ອາຊີບເຮັດເຈ້ຍ ສາ ບ້ານ ເບື່ອຍ
ທ່າມກາງຈັງຫວະຊີວິດ ທີ່ຟົດຟື້ນ ຂອງ ຕົວເມືອງ, ບ້ານ ອຽນ ຖ໋າຍ, ເມືອງ ເຕີຍໂຮ່, ຮ່າໂນ້ຍ - ສະຖານທີ່ ຊຶ່ງຄັ້ງໜຶ່ງ ໃນອະດີດ ເຄີຍມີສຽງຄົກຕໍາ ເປືອກປໍສາ, ປັດຈຸບັນ ໄດ້ຖືກປຸກໃຫ້ຕື່ນຂຶ້ນມາ ໃນພື້ນທີ່ ວັດທະນະທໍາ ພິເສດ, ແນະນໍາອາຊີບ ພື້ນເມືອງ ການເຮັດເຈ້ຍ ສາ.
ຕັ້ງຢູ່ແຄມໜອງ ເຕີຍໂຮ່ ທີ່ສວຍງາມ, ບ້ານ ອຽນຖ໋າຍ ໃນສະໄໝ ກ່ອນແມ່ນສ່ວນໜຶ່ງ ຂອງ ພື້ນທ່ີ ແກ໋ເບື່ອຍ ທີ່ອຸດົມສົມບູນ, ເຄີຍຖືວ່າ ເປັນ “ບ່ອນກໍາເນີດ” ຂອງ ອາຊີບເຮັດເຈ້ຍ ສາ ແຫ່ງດິນແດນ ທັງລອງ. ສຽງຕໍາເປືອກປໍສາ, ສຽງນໍ້າໄຫຼຜ່ານແຜ່ນຮ່ອນເຈ້ຍ ເຄີຍເປັນສຽງທີ່ຄຸ້ນເຄີຍ, ຕິດພັນກັບຊີວິດການເປັນຢູ່ຂອງຄົນ ຮ່າໂນ້ຍ ຫຼາຍເຊັ່ນຄົນໃນອະດີດ. ເຖິງຢ່າງໃດກໍຕາມ, ມາຮອດປີ 2000, ເມື່ອບັນດາສະຫະກອນເຈ້ຍ ຖືກຍຸບ, ອາຊີບເກົ່າແກ່ ໄດ້ຄ່ອຍໆ ສູນຫາຍໄປ. ບັນດາຊ່າງຝີມື ຄົນສຸດທ້າຍຂອງ ບ້ານ ອຽນຖ໋າຍ ກໍ່ຄ່ອຍໆ ເຖົ້າລົງ, ສຽງຕໍາກໍ່ ຄ່ອຍໆ ໜ້ອຍລົງ, ເຈ້ຍ ສາ ເກືອບຈະຫາຍໄປຈາກຊີວິດ ໃນຕົວເມືອງ.
ໃນປີ 2024, ຢູ່ເຮືອນເລກທີ 189 ຖະໜົນ ຈິກຊ່າຍ, ຄະນະກໍາມະການ ປະຊາຊົນເມືອງ ເບື່ອຍ ໄດ້ເປີດ “ຈຸດບໍລິການ, ທ່ອງທ່ຽວ ວັດທະນະທໍາ ແລະ ແນະນໍາອາຊີບພື້ນເມືອງ ເຮັດເຈ້ຍ ສາ” ຢ່າງເປັນທາງການ. ພື້ນທີ່ນີ້, ແທ້ຈິງແລ້ວ, ແມ່ນ “ພິພິທະພັນ ທີ່ມີຊີວິດຊີວາ”, ເປັນບ່ອນທີ່ອະດີດ ແລະ ປັດຈຸບັນ ມາພົບກັນ, ເປັນ ບ່ອນທີ່ນັກທ່ອງທ່ຽວ ສາມາດຮຽນຮູ້, ຊື່ນຊົມ ແລະ ສໍາຜັດກັບຂັ້ນຕອນ ການເຮັດເຈ້ຍ ສາ ຮ່ວມກັບຊ່າງຝີມື ພື້ນບ້ານ.
ຕັ້ງແຕ່ປະຕູທາງເຂົ້າ, ປ້າຍສີແດງ ຂະໜາດໃຫຍ່ ທີ່ມີຕົວອັກສອນສີຂາວ ໂດດເດັ່ນ ແນະນໍາປະຫວັດຄວາມເປັນມາ ຂອງ ເຈ້ຍ ສາ ຫວຽດນາມ ແລະ ບ້ານ ເບື່ອຍ ໃນອະດີດ. ພື້ນທີ່ວາງ ສະແດງແນະນໍາຂັ້ນຕອນການເຮັດເຈ້ຍ ສາ ແບບດັ້ງເດີມ, ຕັ້ງ ແຕ່ຕົ້ນກໍາເນີດຂອງຕົ້ນປໍສາ, ຂັ້ນຕອນການເລືອກເປືອກ, ການຕໍາ, ການຕົ້ມ, ການຮ່ອນ, ການບີບ, ການຕາກ... ທັງໝົດໄດ້ຖືກສ້າງຄືນໃໝ່ຢ່າງມີຊີວິດຊີວາ ຜ່ານຮູບປັ້ນ, ຮູບພາບ ແລະ ວັດຖຸຈັດສະແດງ ທີ່ສົມຈິງ, ຊ່ວຍໃຫ້ຜູ້ຊົມສາມາດຈິນຕະນາການເຫັນຢ່າງຊັດເຈນເຖິງເສັ້ນທາງອັນລະອິດລະອ້ຽວ ເພື່ອສ້າງເຈ້ຍ ສາ ໜຶ່ງແຜ່ນ.
