ກອງປະຊຸມຄົບຄະນະນີ້ ຈະປຶກສາຫາລືກ່ຽວກັບຄວາມຕ້ອງການດ້ານພະລັງງານມະຫາສານເພື່ອຮັບໃຊ້ໃຫ້ແກ່ການພັດທະນາ AI ແລະ ການພັດທະນາເຕັກໂນໂລຢີ AI ຢູ່ບັນດາປະເທດພວມພັດທະນາ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ ປາຣີ ໃນວັນທີ 10 ກຸມພາ (ພາບ: AP)
ໃນກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ AI ທີ່ໄດ້ດຳເນີນໃນວັນທີ 11 ກຸມພາ ຕາມເວລາທ້ອງຖິ່ນ, ຢູ່ ປາຣີ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ຄາດວ່າ, ກອງປະຊຸມຄົບຄະນະນີ້ ຈະປຶກສາຫາລືກ່ຽວກັບຄວາມຕ້ອງການດ້ານພະລັງງານມະຫາສານເພື່ອຮັບໃຊ້ໃຫ້ແກ່ການພັດທະນາ AI ແລະ ການພັດທະນາເຕັກໂນໂລຢີ AI ຢູ່ບັນດາປະເທດພວມພັດທະນາ.
ເມື່ອກ່າວຄຳເຫັນກ່ອນດຳເນີນກອງປະຊຸມ, ທ່ານປະທານາທິບໍດີປະເທດເຈົ້າພາບ ຝລັ່ງ Emmanuel Macron ໄດ້ສະແດງຄວາມຫວັງວ່າ ກົດໝາຍວ່າດ້ວຍ AI ສະບັບໃໝ່ ຂອງ ສະຫະພາບເອີຣົບ (EU) ຈະໄດ້ຮັບການໝູນໃຊ້ຢ່າງມີໄຫວພິບ ເພື່ອຊ່ວຍໃຫ້ບັນດາກຸ່ມບໍລິສັດ startup ສາມາດເຂົ້າຮ່ວມການແຂ່ງຂັນນີ້ຢ່າງທຽບທັນ. ຕາມທ່ານ Emmanuel Macron ແລ້ວ, ບໍ່ມີຫຼັກການແມ່ນຈະອັນຕະລາຍ ແຕ່ມີຫຼາຍເກີນໄປກໍບໍ່ດີ. ການນຳ EU ຫຼາຍທ່ານກໍເຫັນດີກັບຄຳປາໄສຂອງທ່ານປະທານາທິບໍດີ ຝລັ່ງ, ໃນຂະນະທີ່ການນຳບັນດາກຸ່ມບໍລິສັດເຕັກໂນໂລຢີ ສະແດງໃຫ້ເຫັນວ່າມີການສະໜັບສະໜູນຢ່າງແຮງ.
ກອງປະຊຸມຈະອອກຖະແຫຼງການບໍ່ຜູກມັດ ແລະ ເນື້ອໃນຂອງຖະແຫຼງການກຳລັງໄດ້ຮັບການປຶກສາຫາລືໃນກອງປະຊຸມ.
(ແຫຼ່ງຄັດຈາກ VOV)