• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ການເດີນທາງປະຕິບັດຫໍສະໝຸດ ແຫ່ງຄວາມຝັນ

ທ່ານ​ນາງ ຫງວຽນ​ຟີ​ເວິນ, ປະທານ​ສະມາຄົມ​ລົງທຶນ​ເທວະ​ດາ​ຫວຽດນາມ, ຜູ້​ຮ່ວມ​ກໍ່​ຕັ້ງ​ໂຄງການ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ​ໄດ້ແບ່ງປັນກ່ຽວກັບ “ພາລະກິດ” ຂອງໂຄງການວ່າ “ສິລະ​ປະ​ຈະ​ຊີ້​ນຳ​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ ​ແລະ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຝັນ​ໃນ​ຊີວິດ​ອັນ​ດີງາມ”. 

ຫໍສະໝຸດ ແຫ່ງຄວາມຝັນ” ຈະເປັນບ່ອນຊ່ວຍໃຫ້ ເດັກນ້ອຍສ້າງນິໄສການອ່ານໜັງສື ແລະ ເຂົ້າຮ່ວມບັນດາ ກິດຈະກຳດ້ານສິລະປະ. ​ທ່ານ​ນາງ ຫງວຽນຟີເວິນ ​ເຫັນວ່າ ​ເດັກນ້ອຍ​ຫວຽດນາມ ຕ້ອງ​ເພີ່ມ​ຄວາມ​ຮູ້​ທີ່​ບໍ່​ມີ​ຢູ່​ໃນ​ປຶ້ມຄວາມ​ຮູ້​ທີ່​ ຊ່ວຍໃຫ້​ເຂົາ​ເຈົ້າ​ມີທຶນ​ໃນ​ການ​ດຳລົງ​ຊີວິດ​ເຂົ້າ​ໃຈ ​ແລະ ພັດທະນາເຮັດຕົນ​ເອງ​ໃຫ້​ດີ​ຂຶ້ນ. ຄຽງຄູ່ກັນນັ້ນເມື່ອເດັກນ້ອຍເຂົ້າ ຮ່ວມກິດຈະກຳສິລະປະເຊັ່ນ: ການແຕ້ມຮູບດົນຕີການຖ່າຍຮູບເດັກນ້ອຍຈະມີຄວາມຄິດສ້າງສັນ ແລະ ຮັກຊີວິດຫຼາຍຂຶ້ນ.

ຈາກນັ້ນ​, ເປົ້າ​ໝາຍ​ຂອງ​ໂຄງ​ການ​ແມ່ນ​ເພື່ອ​ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ມີ​ການກະ​ກຽມ​ຄວາມພ້ອມ ໃຫ້ດີ​ທີ່ສຸດ​ໃນ​ອະ​ນາ​ຄົດ. ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຮຽນ​ເພື່ອຫາຄວາມຮູ້, ​ເພື່ອເຮັດ​ເທົ່າ​ນັ້ນ, ຫາກ​ຍັງ​ດຳ​ເນີນ​ຊີວິດ​ຢູ່​ນຳ​ກັນ, ເພື່ອຢືນຢັນ​ຕົນ​ເອງ​ບໍ່​ພຽງ​ແຕ່​ຢູ່ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ໃນ​ໂລກອີກດ້ວຍ.

ເຄື່ອງເຟີນີເຈີ ແລະ ການຕົກແຕ່ງພາຍໃນຂອງຫໍສະໝຸດ ມີສີສັນທີ່ຈັບໃຈ ແລະ ດຶງດູດໃຈ. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ
ທ່ານ​ນາງ ຫງວຽນ​ຟີ​ເວິນ, ຜູ້​ຮ່ວມ​ກໍ່​ຕັ້ງ​ໂຄງການ​ ໄດ້​ມີການ ສຳຜັດຕົວຈິງ ໃນ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ ພ້ອມກັບນັກຮຽນ. ພາບ: ໂຄງການຫໍສະໝຸດແຫ່ງຄວາມຝັນ
ນອກຈາກນັ້ນ, ຫໍສະໝຸດແຫ່ງຄວາມຝັນ ຍັງມີບັນດາການ ເຄື່ອນໄຫວດ້ານສິລະປະ ເພື່ອຊ່ວຍໃຫ້ເດັກນ້ອຍເຂົ້າເຖິງ ແລະ ຮູ້ຈັກ ກັບວິຊາສິລະປະ ຫຼາຍປະເພດ. ພາບ: ໂຄງການ ຫໍສະໝຸດແຫ່ງຄວາມຝັນ

ເປີດ​ໂຄງການ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ​ຢູ່​ໂຮງຮຽນ​ປະຖົມ ​ເຈື່ອງ​ດິງ, ຕາ​ແສງ ດັກ​ອື, ປີ 2020. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ

ຫໍສະໜຸດ ແຫ່ງຄວາມຝັນ (Library of Dreams)​ແມ່ນ​ໂຄງການ​ຫໍສະໝຸດ​ສິລະ​ປະ​ຂອງ​ເດັກນ້ອຍ​ຫວຽດນາມ ​ຢູ່ເຂດທຸລະກັນ ດານ , ການເຂົ້າເຖິງປຶ້ມ ​ແລະ ກິດຈະກຳ​ວັດທະນະທຳ ສິລະ​ປະ​ຍັງ​ພົບກັບຄວາມຫຍຸ້ງຍາກ​, ເພາະສະນັ້ນ ​ທ່ານ​ນາງ ຫງວຽນ​ຟີ​ເວິນ - ​ປະທານ​ຄະນະ​ກຳມະການ​ບໍລິຫານ ບໍລິສັດ Retail & Franchise Asiaແລະ ທ່ານ ວັນຕຽນຮຸ່ງ, ຫົວໜ້າບັນນາທິການໃຫຍ່ໜັງສືພິມ ຕວຍແຈ໋ພ້ອມກັນສ້າງຕັ້ງໃນປີ 2014.

ຄູ​ອາ​ຈານ, ພໍ່​ແມ່​ແລະ​ນັກ​ຮຽນ​ມີ​ຄວາມ​ສຸກ​ຫຼາຍ​ ເມື່ອໄດ້ນໍາໃຊ້​​ຫ້ອງ​ສະ​ໝຸດ. ໂຮງຮຽນ ເກີປາເກີິເລືອງ - ກອນຕູມ, ບ່ອນທີ່ມີນັກຮຽນຊົນເຜົ່າ ສ່ວນໜ້ອຍເກືອບ 100% ໄດ້ນຳໃຊ້ ຫໍສະໝຸດແຫ່ງຄວາມຝັນໃນເດືອນກຸມພາ 2022ໄດ້ກ່າວກັບພວກຂ້າພະເຈົ້າວ່າ ຖ້າບໍ່ມີໂຄງການ, ບໍ່ຮູ້ຮອດເມື່ອໃດ ຈຶ່ງມີໂອກາດໄດ້ນັ່ງ ​ແລະ​ອ່ານ​ໃນ​ຫ້ອງ​ສະໝຸດ​ທີ່ກວ້າງ​ຂວາງ ​ແລະ ສວຍ​ງາມ ມີປຶ້ມ​ອ່ານມ່ວນໆ, ໜ້າ​ສົນ​ໃຈ ​ແລະ ມີ​ປະ​ໂຫຍ​ດຫຼາຍ​ຢ່າງຄືແນວນີ້”, ທ່ານ​ນາງ ຫງວຽນ​ທິຕວຽດຍຸງ, ຜູ້​ບໍລິຫານໂຄງການ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ​ແບ່ງປັນ​ຄວາມ​ຊົງ​ຈຳ​ໃນ​ການ​ປະຕິບັດ​ໂຄງການ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ​ຄັ້ງ​ຫຼ້າ​ສຸດ.

ໂດຍສະເພາະ, ຫໍສະໝຸດແຫ່ງຄວາມຝັນ ມີພື້ນທ່ີການອ່ານ ທ່ີສະ ດວກສະບາຍ ແລະ ສະໜຸກສະໜານ ໃຫ້ເດັກນ້ອຍ. ແຕ່ລະຫ້ອງປະກອບດ້ວຍ 2 ສ່ວນຫຼັກ. ເຄື່ອງເຟີນີເຈີ ແລະ ການຕົກແຕ່ງພາຍໃນຂອງຫໍສະໝຸດ ມີສີສັນທີ່ຈັບໃຈ ແລະ ດຶງດູດໃຈ. ບ່ອນນັ່ງອ່ານແມ່ນສະດວກສະບາຍ. ປຶ້ມມີເນື້ອໃນທີ່ຫຼາກຫຼາຍເໝາະສໍາລັບທຸກໄວ, ມີຮູບພາບທີ່ສວຍງາມ. ດັ່ງນັ້ນ​, ​ແຕ່​ລະ​ໂຮງຮຽນ ຈິ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ມີ​ເວລາ​ອ່ານ​ພາກ​ບັງຄັບ. ຄູອາຈານ ແລະນັກຮຽນອ່ານໜັງສື. ຫຼັງຈາກນັ້ນ, ຄູອາຈານ ຈະເປັນຜູ້ເປີດຕົວແຜນການແຂ່ງຂັນເພື່ອແບ່ງປັນຄວາມຮູ້ສຶກຂອງເຂົາເຈົ້າຫຼັງຈາກອ່ານໜັງສື, ຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບປຶ້ມຫົວໃໝ່ ແລະອື່ນໆ.

