• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄວາມງາມ ຂອງ ພູເຂົາໄຟ 5 ແຫ່ງ ຢູ່ ສວນສາທາລະນະ ທໍລະນີສາດ ດັກນົງ

ກ່ອນໜ້ານີ້ກວ່າ 140 ລ້ານປີ, ຍ້ອນການເຄື່ອນຕົວ ຂອງ ເປືອກ ໂລກ ໄດ້ເກີດ ພູເຂົາໄຟ 5 ແຫ່ງ ເຊິ່ງບັນດາ ນັກຄົ້ນຄວ້າ ທາງ ດ້ານ ທໍລະນີສາດ ຕີລາຄາວ່າ ມີຄວາມງາມແບບທຳມະຊາດ ດ້ວຍໂຄງສ້າງ ທີ່ເປັນ ເອກະລັກ ສະເພາະ ຢູ່ສວນ ສາທາລະນະ ທໍລະນີສາດ ດັກນົງ.
ພູເຂົາໄຟ ເນີມ ເບີລາງ (ຈື ເຣີລູ)

ພູເຂົາໄຟ ເນີມ ເບີລາງ, ໃນເມື່ອກ່ອນ ມີຊື່ວ່າ ພູເຂົາໄຟ ຈື ເຣີລູ, ຕັ້ງຢູ່ເມືອງ ເກີຣົງ ໂນ. ພູເຂົາໄຟ ເປັນຮູບຈວຍກຸດ ທີ່ເປັນ ເອກະ ລັກ, ມີຄວາມງາມຢ່າງໜ້າຕື່ນຕາຕື່ນໃຈ ແລະ ສາມາດແນມ ເຫັນ ແຕ່ໄກ ໄດ້ຫຼາຍທິດທາງ.

ສິ່ງທີ່ໜ້າສົນໃຈກໍຄື ນີ້ແມ່ນພູເຂົາໄຟໜຶ່ງດຽວ ຢູ່ສວນສາທາ ລະ ນະ ທໍລະນີສາດ ດັກນົງ ທີ່ສ້າງລະບົບຖໍ້າລາວາ 50 ແຫ່ງ, ມີຂະ ໜາດໃຫຍ່ ແລະ ເປັນເອກະລັກ ທີ່ສຸດຢູ່ອາຊີຕາເວັນອອກ, ບັນຈຸສິ່ງທີ່ໜ້າສົນໃຈຫຼາຍຢ່າງ ທີ່ຕ້ອງໄດ້ຮັບການຄົ້ນຄວ້າ ແລະ ອະທິບາຍ.

ນອກຈາກນັ້ນ, ການຄົ້ນພົບ ຮ່ອງຮອຍ ວັດຖຸ ບູຮານ ຂອງ ມະນຸດ ສະໄໝດຶກດຳບັນ ທີ່ອາໃສຢູ່ໃນລະບົບຖ້ໍາ ພູເຂົາ ໄຟ ແຫ່ງນີ້ ໄດ້ ເຮັດ ໃຫ້ວົງການ ນັກວິທະຍາສາດ ທີ່ຄົ້ນຄວ້າ ກ່ຽວກັບ ມະນຸດບູ ຮານ ໂລກ ຕ້ອງຕົກຕະລຶງ ແລະ ເຮັດໃຫ້ພົ້ນເດັ່ນຂຶ້ນ ຄຸນຄ່າ ທາງ ວິທະຍາສາດ ແລະ ການສຶກສາ ຂອງ ສະຖານທີ່ ທີ່ມີ ເອກະລັກ ສະເພາະແຫ່ງນີ້.

 

ພູ​ເຂົາ​ໄຟ​ ຈີ ເຮີລູ ​ຕົວແທນ ຂອງ ແບບພົ່ນລາວາ ໃຈກາງ​, ມີ​ອາຍຸ​ແຕ່ 200.000-600.000 ປີ.
 

