• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້: ບັນດາ ມາດຕະການຄົບຊຸດ ແລະ ທັນການ

ຫວ່າງແລ້ວນີ້, ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ (ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ) ໄດ້ລາຍງານຜົນສຳເລັດວຽກງານຄຸ້ມຄອງຄຸນນະພາບຜະລິດຕະພັນ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ໃນ 10 ເດືອນຕົ້ນປີ 2021. ນີ້ເປັນໄລຍະ ສະພາບການແຜ່ລະບາດ ໂຄວິດ-19 ມີການຜັນແປຢ່າງສັບສົນ, ສ້າງຜົນສະທ້ອນໃຫ້ແກ່ການເຄື່ອນໄຫວດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແຕ່ 24/7-21/9/2021 ນະຄອນ ຮ່າໂນ້ຍ ປະຕິບັດການແຍກຫ່າງສັງຄົມ ຕາມຄຳສັ່ງເລກທີ່ 16/CT-TTg ເພື່ອສະກັດກັ້ນ ແລະ ຕ້ານ ໂຄວິດ-19. ເຖິງວ່າ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ໄດ້ຜັນຂະຫຍາຍ ບັນດາມາດຕະການ ແນໃສ່ເປົ້າໝາຍພັດທະນາການຜະລິດ, ຮັກສາຄວາມໝັ້ນຄົງແຫຼ່ງສະຫຼອງຜະລິດຕະພັນ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້, ຮັບປະກັນຄຸນນະພາບ, ຄວາມປອດໄພດ້ານສະບຽງອາຫານ. 
ດ້ວຍເປົ້າໝາຍຕົ້ນຕໍ່ແມ່ນພັດທະນາການຜະລິດດ້ານກະສິກຳ, ຮັກສາຄວາມໝັ້ນຄົງແຫຼ່ງສະຫຼອງຜະລິດຕະພັນ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້, ຮັບປະກັນຄຸນນະພາບ, ຄວາມປອດໄພດ້ານສະບຽງອາຫານ ເພື່ອຮັບໃຊ້ໃຫ້ແກ່ຊາວນະຄອນຫຼວງ, ພາຍໃຕ້ການຊີ້ນຳຂອງພະແນກ ກະສິກຳ ແລະ ພັດທະນາຊົນນະບົດ, ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ໄດ້ສົມທົບກັບບັນດາໜ່ວຍງານ ປະຕິບັດບັນດາມາດຕະພານ ແນໃສ່ຟື້ນຟູຄວາມຫຍຸ້ງຍາກຍ້ອນ ໂຄວິດ-19 ແລະ ບັນລຸເປົ້າໝາຍທີ່ວາງອອກ.

ດ້ວຍບັນດາມາດຕະການໜູນຊ່ວຍການຜະລິດ, ຄ້າຂາຍເຄື່ອງກະເສດ, ເຄື່ອງປ່າ ແລະ ສິນໃນນຳ້, ເຊື່ອມຕໍ່ການຈຳໜ່າຍ, ກໍ່ສ້າງລະບົບສະໜອງຜະລິດຕະພັນກະເສດ, ສະບຽງອາຫານທີ່ປອດໄພ, ພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົນທົບກັບ ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ  ແລະ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ເຊັນ “ແຜນການສົມທົບຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຍົກສູງຄຸນນະພາບ, ຄຸນຄ່າລະບົບສະໜອງຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ ໄລຍະ 2021-2025”.
 
ເຖິງປະຈຸບັນ ກໍ່ສ້າງ ແລະ ພັດທະນາໄດ້ 786 ລະບົບສະໜອງ ສະບຽງອາຫານທີ່ປອດໄພ, ໃນນັ້ນ ມີ 253 ລະບົບ ສະໜອງຜະລິດຕະພັນກະເສດ, ສະບຽງອາຫານທີ່ປອດໄພ ໄດ້ຮັບຮອງຕາມມາດຕະຖານຂອງກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ, ບັນດາລະບົບດັ່ງກ່າວ ປະກອບສ່ວນສະໜອງຜະລິດຕະພັນກະເສດ, ສະບຽງອາຫານທີ່ປອດໄພໃຫ້ແກ່ນະຄອນ ຮ່າໂນ້ຍ. 


ພະນັກງານກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ປະກາດຂໍ້ຕັດສິນກວດກາ ກ່ຽວກັບການປະຕິບັດບັນດາຂໍ້ກຳນົດຂອງກົດໝາຍ ໃນການຜະລິດ ແລະ ຄ້າຂາຍຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ຢູ່ບໍລິສັດຫຸ້ນສ່ວນ V-Food ຫວຽດນາມ. 


