• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ການເຊື່ອມຕໍ່ແລກປ່ຽນຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ທີ່ປອດໄພ ລະຫວ່າງ ຮ່າໂນ້ຍ ກັບ ຮ່ານາມ

ນອນໃນລະບົບເຊື່ອມຕໍ່ລະຫວ່າງ 36 ແຂວງ ກັບນະຄອນ ຮ່າໂນ້ຍ ເພື່ອແນະນຳ ບັນດາຜະລິດຕະພັນ ກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ຢ່າງປອດໄພ ແລະ ບັນດາຜະລິດຕະພັນ OCOP, “ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021” ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. 
ທ່ານ ເຈືອງກວັກຮືງ-ຫົວໜ້າກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ແຂວງ ຮ່ານາມ ໃຫ້ຮູ້ວ່າ ເລື່ອງຈັດຕັ້ງສັບປະດາຄັ້ງນີ້ ແມ່ນໂອກາດເພື່ອກໍ່ສ້າງສາຍເຊື່ອມຕໍ່ການຄ້າ ລະຫວ່າງ ບັນດາພື້ນຖານຜະລິດ, ເຮັດທຸລະກິດ, ປຸງແຕ່ງຜະລິດຕະພັນກະເສດ, ສະບຽງອາຫານແຂວງ ຮ່ານາມ ກັບບັນດາວິສາຫະກິດ, ນັກລົງທຶນ, ຜູ້ບໍລິໂພກ ຢູ່ ຮ່າໂນ້ຍ ແລະ ບັນດາແຂວງ. ສ້າງເງື່ອນໄຂ ຊຸກຍູ້ການຜະລິດ, ເຮັດທຸລິກິດ, ດຶງດູດບັນດາຄູ່ຮ່ວມມື, ວິສາຫະກິດ, ການຮ່ວມມື, ລົງທຶນຢູ່ແຂວງ ຮ່ານາມ ແລະ ຍົກສູງເຄື່ອງໝາຍການຄ້າ ຜະລິດຕະພັນກະເສດ ແລະ ສະບຽງອາຫານ.
 
ເພື່ອໃຫ້ອົງການຄຸ້ມຄອງ, ຜູ້ຜະລິດ, ເຮັດທຸລະກິດ ຮັບຮູ້ໄດ້ຢ່າງລະອຽດກວ່າ ຄວາມຕ້ອງການຂອງຜູ້ບໍລິໂພກ. ຈາກນັ້ນ ຈະປັບປຸງ, ຍົກສູງຄຸນນະພາບ, ຄວາມປອດໄພດ້ານສະບຽງອາຫານ, ພັດທະນາຜະລິດຕະພັນໃໝ່, ໜູນຊ່ວຍບັນດາພື້ນຖານ, ສະຫະກອນ, ວິສາຫະກິດ ຍົກສູງຄວາມສາມາດແກ້ງແຍ້ງກັນໃນທ້ອງຕະຫຼາດ. 


ທ່ານ ເຈືອງກວັກຮືງ-ຫົວໜ້າກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ແຂວງ ຮ່ານາມ ແນະນຳກັບທ່ານນາງ ຫງວຽນທິທູຮັ່ງ-ຫົວໜ້າກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ຮ່າໂນ້ຍ ບັນດາຜະລິດຕະພັນທີ່ເຂົ້າຮ່ວມ “ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021” ຢູ່ ຮ່າໂນ້ຍ. 



ບັນດາພະນັກງານຂອງກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ກວດກາບັນດາຜະລິດຕະພັນທີ່ຫ້ອງວາງສະແດງ.
 

ຄະນະພະນັກງານຂອງກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ຮ່າໂນ້ຍ ໂດຍທ່ານນາງ ຫງວຽນທິທູຮັ່ງ ນຳໜ້າ ມາກວດກາ ແລະ ເກັບແບບຢ່າງຜະລິດຕະພັນທີ່ຮ້ານວາງສະແດງຜະລິດຕະພັນຂອງ “ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021”.
 


ຮ້ານວາງສະແດງຜະລິດຕະພັນຂອງເຄື່ອງໝາຍການຄ້າ Mocbacmilk.
 

