ຈາກເຮືອນຫຼັງນ້ອຍ ສູ່ ບົດຖະແຫຼງການເອກະລາດ ທ່ີຍິ່ງໃຫຍ່

ຈາກເຮືອນຫຼັງນ້ອຍ ສູ່ ບົດຖະແຫຼງການເອກະລາດ ທ່ີຍິ່ງໃຫຍ່

ຕະຫຼອດ 80 ປີ ຜ່ານມາ, ເຮືອນເລກທີ 48,  ຄຸ້ມຖະໜົນ ຮ່າງງາງ ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ກາຍເປັນ “ສະຖານທີ່ ສີແດງ” ຢູ່ ໃຈກາງນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນ ສະຖານທີ່ ປະທານ ໂຮ່ຈີມິນ ໄດ້ຂຽນ ບົດຖະແຫຼງການເອກະລາດ, ສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ (ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ໃນວັນທີ 2 ກັນຍາ 1945.

ດ້ານໜ້າເຮືອນເລກທີ 48, ຄຸ້ມຖະໜົນ ຮ່າງງາງ, ເປັນບ່ອນທີ່ ປະທານ ໂຮ່ຈີມິນ ຂຽນບົດຖະແຫຼງການເອກະລາດ, ສ້າງຕັ້ງ ປະ ເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ.

ຢ້ອນເວລາກັບໄປຊຸມປີ 40 ຂອງ ສະຕະວັດກ່ອນ, ເຮືອນມີ ທາງ ເຂົ້າ - ອອກ ສອງທາງ ຢູ່ເລກທີ 48 ຄຸ້ມຖະໜົນ ຮ່າງງາງ ແລະ ເລກທີ 35 ຄຸ້ມຖະໜົນ ຮ່າງເກິນ ແມ່ນ ຮ້ານຄ້າ ຟຸກເລີ້ຍ, ໜຶ່ງໃນ ບັນດາຮ້ານ ຂາຍຜ້າໄໝ ທີ່ໃຫຍ່ ທີ່ສຸດ ຂອງ ຮ່າໂນ້ຍ ໂດຍ ກຳມະສິດ ຂອງ ສາມີ-ພັນລະຍາ ນັກທຸລະກິດຄືທ່ານ ຈິ້ງວັນໂບ ແລະ ທ່ານນາງ ຮວ່າງທິມິງ. ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ໂດດເດັ່ນ ຍ້ອນ ມີຈຸດທີ່ຕັ້ງ ທາງ ພູມສາດທີ່ສະດວກສະບາຍເທົ່ານັ້ນ, ແຕ່ຍັງເປັນພື້ນຖານ ການປະຕິວັດ ທີ່ໜ້າເຊື່ອຖື ນັບແຕ່ໄລຍະ ກ່ອນການລຸກຮືຂຶ້ນອີີກດ້ວຍ.


ເດືອນສິງຫາ 1945, ໃນສະພາບເງື່ອນໄຂ ການປະຕິວັດ ສຸກງອມ, ຄອບຄົວຂອງທ່ານ ຈິ້ງວັນໂບ ໄດ້ມອບເຮືອນ ຫຼັງນີ້ ເພື່ອໃຫ້ສູນກາງພັກ ນຳໃຊ້ເປັນທີ່ພັກ ແລະ ເຮັດວຽກ ໃຫ້ປະທານ ໂຮ່ຈີມິນ ຫຼັງຈາກທີ່ເພິ່ນໄດ້ເດີນທາງ ຈາກເຂດຕໍ່ຕ້ານ ຫວຽດບັກ ກັບຄືນສູ່ ຮ່າໂນ້ຍ. ຈາກວັນທີ 25 ສິງຫາ ຫາ ຕົ້ນເດືອນ ກັນຍາ 1945, ປະທານ ໂຮ່ຈີມິນ ເຮັດວຽກຢູ່ທີ່ນີ້, ພ້ອມກັບ ຄະນະ ປະຈຳສູນກາງພັກ ໄດ້ຕັດສິນໃຈ ແຜນນະໂຍບາຍສຳຄັນ ຫຼາຍຢ່າງ ກ່ຽວກັບວຽກງານ ພາຍໃນ, ວຽກງານພາຍນອກ ໃນ ສະຖານະການໃໝ່; ກ່ຽວກັບກົດບັນຍັດ ແລະ ອົງປະກອບ ຂອງ ລັດຖະບານຊົ່ວຄາວ; ກ່ຽວກັບການ ຈັດຕັ້ງວັນບຸນເອກະລາດ…

ປັດຈຸບັນ, ຊັ້ນ 1 ຂອງ ເຮືອນ ໄດ້ຈັດສະແດງສິ່ງຂອງ, ຮູບພາບ ແລະ ເອກະສານຕ່າງໆ.

ໂດຍສະເພາະ, ຢູ່ຫ້ອງນ້ອຍຊັ້ນ 2 ຂອງ ເຮືອນເລກທີ 48 ຄຸ້ມຖະໜົນ ຮ່າງງາງ, ປະທານໂຮ່ຈີມິນ ໄດ້ຂຽນ ຖະແຫຼງການ ເອກະລາດ, ສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ໃນ ວັນທີ 2 ກັນຍາ 1945, ເຊິ່ງໄດ້ກາຍເປັນ ບາດກ້າວອັນສະຫງ່າລາສີທີ່ສຸດ ໃນປະຫວັດສາດຂອງຊາດ.