ຖ້ຳ C9 ຈື ເຣີລູ ແມ່ນໜຶ່ງໃນຖ້ຳພູເຂົາໄຟ ລາວາ ຫຼາຍແຫ່ງ ທີ່ສັງກັດ ກຸ່ມຖ້ຳພູເຂົາໄຟ ຍາວທີ່ສຸດ ອາຊີຕາເວັນອອກ ສ່ຽງໃຕ້. ກຸ່ມຖ້ຳພູເຂົາໄຟນີ້ ໄດ້ຖືກປະກາດ ໂດຍ ນັກວິທະຍາສາດ ຫວຽດ ນາມ ແລະ ຍີ່ປຸ່ນ ໃນທ້າຍປີ 2014. ພາບ: ກົງດາດ/VNP


ຝາ​ຖ້ຳ ​ມີ​ສີ​ແດງ​ສົດ​ໃສ​ເປັນ​ເອກະລັກ​ສະ​ເພາະ ​ຂອງ​ພູ​ເຂົາ​ໄຟ ​ນາມເຢິງ. ພາບ: ກົງດາດ/VNP



ປາກຖ້ຳພູເຂົາໄຟ ຈື ເຣີລູ. ພາບ: ກົງດາດ/VNP 


 

ຄວາມງາມຂອງຝາຫີນພາຍໃນຖຳ້ພູເຂົາໄຟ ຈື ເຣີລູ.  ພາບ: ກົງດາດ/VNP 


 

ການເດີນທາງຄົ້ນພົບພູມສັນຖານ ປາກພູເຂົາໄຟ ຈື ເຣີລູ ຂອງ ນັກທ່ອງທ່ຽວ. ພາບ: ກົງດາດ/VNP

ພູເຂົາໄຟ ເນີ້ມ ເກີແລ (ຖ້ວນ ອານ

ຕັ້ງຢູ່ເມືອງ ດັກ ມິລ, ພູໄຟ ເນີ້ມ ເກີແລ ຖືວ່າ ເປັນໜຶ່ງໃນບັນດາພູເຂົາໄຟໜຸ່ມ ຢູ່ເຂດ ໄຕງວຽນ. ຮູບຮ່າງຂອງ ພູເຂົາໄຟ ຖ້ວນອານ ມີຄວາມແຕກຕ່າງກັບ ພູເຂົາໄຟອື່ນໆ ໃນບໍລິເວນ ພື້ນທີ່ສວນ ສາທາລະນະ ທໍລະນີສາດ ດັກນົງ.

ເບິ່ງຈາກມູມສູງ, ພູເຂົາໄຟ ຖ້ວນອານ ມີລັກສະນະ ຄ້າຍຄື ເປືອກ ຫອຍກີ້ ຂວ້ໍາໃສ່ກັນ. ນີ້ແມ່ນຫນຶ່ງ ໃນບັນດາ ພູເຂົາໄຟ ທີ່ ສວຍ ງາມ, ມີການປະສົມປະສານພົ່ນຕາມຮອຍແຍກ ແລະ ການ ລະ ເບີດ

ພູເຂົາໄຟ ເນີ້ມ ເກີແລ ຕັ້ງຢູ່ໃກ້ກັບໜອງນໍ້າ ທຳມະຊາດ ທີ່ໃຫຍ່ ແລະ ສວຍງາມ. ອີງຕາມນັກວິທະຍາສາດ, ກົນໄກການ ປະກອບ ເປັນຮູບເປັນຮ່າງ ຂອງ ໜອງນໍ້າ ອາດມີຄວາມກ່ຽວພັນເຖິງ ການ ເຄື່ອນໄຫວ ຂອງ ພູເຂົາໄຟ ນີ້.



ຕັ້ງ​ຢູ່​ເມືອງ ດັກ​ ມິ​ລ, ພູ​ເຂົາໄຟ ​ເນີ້ມ ເກີແລ ຖື​ວ່າ​ ເປັນ​ໜຶ່ງ​ໃນ​ບັນ​ດາ​ພູ​ເຂົາໄຟ​ໜຸ່ມ ​ຢູ່​ເຂດ​ ໄຕງວຽນ.

ຮູບຮ່າງຂອງ ພູເຂົາໄຟ ນີ້ ມີຄວາມແຕກຕ່າງກັບ ພູເຂົາໄຟອື່ນໆ ໃນບໍລິເວນພື້ນທີ່ ສວນສາທາລະນະ ທໍລະນີສາດ ດັກນົງ.

