ. ພາບ: ແທງຮວ່າ/VNP
ຈັງຫວະປົກກະຕິໃໝ່ ຫຼັງຈາກການແຜ່ລະບາດຂອງ ໂຄວິດ-19. ພາບ: ແທງຮວ່າ/VNP
ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ງານບຸນ​ ປູມ​ເປົ້າ​ອາ​ກາດ​ຮ້ອນ ໂຮ້ຍອານ. ພາບ: ແທງຮວ່າ/VNP
ຄວາມສວຍງາມຂອງເມືອງເກົ່າ ໂຮ້ຍອານ. ພາບ: ແທງຮວ່າ/VNP
ເວລາທີ່ໜ້າຈົດຈໍາ. ພາບ: ແທງຮວ່າ/VNP
ສີສັນຂອງເມືອງເກົ່າ ໂຮ້ຍອານ. ພາບ: ແທງຮວ່າ/VNP
ປັ໊ມ ອາຍແກັສ ໃສ່ ປູມເປົ້າອາກາດຮ້ອນ. ພາບ: ແທງຮວ່າ/VNP
ປູມເປົ້າອາກາດຮ້ອນ ເບີກບານພາຍໃຕ້ແສງແດດໃນຕອນເຊົ້າ. ພາບ: ແທງຮວ່າ/VNP
ງານ​ມະ​ໂຫລານ​ຄັ້ງ​ນີ້​ ແມ່ນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ເມືອງ​ເກົ່າ​ ໂຮ້ຍ​ອານ ພາຍຫຼັງ​ກວ່າ 2 ປີ​ແຫ່ງ​ການ “ໜາວ​ຈັດ” ຍ້ອນ​ໂລກ​ລະ​ບາດ Covid-19. ພາບ: ແທງຮວ່າ/VNP
ການສະແດງ ປູມເປົ້າອາກາດຮ້ອນ ຕ້ອນຮັບການກັບມາຂອງ ໂຮ້ຍອານ. ພາບ: ແທງຮວ່າ/VNP

 

ບົດ ແລະ ພາບ: ແທງຮວ່າ - ແປໂດຍ: ຢືຟຽນ

ຂີດໝາຍເຕັກໂນໂລຊີ ຂອງ ຫວຽດນາມ ໃນງານວາງສະແດງ 80 ປີ ແຫ່ງການເດີນທາງ ສູ່ ຄວາມເປັນເອກະລາດ-ເສລີພາບ-ຄວາມຜາ ສຸກ

ຂີດໝາຍເຕັກໂນໂລຊີ ຂອງ ຫວຽດນາມ ໃນງານວາງສະແດງ 80 ປີ ແຫ່ງການເດີນທາງ ສູ່ ຄວາມເປັນເອກະລາດ-ເສລີພາບ-ຄວາມຜາ ສຸກ

80 ປີ ນັບແຕ່ການສ້າງຕັ້ງປະເທດ, ຫວຽດນາມ ຈາກປະເທດ ທີ່ມີ ພື້ນຖານເຕັກໂນໂລຊີ ຂະໜາດນ້ອຍ, ປັດຈຸບັນ ໄດ້ກາຍເປັນ ບ່ອນ ລວມສູນ ຂອງ ວິສາຫະກິດ ຈຳນວນຫຼວງຫຼາຍ ທີ່ມີອິດທິພົນ ໃນທົ່ວ ໂລກ, ເປັນຈຸດໝາຍປາຍທາງ ທີ່ເຊື່ອຖືໄດ້ ຂອງ ຂະແໜງ ເຕັກ ໂນ ໂລຊີ ໂລກ ຊຶ່ງໄດ້ຖືກສະແດງໃຫ້ເຫັນ ພາຍໃນງານວາງສະແດງ “80 ປີແຫ່ງການເດີນທາງ ສູ່ຄວາມເປັນເອກະລາດ-ເສລີພາບ-ຄວາມຜາສຸກ”.

Top