ບັນດາຜະລິດຕະພັນໄດ້ນຳມາ “ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021” ລ້ວນແຕ່ມີລະຫັດ QR ເພື່ອໃຫ້ຜູ້ບໍລິໂພກ ສາມາດກວດກາແຫຼ່ງກຳເນີດຂອງຜະລິດຕະພັນ. 
 
“ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021” ທີ່ ຮ່າໂນ້ຍ ໄດ້ມີການເຂົ້າຮ່ວມຂອງບັນດາຮ້ານວາງສະແດງຂອງແຂວງ ຮ່ານາມ, ສະແດງໃຫ້ເຫັນທ່າແຮງບົ່ມຊ້ອນ, ທ່າແຮງຂອງບັນດາຜະລິດຕະພັນ ກະເສດ ແຂວງ. ບັນດາຮ້ານແນະນຳ, ໂຄສະນາຜະລິດຕະພັນ ສະແດງໃຫ້ເຫັນຄວາມສີວິໄລການຄ້າ, ປະດັບປະດາໃຫ້ເຫັນຢ່າງຈະແຈ້ງຈຸດພິເສດຂອງຜະລິດຕະພັນຕົ້ນຕໍ່ ແລະ ຜະລິດຕະພັນ OCOP, ຜະລິດຕະພັນກະສິກຳ ເຕັກໂນໂລຊີ ລະດັບສູງຂອງແຂວງ.
 
ຄຽງຂ້າງນັ້ນ ຍັງມີບັນດາຮ້ານວາງສະແດງສິນຄ້າຂອງແຂວງ ຮ່ານາມ, ຍັງມີການເຂົ້າຮ່ວມຂອງບັນດາພື້ນຖານ, ສະຫະກອນ, ວິສາຫະກິດທີ່ຜະລິດ, ເຮັດທຸລະກິດໃນຂົງເຂດກະສິກຳ ບັນດາແຂວງ, ນະຄອນທີ່ໃກ້ຄຽງຄື: ຕວຽນກວາງ, ເຊີນລາ, ຮວ່າບິ່ງ, ຮ່າໂນ້ຍ... 

ຜະລິດຕະພັນຈຳນວນໜຶ່ງທີ່ “ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021”: 











ທ່ານນາງ ເຈີ່ນແທງຖຸຍ, ຜູ້ຕາງໜ້າບໍລິສັດຫຸ້ນສ່ວນ MD Queens ໃຫ້ຮູ້ວ່າ: “ຜະລິດຕະພັນ ຊາ ສ້າແດນ ຂອງພວກຂ້າພະເຈົ້າ ບັນລຸໄດ້ລາງວັນ OCOP 4 ດາວຂອງນະຄອນ ຮ່າໂນ້ຍ ແຕ່ຍ້ອນໄດ້ຮັບຜົນກະທົບຈາກ ໂຄວິດ-19, ສະນັ້ນ ການຈຳໜ່າຍສິນຄ້າໃຫ້ແກ່ຜູ້ບໍລິໂພກ ແມ່ນສຸດທີ່ຫຍຸ້ງຍາກ. ເພາະສະນັ້ນ, ຜ່ານການເຂົ້າຮ່ວມແຜນການຄັ້ງນີ້ ແມ່ນກໍ່ຢາກເຮັດໃຫ້ຜູ້ບໍລິໂພກ ໄດ້ຮູ້ເຖິງຜະລິດຕະພັນດັ່ງກ່າວ ຫຼາຍກວ່າ”.
 
ທ່ານ ເຈືອງກວັກຮືງ-ຫົວໜ້າກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ແຂວງ ຮ່ານາມ ໃຫ້ຮູ້ວ່າ ຮ່ານາມ ແລະ ຮ່າໂນ້ຍ ເປັນສອງແຂວງ ທີ່ໃກ້ກັນ, ສະນັ້ນ ຫວັງວ່າ ເວລາຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະຈັດຕັ້ງບັນດາ ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ເພື່ອໃຫ້ ຮ່ານາມ ມີໂອກາດໂຄສະນາຜະລິດຕະພັນທ້ອງຖິ່ນ ມາຍັງຊາວນະຄອນຫຼວງ. 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top