ນັກແຕ້ມ, ນັກຂຽນອັກສອນ ຈີນ ຫງວຽນຢຸຍດຶກ ໄດ້ແບ່ງປັນວ່າ: “ການສ້າງພື້ນທີ່ອາຊີບ ຄືນໃໝ່ທີ່ບ້ານ ເບື່ອຍ ບໍ່ພຽງແຕ່ເປັນການອະນຸລັກອາຊີບເກົ່າເທົ່ານັ້ນ, ແຕ່ຍັງເປັນການຟື້ນຄືນສ່ວນໜຶ່ງຂອງຄວາມຊົງຈໍາ ທາງວັດທະນະທໍາ ຂອງ ຄົນ ຮ່າໂນ້ຍ. ຂ້າພະ ເຈົ້າມາທີ່ນີ້ຍ້ອນຄວາມມັກໃນການຂຽນອັກສອນ ຈີນ ແລະ ເຈ້ຍ ສາ ຍັງເປັນວັດຖຸ ທີ່ເກືອບຈະປ່ຽນແທນບໍ່ໄດ້ໃນການສ້າງສັນ”.
ນອກຈາກນັ້ນ, ພື້ນທີ່ວາງສະແດງ ຍັງນໍາເອົາປະສົບການທີ່ໜ້າສົນໃຈມາສູ່ນັກທ່ອງທ່ຽວ, ເຊັ່ນ: ການຕໍາເປືອກປໍສາ, ການບົດ, ການຮ່ອນເຈ້ຍ ພາຍໃຕ້ການຊີ້ແນະ ຂອງ ສະມາຊິກ ຂອງ ວິສາ ຫະກິດສັງຄົມ Zó Project. ມັດເປືອກປໍສາ ທີ່ອ່ອນນຸ້ມຖືກຕໍາດ້ວຍສາກ, ນວດໃນກາວໜຽວ ແລ້ວຕອງຜ່ານຂອບເພື່ອສ້າງເປັນແຜ່ນເຈ້ຍບາງໆ ແຕ່ມີຄວາມຍືດຍຸ່ນ, ມີສີສັນແບບຫັດຖະກໍາ, ແບບທໍາມະຊາດ.
ພື້ນທີ່ດັ່ງກ່າວຍັງເປັນບ່ອນຈັດກິດຈະກໍາ ການສຶກສາວັດທະນະທໍາໃຫ້ແກ່ຄົນຮຸ່ນໃໝ່ ເຊັ່ນ: ຫ້ອງຮຽນຂຽນອັກສອນ ຈີນ, ເປັນບ່ອນສ້າງສັນ, ງານວາງສະແດງແຕ້ມຮູບເທິງເຈ້ຍສາ...ໄດ້ຈັດຂຶ້ນເປັນປະຈໍາ, ປະກອບສ່ວນ ບໍາລຸງລ້ຽງຊີວິດວັດທະນະທໍາ ໃນໝູ່ຊາວ ໜຸ່ມ.
ນາງ ຫງວຽນເກີມລີ - ນັກສຶກສາ ແລກປ່ຽນຈາກ ປະເທດ ການາດາ ທີ່ມັກວັດທະນະທໍາ ພື້ນເມືອງ ໄດ້ກ່າວວ່າ: “ຂ້າພະເຈົ້າ ໄດ້ຮຽນຂຽນອັກສອນ ຈີນ ຢູ່ທີ່ນີ້ ຕັ້ງແຕ່ພື້ນຖານຈົນເຖິງຂັ້ນສູງ. ເຈ້ຍ ສາ ບໍ່ແມ່ນເລື່ອງງ່າຍ ທີ່ຈະຂຽນ, ແຕ່ເມື່ອຂຽນໄດ້ແລ້ວ, ຮູ້ສຶກຄືກັບໄດ້ສໍາຜັດກັບຈິດວິນຍານ ຂອງ ຕົວອັກສອນ ຫວຽດນາມ. ທຸກໆ ບົດຮຽນຢູ່ທີ່ນີ້ ເຮັດໃຫ້ຂ້າພະເຈົ້າເຂົ້າໃຈ ແລະ ຮັກວັດທະ ນະທໍາ ຂອງຊາດ ຢ່າງເລິກເຊິ່ງຂຶ້ນ”.
ທ່າມກາງກະແສ ທີ່ທັນສະໄໝ, “ພິພິທະພັນ ເຈ້ຍ ສາ” ທີ່ ຈິກຊ່າຍ ເປັນຈຸດຮອງຮັບທາງຈິດວິນຍານ ສໍາລັບຜູ້ທີ່ຕ້ອງການຄົ້ນຫາຮາກຖານ, ຄົ້ນຫາຄວາມລະອຽດອ່ອນ ແລະ ໃນທຸກຈັງຫວະ ຂອງ ການດໍາລົງຊີວິດ.
ບົດ: ເງິນຮ່າ/VNP - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