ມອບໂອກາດວຽກເຮັດງານທໍາໃຫ້ແກ່ຜູ້ພິການ
ສ້າງຕັ້ງຂຶ້ນໂດຍມື້ລາງ ນັກຮົບ ໄອທີ ຄົນທໍາອິດ ຂອງ ຫວຽດ ນາມ ທ່ານ ຫງວຽນກົງຮຸ່ງ, ໃນໄລຍະ 20 ປີຜ່ານມາ, ວິສາຫະກິດສັງຄົມ ງິ້ລຶກຊົ໋ງ (ມານະຈິດໃນການດຳລົງຊີວິດ) ໄດ້ນໍາເອົາໂອກາດການຮຽນຮູ້, ເປີດເສັ້ນທາງອາຊີບທີ່ໝັ້ນຄົງ ເພື່ອຊ່ວຍໃຫ້ຜູ້ພິການ ກ້າວໄປຂ້າງໜ້າ ໃນເສັ້ນທາງແຫ່ງການເພິ່ງພາຕົນເອງ.
ທ່ານນາງ ຫງວຽນທິຮວ່ຽນມິງ-ຜູ້ອໍານວຍການໃຫຍ່ ວິສາຫະກິດສັງຄົມ ງິ້ລຶກຊົ໋ງ ຫວນຄືນເຖິງວັນທໍາອິດທີ່ທ່ານ ຫງວຽນກົງຮຸ່ງ ເດີນທາງມາ ຮ່າໂນ້ຍ ເພື່ອຮັບລາງວັນນັກຮົບ ໄອທີ ແລະ ໄດ້ສະແດງຄວາມປາດຖະໜາ ທີ່ຈະມອບໂອກາດວຽກເຮັດງານທໍາໃຫ້ແກ່ຜູ້ພິການ. ໃນເວລານັ້ນທ່ານນາງ ມິງ ຍັງເປັນນັກ ສຶກສາ ແລະ ໄດ້ຮ່ວມມືກັບທ່ານ ຮຸ່ງ ແລະ ໝູ່ເພື່ອນ ອີກຈໍານວນໜຶ່ງ ເພື່ອເປີດຫ້ອງຮຽນ ຂະໜາດນ້ອຍ ຫ້ອງໜຶ່ງ ຂຶ້ນ.
ທ່ານນາງ ມິງ ເລົ່າສູ່ຟັງວ່າ “ໃນເວລານັ້ນ, ທຸກສິ່ງທຸກຢ່າງຍັງຫຍຸ້ງຍາກຫຼາຍ, ຄອມພິວເຕີ ເປັນສິ່ງທີ່ແປກໃໝ່ສໍາລັບຫຼາຍໆຄົນ, ແຕ່ພວກຂ້າພະເຈົ້າຄິດງ່າຍໆ ວ່າ ຖ້າມັກກໍລົງມືເຮັດເລີຍ. ດັ່ງນັ້ນ ທຸກຄົນຈຶ່ງຮ່ວມກັນອອກເງິນ ເຊົ່າຫ້ອງແຖວ, ແບ່ງກັນຄ່າເຊົ່າ, ນໍາໃຊ້ຫ້ອງຮັບແຂກ ເປັນຫ້ອງຮຽນ. ທ່ານ ຮຸ່ງ ສ້າງ ເວັບໄຊ ເພີ່ມເຕີມໃຫ້ແກ່ບໍລິສັດຕ່າງໆ ເພື່ອຫາລາຍໄດ້ເພີ່ມມາຊ່ວຍຄ່າໃຊ້ຈ່າຍ ຂອງ ຫ້ອງຮຽນ. ໃນປີ 2009, ກຸ່ມໄດ້ຮັບການຊ່ວຍເຫຼືອ ຄອມພິວເຕີ ເກົ່າ 10 ເຄື່ອງ ເພື່ອນໍາໃຊ້ເປັນອຸປະກອນການສອນ. ສອງສາມປີຕໍ່ມາ, ດ້ວຍຄວາມສົນໃຈຈາກກະຊວງຖະແຫຼງຂ່າວ ແລະ ການສື່ສານ, ໂດຍສະເພາະ ແມ່ນທ່ານຮອງລັດຖະມົນຕີ ຫງວຽນມິງຮົ່ງ, ຫ້ອງຮຽນໄດ້ຮັບ ຄອມພິວເຕີ ໃໝ່ເພີ່ມອີກ 10 ກວ່າເຄື່ອງ. ນີ້ແມ່ນຈຸດສໍາຄັນ, ຫ້ອງຮຽນມີອຸປະກອນ ທີ່ໝັ້ນຄົງ, ເລີ່ມດໍາເນີນງານເປັນລະບຽບ ຮຽບຮ້ອຍກວ່າເກົ່າ”.