ຄະນະພະນັກງານ ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ໂດຍທ່ານນາງ ຫງວຽນທິທູຮັ່ງ, ຫົວໜ້າກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ນຳໜ້າ ມາກວດກາ ແລະ ເກັບແບບຢ່າງຜະລິດຕະພັນທີ່ເຂດຄ້າຂາຍຂອງ ບໍລິສັດຫຸ້ນສ່ວນ V-Food ຫວຽດນາມ.


ຄະນະປະຕິບັດງານ ພວມເກັບແບບຢ່າງຜະລິດຕະພັນ. 


ບັນດາແບບຢ່າງໄດ້ຕິດສະແຕມປິດໄວ້ ແລະ ປະທັບກາຮັບຮອງ. 


ແບບຢ່າງໝາກໄມ້ຈຳນວນໜຶ່ງ ໄດ້ຄັດເລືອກເພື່ອເອົາໄປກວດກາຄວາມປອດໄພດ້ານສະບຽງອາຫານ. 


ຄະນະພະນັກງານ ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ມາກວດກາ ແລະ ເກັບແບບຢ່າງຜະລິດຕະພັນທີ່ເຂດຄ້າຂາຍຂອງ ບໍລິສັດຫຸ້ນສ່ວນ ສະບຽງອາຫານລະດັບສູງ. 


ບັນດາແບບຢ່າງໄດ້ນຳເຂົ້າໃນເຄື່ອງຈັກ ເພື່ອໄຈ້ແຍກ ບັນດາຕົວເລກຊີ້ບອກ ຂຶ້ນກັບກຸ່ມປົກປັກຮັກສາພືດ. 


ບັນດາແບບຢ່າງໄດ້ເອົາໄປ ໄຈ້ແຍກ ເພື່ອກວດກາບັນດາປະລິມານເຫຼືອຄ້າງຢາຕ້ານເຊື້ອ. 


ບັນດາຂັ້ນຕອນໄຈ້ແຍກແບບຢ່າງຜະລິດຕະພັນລ້ວນແຕ່ໄດ້ປະຕິບັດດ້ວຍເຄື່ອງຈັກທີ່ທັນສະໄໝ ຕາມແບບ ອັດຕະໂນມັດ. 

ຮ່າໂນ້ຍ ພວມຮັກສາ ແລະ ພັດທະນາ 141 ລະບົບເຊື່ອມຕໍ່ຄວາມປອດໄພດ້ານສະບຽງອາຫານ ແຕ່ການຜະລິດ ເຖິງການຈຳໜ່າຍຜະລິດຕະພັນ, ໃນນັ້ນ ກໍ່ສ້າງໄດ້ ກວ່າ 40 ເຄື່ອງໝາຍການຄ້າຄື: ໄກ່ ບາວີ່, ໄກ່ ຊອກເຊີນ, ໄກ່ ເຊີນໄຕ, ເປັດ ເວີນດິ່ງ, ໝາກລຳໄຍ ດ້ານແທ່ງ, ເຂົ້າຫອມ ໂບຍເຄ໋ ...


ວຽກງານຕ້ອນຮັບ ແລະ ແກ້ໄຂແຫຼ່ງຂໍ້ມູນສ່ອງແສງເຖິງຄວາມສ່ຽງ, ກໍລະນີສ້າງຄວາມບໍ່ປອດໄພດ້ານສະບຽງອາຫານ ກໍ່ໄດ້ປະຕິບັດຢ່າງທັນການ, ດ້ວຍ 3 ຮູບການຄື: ຕ້ອນຮັບໂດຍກົງ: ຮັບເອົາທີ່ກົມຄຸ້ມຄອງ ຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ (ທີ່ຢູ່: 143 ຖະໜົນ ໂຮ່ດັກຢີ, ເມືອງ ໂດງດາ, ຮ່າໂນ້ຍ). ເວລາຕ້ອນຮັບໃນໂມງລັດຖະການ; ຮັບເອົາຜ່ານ ອີແມວ: ccqlclnlsts_sonnptnt@hanoi.gov.vn; ຮັບເອົາຜ່ານທາງໂທລະສັບດ່ວນ: 02433600012 ໃນເວລາ 24/24 ຊົ່ວໂມງ ນັບທັງວັນພັກ ແລະ ງານບຸນ. ຮັບປະກັນແຫຼ່ງຂໍ້ມູນສ່ອງແສງຂອງປະຊາຊົນ ຈະໄດ້ແກ້ໄຂຢ່າງທັນການ.
ຮ່າໂນ້ຍ ພວມຮັກສາ ແລະ ພັດທະນາ 141 ລະບົບເຊື່ອມຕໍ່ຄວາມປອດໄພດ້ານສະບຽງອາຫານ ແຕ່ການຜະລິດ ເຖິງການຈຳໜ່າຍຜະລິດຕະພັນ, ໃນນັ້ນ ກໍ່ສ້າງໄດ້ ກວ່າ 40 ເຄື່ອງໝາຍການຄ້າຄື: ໄກ່ ບາວີ່, ໄກ່ ຊອກເຊີນ, ໄກ່ ເຊີນໄຕ, ເປັດ ເວີນດິ່ງ, ໝາກລຳໄຍ ດ້ານແທ່ງ, ເຂົ້າຫອມ ໂບຍເຄ໋ ...

ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ກໍ່ໜູນຊ່ວຍບັນດາພື້ນຖານ ກໍ່ສ້າງ, ນຳໃຊ້ບັນດາແຜນການຄຸ້ມຄອງ ຄຸນນະພາບທີ່ກ້າວໜ້າໃນການຜະລິດ, ປຸງແຕ່ງສະບຽງອາຫານຄື: VietGAP, HACCP, ISO 22000, ແນໃສ່ຍົກສູງຄຸນນະພາບ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ; ຍູ້ແຮງການພັດທະນາບັນດາເຂດຜະລິດກະສິກຳລວມສູນ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານໃນເນື້ອທີ່ຜະລິດ ຜັກປອດສານພິດ 5.000 ເຮັກຕາ, 40 ຕົວແບບປູກຜັກໄດ້ນຳໃຊ້ລະບົບຮັບປະກັນຄຸນນະພາບພາຍໃນ (PGS) ທີ່ 40 ຕາແສງ, ບ້ານ, ເທດສະບານ ຂຶ້ນກັບ 17 ເຂດ, ເມືອງ, ເທດສະບານ ດ້ວຍເນື້ອທີ່ກວ່າ 1.700 ເຮັກຕາ.

ຖັດໄປແມ່ນມາດຕະການພັດທະນາ “ລະບົບຊອກຫາແຫຼ່ງທີ່ມາຂອງຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ສະບຽງອາຫານ ນະຄອນ ຮ່າໂນ້ຍ”. ກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ສືບຕໍ່ຮັກສາ ແລະ ພັດທະນາ ແຕ່ເວັບໄຊ www://check.gov.vn ມາເປັນເວັບໄຊ www://check.hanoi.gov.vn ຂຶ້ນກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ.  

ຈາກສະພາບການ ໂຄວິດ-19 ຍັງຜັນແປຢ່າສັບສົນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ, ພິເສດແມ່ນກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ນະຄອນ ຮ່າໂນ້ຍ ສືບຕໍ່ສະເໜີອອກບັນດາມາດຕະພານ ຄື: ນຳໃຊ້ຢ່າງສຳເລັດການປະຕິວັດອຸດສາຫະກຳ 4.0 ໃນການຄຸ້ມຄອງຄຸນນະພາບ, ຄວາມປອດໄພຂອງຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້. ຮັກສາ ແລະ ພັດທະນາລະບົບ ຊອກຫາແຫຼ່ງທີ່ມາຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ທີ່ປອດໄພ ໃນນະຄອນ ຮ່າໂນ້ຍ ຜ່ານລະຫັດ Qrcode. ຄຸ້ມຄອງ ແລະ ພັດທະນາ ຕະຫຼາດການຄ້າ ເອເລັກໂຕຼນິກ ຈຳໜ່າຍຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ທີ່ປອດໄພ. ໜູນຊ່ວຍກໍ່ສ້າງເຄື່ອງໝາຍການຄ້າ, ໂຄສະນາຜະລີດຕະພັນກະເສດ ຮັບປະກັນຄຸນນະພາບ ປອດໄພດ້ານສະບຽງອາຫານ, ແນໃສ່ “ຮັບປະກັນຄວາມປອດດໄພດ້ານສະບຽງອາຫານ, ຍົກສູງຄຸນນະພາບ, ຄຸນຄ່າລະບົບສະໜອງຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງ ນະຄອນ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ ໄລຍະ 2021-2022”. 
 

 
ບົດ: ຖາວວີ - ພາບ: ແທງຢາງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top