• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ງານບຸນ ງິງອົງ ຢູ່ ຫວຸງເຕົ່າ

ງານ​ບຸນ ງິງອົງ ​ໄດ້​ຈັດ​ຂຶ້ນ ​ຢູ່​ສາລາ ຖັ໋ງຕາມ ​ແຂວງ ບ່າເຣ້ຍ ຫວຸງ

 

ງານ​ບຸນ ງິງອົງ ຖັ໋ງຕາມ ຫວຸງເຕົ່າ ປີ 2022 ໄດ້​ຈັດ​ຂຶ້ນ​ຢູ່ 2 ແຫ່ງ. ສ່ວນພິທີບູຊາ ໄດ້ຈັດຂຶ້ນຢູ່ຫາດ ເຈືອກ, ເຂດບູຊາ ຮ່ອນບ່າ ແລະ ເຂດບູຮານສະຖານ ປະຫວັດສາດ ສາລາ ຖັ໋ງຕາມ. ສ່ວນງານບຸນ ໄດ້ຈັດຂຶ້ນຢູ່ເຂດກັນເຈື່ອນ ແຄມທະເລ ກະເຊົ້າລອຍຟ້າ ຫວຸງເຕົ່າ.
ຊາວປະມົງ ທຳພິທີບູຊາເສັ່ນໄຫວ້ ຢູ່ນອກຝັ່ງ.   
ບັນດາ​ການ​ເຄື່ອນ​ໄຫວ ໃນງານບຸນ ງິງອົງ ຖັ໋ງຕາມ ຫວຸງເຕົ່າ ໄດ້ຖືກ​ຈັດ​ຂຶ້ນ​ໃນ​ແຕ່ລະ​ປີ ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ພາບ​ພົດ​ນະ ຄອນ​ທ່ອງ​ທ່ຽວ​ສະອາດ ASEAN ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພັດທະນາ​ງານ​ບຸນ ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ​ຂອງທ້ອງ​ຖິ່ນ.
ງານ​ບຸນ ງິງອົງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ປະມົງ ​ອະທິຖານ​ຂໍ​ຄວາມ​ສະຫງົບ​ ເມື່ອ​ໄປອອກຫາສິນທະເລ, ຈັບ​ໄດ້ກຸ້ງ, ປາ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຊີວິດການເປັນຢູ່ ອີ່ມໜໍາສໍາລານ. 
ບັນດາ​ຜູ້​ເຖົ້າຜູ້​ແກ່​ ໄດ້​ນຳ​ພາ​ຂະ​ບວນ​ແຫ່​ໄປ​ສູ່​ສຸສານ ອົງ.
ການແຕ່ງກາຍ ໃນ​ພິທີ​ເຊີນ​ເທວະ​ດາ ​ແລະ ບູຊາເສັ່ນໄຫວ້ ອົງນາມຫາຍ ຢູ່ສາລາ ຖັ໋ງຕາມ. 

ຕາມ​ບັນ​ດາ​ຜູ້​ເຖົ້າຜູ້ແກ່​ ໃຫ້ຮູ້ວ່າ ສາລາ ຖັ໋ງຕາມ ໄດ້ຮັບ​ການ​ກໍ່​ສ້າງ​ໃນ​ປີມະໂລງ (1820), ສະໄໝລາດຊະວົງ ຫງວຽນ ເພື່ອບູຊາ ສາມອົງ ຊຶ່ງເປັນຜູ້ມີຄຸນງາມຄວາມດີ ໃນການບຸກເບີກ ທ່ີດິນຫວຸງເຕົ່າ. ຫຼັງຈາກນັ້ນ ໃນທ້າຍສະຕະວັດ ທີ XIX, ປະຊາຊົນ ພາຍໃນທ້ອງ ຖິ່ນ ໄດ້ສ້າງຫໍບູຊາ ບ່າຫງູ້ແຮ່ງ ແລະ ສຸສານ ອົງນາມຫາຍ, ເປັນເຂດບູຮານສະຖານ ສາລາ ຖັ໋ງຕາມ ດັ່ງໃນປັດຈຸບັນ.   