ພາບ: ກົງດາດ/VNP



ຫີນລາວາ ທີ່ພົບເຫັນຢູ່ອ້ອມບໍລິເວນ ພູເຂົາໄຟ ເນີ້ມ ເກີແລ. ພາບ: ກົງດາດ/VNP

ພູເຂົາໄຟ ນາມ ເຢິງ

ຕັ້ງຢູ່ເມືອງ ກືຢຸດ, ນາມເຢິງ ແມ່ນພູເຂົາໄຟ ໃຫຍ່ອັນດັບທີສາມ ຂອງ ສວນສາທາລະນະ ທໍລະນີສາດ ດັກນົງ, ມີທັດສະນີຍະພາບທີ່ສວຍງາມ ແລະ ໄດ້ຮັບການຮັກສາໄວ້ ຂ້ອງຂ້າງສົມບູນ.

ປາກພູເຂົາໄຟ ເປັນຮູບຈວຍ ດ້ວຍລະດັບຄວາມສູງ ຂອງ ພູມສັນ ຖານທີ່ແຕກຕ່າງກັນເລັກນ້ອຍ ຈາກບໍລິເວນອ້ອມຂ້າງ. ອີງຕາມ ຄວາມສູງ ຂອງ ປາກພູເຂົາໄຟ ກໍສາມາດເອີ້ນວ່າ ເປັນປາກພູເຂົາ ໄຟລົບ, ອັນເນື່ອງຈາກວ່າ ເບິ່ງແຕ່ໄລຍະໄກ ຫຼື ໃກ້ (ພາຍໃນລັດ ສະໝີ 1-2 ກິໂລແມັດ) ຈະຈຳແນກບໍ່ໄດ້ ຮູບຖານ ຂອງ ພູເຂົາໄຟ.



ປະຊາຊົນ ຢູ່ທ້ອງຖິ່ນ ທຳການປູກຝັງທັນຍາຫານ ຢູ່ບໍລິເວນ ອ້ອມຮອບ ປາກພູເຂົາໄຟ. ພາບ: ກົງດາດ/VNP


ພູເຂົາໄຟ ນາມເຢິງ ແມ່ນພູເຂົາໄຟ ໃຫຍ່ອັນດັບສາມ ຂອງ ສວນສາທາລະນະ ທໍລະນີສາດ ດັກນົງ, ມີ ທັດສະນີຍະພາບ ທີ່ ສວຍງາມ ແລະ ໄດ້ຮັບການຮັກສາໄວ້ ຂ້ອງຂ້າງສົມບູນ. ພາບ: ກົງດາດ/VNP
 
ກຸ່ມພູເຂົາໄຟ ເນີມ ກາ

ຕັ້ງຢູ່ ເມືອງ ເກີຣົງ ໂນ, ພູເຂົາໄຟ ເນີມກາ ແມ່ນໜຶ່ງໃນບັນດາພູ ເຂົາໄຟ ທີ່ສວຍງາມທີ່ສຸດ ຢູ່ພື້ນທີ່ສວນສາທາລະນະ ທໍລະ ນີສາດ ດັກນົງ.


ນອກຈາກປາກພູເຂົາໄຟ ເນີມກາ ແລ້ວ, ຍັງມີພູເຂົາໄຟ ອີກ 2 ແຫ່ງ ຊຶ່ງເກີດຂຶ້ນ ໃນຮູບແບບ ຂອງ ປ່ອງພົ່ນລາວາ. ນອກນັ້ນຍັງມີ ຮູບຕົ້ນໄມ້ ກາຍເປັນຫີນ ໄດ້ເກີດຂຶ້ນ ໃນລະຫວ່າງການ ພົ່ນລາວາ ຂອງພູເຂົາໄຟ.


ພູເຂົາໄຟ ນີ້ ມີຂະໜາດນ້ອຍ, ແຕ່ມີລັກສະນະທີ່ເປັນ ເອກະລັກ ສະເພາະທາງດ້ານການສ້າງ, ໂຄງສ້າງ ແລະ ມີ ຮູບຮ່າງທີ່ໜ້າ ປະ ທັບໃຈ ແລະ ຈັດອັນດັບໜຶ່ງ ຂອງ ສວນສາທາລະນະ ທໍລະນີສາດ ດັກນົງ.