ຕະຫຼອດ 80 ປີ ທີ່ຜ່ານມາ, ເຮືອນເລກທີ 48 ຄຸ້ມຖະໜົນ ຮ່າງງາງ ຍັງໄດ້ຮັບການຮັກສາໄວ້ ເກືອບຄືຮູບຮ່າງເດີມ. ຊັ້ນ 1 ແມ່ນພື້ນທີ່ ວາງສະແດງ, ຖືກສ້າງຄືນໃໝ່ ສະພາບແວດລ້ອມ ປະຫວັດສາດ ໃນໄລຍະການປະຕິວັດ ເດືອນ ສິງຫາ, ຮູບພາບ ຂອງ ບັນດາຜູ້ນຳ ການປະຕິວັດ ພ້ອມກັບບັນດາສິ່ງຂອງ ທີ່ລຽບງ່າຍ ຂອງ ລຸງ ໂຮ່ ຢ່າງມີຊີວິດຊີວາ.

ຢູ່ຫ້ອງນີ້, ປະທານ ໂຮ່ຈີມິນ ໄດ້ຂຽນຮ່າງຖະແຫຼງການ ເອກະ ລາດ, ສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາ ທິປະ ໄຕ, ເຊິ່ງເປັນປະເທດ ປະຊາທິປະໄຕ ປະຊາຊົນ ແຫ່ງທຳອິດ ຂອງ ອາຊີຕາເວັນອອກສ່ຽງໃຕ້.

ພາຍໃນຫ້ອງຮັບແຂກ ເຮືອນເລກທີ 48, ຄຸ້ມຖະໜົນ ຮ່າງງາງ.
ພື້ນທີ່ເດີ່ນຢູ່ດ້ານຫຼັງ ຂອງ ເຮືອນເລກທີ 48, ຄຸ້ມຖະໜົນ ຮ່າງ ງາງ ພ້ອມດ້ວຍນ້ຳສ້າງ ທີ່ເຄີຍໃຊ້ໃນການດຳລົງຊີວິດ ໃນສະໄໝ ນັ້ນ.

ພື້ນທີ່ຊັ້ນ 2, ບ່ອນທີ່ຕິດພັນກັບຂະບວນການ ຮ່າງບົດ ຖະແຫຼງການເອກະລາດ, ໄດ້ຈັດວາງ ດ້ວຍສອງຫ້ອງທີ່ ເຊື່ອມຕໍ່ ກັນ ຜ່ານລະບຽງນ້ອຍ ທີ່ສາມາດເບິ່ງອອກ ປ່ອງທະລຸຂຶ້ນສູ່ ທ້ອງຟ້າ. ຫ້ອງທາງຫຼັງ ແມ່ນບ່ອນປະຊຸມ, ຮັບປະທານອາຫານ ແລະ ວາງເຄື່ອງພິມດີດ ທີ່ປະທານ ໂຮ່ຈີມິນ ໄດ້ນຳໃຊ້. ສ່ວນ ຫ້ອງທາງໜ້າ ແມ່ນສະຖານທີ່ ທີ່ປະທານ ໂຮ່ຈີມິນ ຂຽນ ບົດຖະແຫຼງການເອກະລາດ ໂດຍມີໂຕະເຮັດວຽກ, ຕູ້ເອກະສານ ແລະ ຕຽງນອນ ທີ່ລຽບງ່າຍ.

ຊາວໜຸ່ມເຂົ້າຮ່ວມ ທັດສະນະສຶກສາ ແລະ ຮຽນຮູ້ ກ່ຽວກັບ ປະ ຫວັດສາດ ຢູ່ເຮືອນເລກທີ 48, ຄຸ້ມຖະໜົນ ຮ່າງງາງ. 

ທ່ານນາງ ຫວູ໊ທູຮ່າ, ຮອງປະທານ ຄະນະກຳມະການ ປະຊາຊົນ ນະຄອນຫຼວງ ຮ່າໂນ້ຍ ໄດ້ແບ່ງປັນ ກ່ຽວກັບ ຄຸນຄ່າ ຂອງ ເຂດ ອະນຸສອນສະຖານ ເລກທີ 48 ຖະໜົນ ຮ່າງງາງວ່າ ນີ້ບໍ່ພຽງແຕ່ ແມ່ນສະຖານທີ່ ທີ່ປະທານ ໂຮ່ຈີມິນ ໄດ້ຂຽນບົດຖະແຫຼງການ ເອກະລາດເທົ່ານັ້ນ, ແຕ່ຍັງ ແມ່ນສັນຍະລັກອັນສັກສິດ ແຫ່ງ ຄວາມຮັກຊາດ, ຈິດໃຈເປັນເຈົ້າຕົນເອງ ແລະ ຄວາມປາດຖະໜາ ໃນອິດສະຫຼະພາບ ຂອງ ທົ່ວປວງຊົນທັງຊາດ ຫວຽດນາມ ອີກດ້ວຍ.

 ບົດ: ເງິນຮ່າ - ພາບ: ກົງດາດ - ແປໂດຍ: ບິກລຽນ


Top