ຈາກການທີ່ສາມາດຈັດຕັ້ງ ໄດ້ພຽງ 15 ນັກຮຽນຕໍ່ຫ້ອງ, ປັດຈຸ ບັນ ວິສາຫະກິດສັງຄົມ ງິ້ລຶກຊົ໋ງ ໄດ້ສອນນັກຮຽນ 60 ຄົນຕໍ່ຫ້ອງ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ດ້ວຍໄລຍະເວລາຮຽນ 6 ເດືອນ. ເນື້ອໃນການຮຽນແຕກຕ່າງກັນ ບົນພື້ນຖານການຕອບສະໜອງເງື່ອນໄຂການ ຮັບສະໝັກ ຂອງ ບັນດາວິສາຫະກິດ ໃນຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ. ນັກຮຽນຂອງ ສູນງິ້ລຶກຊົ໋ງ ແມ່ນຜູ້ພິການ, ຜູ້ທີ່ມີຍາດພີ່ນ້ອງພິການ, ກຸ່ມດ້ອຍໂອກາດເຊັ່ນ: ລູກຫຼານໃນນະໂຍບາຍ, ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວ, ເດັກພະເນຈອນ ຕາມທ້ອງຖະໜົນ, ເດັກ ທີ່ກໍາພ້າພໍ່ແມ່...
ໃນມື້ທີ່ພວກຂ້າພະເຈົ້າໄປຢ້ຽມຢາມສູນ ງິ້ລຶກຊົ໋ງ ໄດ້ພົບກັບຄູສອນ ທີ່ກໍາລັງນັ່ງລົດເຂັນ ເຄື່ອນທີ່ ເພື່ອສອນນັກຮຽນໃນຫ້ອງຮຽນເຕັກໂນໂລຊີຂໍ້ມູນຂ່າວສານ. ທ່ານ ຫວູ໊ຟອງກີ່ ເປັນນັກ ຮຽນທີ່ຮຽນຢູ່ ສູນງິ້ລຶກຊົ໋ງ ໃນປີ 2009 ແລະ ຍັງເປັນກໍລະນີທີ່ຫາຍາກ ທີ່ພິການທັງຂາ ແລະແຂນ ຍ້ອນພະຍາດກະດູກພອຍ ແຕ່ຫຼັງຈາກຮຽນໄດ້ 3 ເດືອນ, ທ່ານ ກີ່ ໄດ້ສອບເສັງເຂົ້າເຮັດວຽກຢູ່ບໍລິສັດ TNHH Esoftflow ສັງກັດກຸ່ມບໍລິສັດ Esoft Systems-ໜຶ່ງໃນກຸ່ມບໍລິສັດ ຊັ້ນນໍາ ຂອງ ເດນມາກ ໄດ້ຢ່າງດີ ເລີດ. ຫຼັງຈາກເຮັດວຽກໄດ້ 4 ປີ, ສະສົມປະສົບການ ຫຼາຍຢ່າງ, ທ່ານ ກີ່ ໄດ້ກັບຄືນສູນ ງິ້ລຶກຊົ໋ງ ເພື່ອເປັນຄູສອນ, ສອນອາຊີບໃຫ້ແກ່ຜູ້ທີ່ມີສ ພາບແວດລ້ອມ ຄືກັບຕົນເອງ.
ທ່ານ ກີ່ ໃຫ້ຮູ້ວ່າ ນັກຮຽນຈະໄດ້ຮຽນຮູ້ທັກສະພື້ນຖານໃນຄອມ ພິວເຕີ ເພາະວ່າ ສ່ວນຫຼາຍແມ່ນບໍ່ຮູ້ຫຍັງກ່ຽວກັບຄອມພິວເຕີ ເລີຍ ເລີ່ມຕັ້ງແຕ່ການຈັບ ເມົາ ຫຼື ເປີດຄອມພິວເຕີ ແນວໃດ. ຫຼັງຈາກ 2 ເດືອນ, ພວກເຂົາຈະໄດ້ຮຽນຮູ້ກ່ຽວກັບການແກ້ໄຂຮູບພາບ ອະສັງຫາລິມະຊັບ, ປະມວນຜົນຂໍ້ມູນ, ແກ້ໄຂ ວີດີໂອ, ສ້າງຜະລິດຕະພັນດ້ວຍຊອບແວ canvas, ສ້າງ ວີດີໂອ ດ້ວຍ AI. ຫຼັງຈາກຮຽນວິຊາສະເພາະ ໃດໜຶ່ງເປັນເວລາ 6 ເດືອນ, ນັກຮຽນ ສາມາດໄປເຮັດວຽກຢູ່ວິສາຫະກິດ ຈຳນວນໜຶ່ງ ທີ່ເປັນຄູ່ຮ່ວມງານຂອງ ສູນ ງິ້ລຶກຊົ໋ງ ໄດ້ຢ່າງໝັ້ນໃຈ.
