• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15 ສືບ​ຕໍ່​ເຮັດ​ວຽກ

ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ, ບັນດາ ສສຊ ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍຕຸລາການສຳລັບຜູ້ມີອາຍຸບໍ່ຮອດກະສຽນ.
(ພາບ: quochoi.vn)

ບັນດາ ສສຊ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານ ກັບໃບຍື່ນສະເໜີຂອງລັດຖະບານ ແລະ ບົດງາຍງານກວດກາຂອງສະພາແຫ່ງຊາດສຳລັບຮ່າງກົດໝາຍ, ໂດຍຖືວ່າ ການສ້າງລະບົບຂໍ້ກຳນົດກົດໝາຍດ້ານຕຸລາການ ສຳລັບຜູ້ມີອາຍຸບໍ່ຮອດກະສຽນ ແມ່ນສອດຄ່ອງກັບທ່າອຽງລວມຂອງໂລກ, ສະແດງໃຫ້ເຫັນລັກສະນະມະນຸດສະທຳ, ກ້າວໜ້າຂອງລະບົບກົດໝາຍ ຫວຽດນາມ.

   ທີ່ວາລະປະຊຸມ, ທ່ານຫົວໜ້າສານ ປຊຊ ສູງສຸດ ຫງວຽນຮ່ວາບິນ ໄດ້ອະພິປາຍບັນດາບັນຫາທີ່ ສສຊ ມີຄວາມສົນໃຈ.

     ແລະ ກໍ່ໃນຕອນເຊົ້າຂອງວັນທີ 21 ມິຖຸນາ, ສສຊ ດຳເນີນການລົງມະຕິຮັບຮອງເອົາມະຕິວ່າດ້ວຍການສ້າງຕັ້ງຄະນະຕິດຕາມກວດກາຫົວເລື່ອງສະເພາະຂອງສະພາແຫ່ງຊາດປີ 2025 ດ້ວຍຈຳນວນ ສສຊ ເປັນຈຳນວນຫຼາຍໄດ້ເຫັນດີ.

  ໃນຕອນບ່າຍ, ສສຊ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການດຳເນິນທຸລະກິດອະສັງຫາລິມະສັບ, ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ ວ້າງ​ຄູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາການ​ມືອງ ​ປະ​ຊາ​ຊົນ​ແຫ່ງ​ຊາດ

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳພາຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ຕະຫຼຽນ ແລະ ເຮັດວຽກຢູ່ຈີນ (25 – 27 ມິຖຸນາ), ວັນທີ 26 ມິຖຸນາ, ຢູ່ປັກກິິ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການພົບປະກັບທ່ານວ້າງຄູໜິງ ປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ.

Top