ພິທີແຫ່ ອົງ ໄດ້ເລີ່ມຈາກເຮືອນມູນເຊື້ອປະຕິວັດ (ເລກ 1, ຖະໜົນ ບາກູ) ໄປຍັງສາລາ ຖັ໋ງຕາມ (ຮວ່າງຮວາຖາມ, ບ້ານ ຖັ໋ງຕາມ) ຫຼັງຈາກນັ້ນ ທໍາພິທີໄຫວ້ບູຊາ ຕ່ຽນຮ່ຽນ, ພິທີເຊີນເທວະດາ, ເສັ່ນໄຫວ້ ອົງນາມຫາຍ ແລະ ອື່ນໆ.  

ປະຊາຊົນແຂວງ ບ່າ​ເຣ້ຍ ຫວຸງເຕົ່າ ​ເຂົ້າ​ຮ່ວມ​ງານ​ບຸນ.
ເຮືອ​ແພ ແລະ​ ຊາວ​ປະ​ມົງ ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ງານ​ບຸນ.
ເຮືອ​ແພ ຂອງ​ ຊາວ​ປະມົງ​ ຫຼາຍ​ລຳ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ ແຫ່ຂະ ບວນອົງ.
ການແຕ່ງຕົວໂລກໃຕ້ທະເລໃນງານບຸນ.

ໃນ​ງານ​ບຸນ​ລວມມີ​ບັນດາລາຍ​ການສະ​ແດງ ຕ່ວງ (ຄ້າຍລໍາເລື່ອງ), ຟື້ນຄືນບັນດາການຫຼິ້ນພື້ນເມືອງ ຂອງ ຊາວປະມົງ ເຊັ່ນ: ຕຶກເບັດ, ດຶງເຊືອກ ຊາຍ-ຍິງ, ຍູ້ໄມ້ເທົ້າ, ຫຼິ້ນໝາກຮຸກເທິງຫາດຊາຍ, ສານແຫ. ເຕັ້ນແຊ, ແຂ່ງປ່ອຍວ່າວ, ຍິງໝາກບີເຫຼັກໃຫ້ຊາວປະມົງ...     

ງານ​ບຸນ​ ງິງອົງ ຖັ໋ງຕາມ ຫວຸງເຕົ່າ ແມ່ນວິຖີການດຳລົງຊີວິດ ວັດທະ ນະທຳ ​ພື້ນ​ເມືອງ​ ຂອງ ​ປະ​ຊາ​ຊົນ​ ນະ​ຄອນ​ແຄມ​ທະ​ເລ​ ຫວຸງ​ເຕົ່າ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ເຖິງ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ.

 

ງານ​ບຸນ ງິງອົງ ​ແມ່ນ​ງານ​ບຸນ​ໄຫວ້​ບູຊາ ​ປາອົງ (ປາວານ) ຂອງ ຊາວປະມົງ ບັນດາແຂວງ ແຄມທະເລ ຫວຽດນາມ ນັບແຕ່ແຂວງ ກວາງບິ່ງ ໄປຈົນເຖິງ ກ່າເມົາ. ແຕ່ລະເຂດ ຈະມີຊື່ເອີ້ນທ່ີຕ່າງກັນ ເຊັ່ນ: ພິທີແຫ່ກະດູກ ອົງ, ພິທີເກົ່າງື, ພິທີບູຊາ ອົງ, ພິທີ ງິງອົງຖຸຍເຕື໋ອງ ແຕ່ທັງໝົດຕ່າງກໍມີຄວາມໝາຍວ່າ ປາວານ ເປັນສັດສັກສິດ ຂອງ ທ້ອງທະເລ, ເປັນຜູ້ກອບກູ້ ຜູ້ຄົນທ່ີຫາປາ ແລະ ເຮັດອາຊີບການປະມົງ. ພິທີເສັ່ນໄຫວ້ ປາອົງ ໄດ້ກາຍເປັນ ຄວາມເຊື່ອຖືພື້ນບ້ານ ແຄມທະເລ ໃນບັນດາລຸ້ນຄົນທໍາອາຊີບ ການປະມົງ ໃນບັນ ດາທ້ອງຖິ່ນ ທ່ີກ່າວມາຂ້າງເທິງ.    

ປະຕິບັດໂດຍ: VNP/ດັ້ງກີມເຟືອງ - ແປໂດຍ: ບິກລຽນ


Top