ນອກເໜືອໄປຈາກການເປີດຫ້ອງຮຽນຝຶກອົບຮົມກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ວິສາຫະກິດສັງຄົມ ງິ້ລຶກຊົ໋ງ ຍັງໄດ້ເປີດຫ້ອງຮຽນຝຶກອົບຮົມ ກ່ຽວກັບອາຊີບ ເຮັດເຄື່ອງເງິນ ພາຍໃຕ້ການຊີ້ນໍາຂອງຊ່າງຝີມື ຈາກບ້ານເຮັດເຄື່ອງເງິນ ດິ້ງກົງ (ຮ່າໂນ້ຍ). ນັກຮຽນຫຼັງຈາກຮຽນໄດ້ 1-2 ເດືອນ ກໍສາມາດຜະລິດ ຜະລິດຕະພັນໄດ້ ແລະ ໄດ້ຮັບຄ່າຈ້າງ 1- 2 ລ້ານດົ່ງຕໍ່ເດືອນ. ຫຼັງຈາກຮຽນອາຊີບໄດ້ຢ່າງຊໍານິຊໍານານເປັນເວລາ 6 ເດືອນ ຈະໄດ້ລົງໄປເຮັດວຽກຢູ່ໂຮງງານຜະລິດຂອງໝູ່ບ້ານເຮັດເຄື່ອງເງິນ ດິ້ງກົງ ດ້ວຍເງິນເດືອນ 6 ລ້ານດົ່ງຕໍ່ເດືອນ.
ບໍ່ພຽງແຕ່ມອບໂອກາດທາງດ້ານອາຊີບ ແລະ ວຽກເຮັດງານທໍາໃຫ້ແກ່ຜູ້ພິການເທົ່ານັ້ນ, ວິສາຫະກິດສັງຄົມ ງິ້ລຶກຊົ໋ງ ຍັງຊ່ວຍໃຫ້ນັກຮຽນ ມີຄວາມໝັ້ນໃຈໃນຕົວເອງຫຼາຍຂຶ້ນ ໂດຍການເຂົ້າຮ່ວມໃນຫ້ອງຮຽນທັກສະຊີວິດ.
ທ່ານນາງ ດັ້ງຫງວຽນຮ່ົງແຮ້ງ-ອາສາສະໝັກສອນຫ້ອງຮຽນທັກສະຊີວິດ ໃຫ້ຮູ້ວ່າ: “ນ້ອງໆ ຈະໄດ້ຮຽນຮູ້ກ່ຽວກັບແນວຄິດໃນທາງບວກ, ແນວຄິດການພັດທະນາ ຄືການວາງແຜນສໍາລັບເປົ້າໝາຍສະເພາະ ແລະ ວິທີການທີ່ຈະຕິດແໜ້ນກັບເປົ້າໝາຍນັ້ນ. ຜ່ານນັ້ນ ນ້ອງໆ ຈະສາມາດກ້າວຂ້າມເຂດປອດໄພ ເພື່ອກ້າທີ່ຈະປະ ສົບການສິ່ງທີ່ຕົນເອງບໍ່ເຄີຍກ້າທີ່ຈະລອງມາກ່ອນ ເພື່ອຮຽນຮູ້ຄວາມຮູ້ ແລະ ທັກສະໃໝ່ໆ ຢ່າງໝັ້ນໃຈ ແລະ ສ້າງແຮງບັນດານໃຈໃຫ້ແກ່ຄົນອື່ນໆ”.
ກ່າວເຖິງຍຸດທະສາດໄລຍະຍາວ ຂອງ ວິສາຫະກິດສັງຄົມ ງິ້ ລຶກຊົ໋ງ, ທ່ານນາງ ມິງ ໃຫ້ຮູ້ວ່າ ສູນ ງິ້ລຶກຊົ໋ງ ຈະຮ່ວມມືກັບ Omicare (ຍີ່ປຸ່ນ) ເພື່ອເປີດຮ້ານຂາຍເຄື່ອງທີ່ເປັນແບບຢ່າງ ແລະ ພັດທະນາຈຸດຂາຍເຄື່ອງຂະໜາດນ້ອຍ ໂດຍການລົງທຶນດ້ານພື້ນຖານ ແລະ ສິນຄ້າ ເພື່ອໃຫ້ຜູ້ດ້ອຍໂອກາດໄດ້ເຂົ້າຮ່ວມເຮັດວຽກ ແລະ ສາມາດ ສ້າງລາຍໄດ້ໃຫ້ແກ່ຕົນເອງ.
ບົດ: ເງິນຮ່າ/VNP - ພາບ: ເຕິດເຊີນ ແລະ ເອກະສານ - ແປໂດຍ: ຢືຟຽນ