ພາບ ປາກພູເຂົາໄຟ ເນີມກາ ເບິ່ງຈາກມູມສູງ. ພູເຂົາໄຟ ເປັນຮູບ ຈວຍກຸດ ຫຼື ຮູບຖ້ວຍຖືກຂວໍ້າລົງ, ປາກພູເຂົາໄຟ ເປັນຮູບ ຈວຍ ຢູ່ໃຈກາງອ້ອມຮອບປາກພູເຂົາໄຟ ຖືກຍົກສູງ ຊຶ່ງເປັນຕົວແທນ ໃຫ້ການ ພົ່ນ ລາວາ ໃຈກາງ. ພາບ: ກົງດາດ/VNP



ທິວທັດທຳມະຊາດ ຂອງ ທົ່ງນາ ໃກ້ກັບພູເຂົາໄຟ ເນີມກາ. ພາບ: ກົງດາດ/VNP


ປະຊາຊົນ ຢູ່ທ້ອງຖິ່ນ ເກັບ​ກ່ຽວ​ເຂົ້າ​ ໃນ​ທົ່ງ​ນາ​ໃກ້​ພູ​ເຂົາ​ໄຟ. ພາບ: ກົງດາດ/VNP


ເສັ້ນທາງໄປເຖິງ ດັກນົງ:

- ຖ້າອາໄສຢູ່ ໄຊງ່ອນ (ນະຄອນ ໂຮ່ຈີມິນ) ຫຼື ແຂວງອ້ອມຂ້າງ ດັກນົງ, ນັກທ່ອງທ່ຽວສາມາດນຳໃຊ້ພາຫະນະຂອງຕົນເອງ ເພື່ອເຄື່ອນຍ້າຍເຖິງ ດັກນົງ. ຈາກ ໄຊງ່ອນ, ຜ່ານ ແຂວງ ບິ່ງເຢືອງ, ໄປຫາ ນະຄອນ ດົ່ງຊ່ວາຍ ຂອງແຂວງ ບິ່ງເຟືອກ, ແລ້ວຈາກນັ້ນ ໄປຕາມເສັ້ນທາງຫຼວງ 14 ເຖິງ ດັກນົງ. ຫຼື ນັກທ່ອງທ່ຽວ ສາມາດຊອກຫາລົດເມໄປຍັງ ດັກນົງ ອອກເດີນທາງ ໃນແຕ່ລະມື້ ດ້ວຍໄລຍະທາງປະມານ 250 ກິໂລແມັດ, ປົກກະຕິ ໃຊ້ເວລາປະມານ 7-8 ຊົ່ວໂມງເທົ່ານັ້ນ.

- ທາງ​ອາກາດ, ດັກ​ນົງ ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ສະໜາມ​ບິນ, ສອງ​ສະໜາມ​ບິນ ​ທີ່​ໃກ້​ກັບ ​ໃຈກາງ​ແຂວງ ​ແມ່ນ​ສະໜາມ​ບິນ ບວນມາຖວດ ມີ​ໄລຍະ​ທາງ 130 ກິ​ໂລ​ແມັດ ​ແລະ ສະໜາມ​ບິນ​ລຽນ​ເຄືອງງ (ນະຄອນ ດ່າ​ລາດ) ມີ​ໄລຍະ​ທາງ 150 ກິ​ໂລ​ແມັດ. ນັກ​ທ່ອງ​ທ່ຽວ​ຈາກ​ແຂວງ ​ແລະ ​ນະຄອນ​ ໃນ​ທົ່ວ​ປະ​ເທດ ​ສາມາດ​ໄປທາງອາກາດເຖິງ​ສະໜາມ​ບິນ ບວນມາຖວດ ຫຼື ສະໜາມບິນ ດ່່າລາດ ແລະ ເຄື່ອນຍ້າຍເຖິງສວນສາທາລະນະ ທໍລະນີສາດ ໂລກ ດັກນົງ.

 

 

ປະຕິບັດ: ກົງດາດ - ແປໂດຍ: ບິກລຽນ

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top