ຕາມ​ທ່ານ​ນາງ ຕວຽດຍຸງ​ແລ້ວ, ​ເດັກນ້ອຍ​ຫວຽດນາມ ຢູ່​ບັນດາ​ພູມີພາກ, ໂດຍ​ສະ​ເພາະ​ແມ່ນ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຊິ່ງພູມ​ສາດ ​ແລະ ​ເສດຖະກິດ​ຍັງມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ການ​ເຂົ້າ​ເຖິງ​ຄວາມ​ຮູ້, ​ກໍ່ຄື​ສິລະ​ປະ. ຫໍສະໝຸດແຫ່ງຄວາມຝັນຈະເປັນບ່ອນຊ່ວຍໃຫ້ເດັກນ້ອຍເຂົ້າເຖິງບັນດາແຫຼ່ງຄວາມຮູ້ໃໝ່ສຸດກ່ຽວກັບວິທະຍາສາດ, ສິລະປະ ແລະ ຄວາມຄິດສ້າງສັນ, ກະກຽມໃຫ້ແກ່ຄົນລຸ້ນຫຼັງທີ່ມີຫົວຄິດປະດິດສ້າງຂອງ ຫວຽດນາມ ໄດ້ສືບທອດ.

ການ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ ຫວຽດ​ນາມ ໃຫ້ມີ​ນິ​ໄສ​ການ​ອ່ານ, ຮຽນ​ຮູ້ ແລະ ເຂົ້າ​ເຖິງ​ຄວາມ​ຮູ້ ແມ່ນ​ຄວາມ​ປາດ​ຖະ​ໜາ​ຂອງ​ຜູ້​ກໍ່​ຕັ້ງ​ໂຄງ​ການ​ຫໍ​ສະ​ໝຸດ​ແຫ່ງ​ຄວາມ​ຝັນ. ພາບ: ໂຄງການຫໍ ສະໝຸດແຫ່ງຄວາມຝັນ

ບັນດາ​ນັກ​ຮຽນໄດ້​ນຳ​ສະ​ເໜີ​ບັນດາ​ຜະລິດ​ຕະພັນ​ທີ່​ຜະລິດ​ໃນ​ກິດຈະກຳ​ສິລະ​ປະ​ຂອງ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ

ນັກຮຽນກຳລັງອ່ານໜັງສືຢູ່ຫໍສະໝຸດແຫ່ງຄວາມຝັນ. ພາບ: ໂຄງການຫໍສະໝຸດ ແຫ່ງຄວາມຝັນ

ບັນດາ​ປຶ້ມ​ໃນ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນໄດ້​ຮັບ​ການ​ຄັດ​ເລືອກ​ໂດຍ​ຄະນະ​ຜູ້​ຊ່ຽວຊານ, ຈະ​ຊ່ວຍ​ປູກ​ຝັງ​ ແຫ່ງການເປັນພົນລະ​ເມືອງ​​ໂລກ, ຄວາມຄິດສ້າງສັນ ແຫ່ງການປ່ຽນແປງໃໝ່ ທີ່ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ພື້ນຖານ​ສີມື​ແຮງ​ງານ​ສະຕະວັດ​ທີ XXI. ​ທ່ານນາງ      ຫງວຽນຟີເວິນ ຫວັງວ່າ ໃນອະນາຄົດ, ເດັດນ້ອຍ ຫວຽດນາມ ຈະໄດ້ເຂົ້າເຖິງ​ຄວາມ​ຮູ້, ສິລະ​ປະ ​ແລະ ຄວາມ​ປະ​ດິດສ້າງ, ກຽມຄວາມພ້ອມ​ສໍາລັບຊ່ວງເວລາ​ຄວາມ​ວຸ້ນວາຍ ​ແລະ ສິ່ງທ້າ​ທາຍ​ສຳລັບ ຫວຽດນາມ ​ແລະ ​ໃນ​ໂລກ ຫຼາຍຂຶ້ນ.

ໃນ​ເດືອນມີນາ 2021, ​ໂຄງການ​ໄດ້​ສ້າງ​ຫໍສະໝຸດ 60 ​ແຫ່ງ, ​ໃນ 11 ​ແຂວງ​ຄື: ​ໄຕ​ນິງ, ບິ່ງ​ເຟືອກ, ຫວຸ໊ງ​ເຕົ່າ, ຫວິ໊ງ​ລອງ, ​ເບັນ​ແຈ, ດົ່ງ​ນາຍ, ເລີມ​ດົ່ງ, ​ແຄ໋ງຮວ່າ, ດັກ​ລັກ, ດັກ​ນົງ, ກວາງ​ນາມ ມີ​​ນັກສຶກສາເຂົ້າເຖິງປຶ້ມ ແລະ ກິດຈະກຳສິລະປະຫຼາຍກວ່າ 18.000 ຄົນ.

ແຕ່​ປີ 2020-2030, ຄາດ​ວ່າ​ຈະ​ສ້າງ​ຫໍສະໝຸດ​ແຫ່ງ​ຄວາມ​ຝັນ 1.000ແຫ່ງ ໃນ63 ແຂວງ, ນະຄອນ​ຂອງ​ຫວຽດນາມ. ຈາກ​ນັ້ນ​, ນັກ​ສຶກສາ​ຫວຽດນາມ ກວ່າ 500.000 ຄົນ​ໄດ້​ເຂົ້າ​ເຖິງ​ປື້ມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ, ປະດິດສ້າງ.

ບົດ: ຖາວວີ - ພາບ: ໂຄງການຫໍສະໝຸດແຫ່ງຄວາມຝັນ - ແປໂດຍ: ຢືຟຽນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top