VinBus-ເລີ່ມຕົ້ນການເດີນທາງໂດຍບໍ່ມີຄວັນ

ເຄື່ອງໝາຍ ຫວຽດ

VinBus-ເລີ່ມຕົ້ນການເດີນທາງໂດຍບໍ່ມີຄວັນ

ລົດ​ເມ​ໄຟຟ້າ​ສາຍ​ທຳ​ອິດ​ແລ່ນ​ຢູ່​ເຂດ​ຕົວ​ເມືອງ Vinhomes Ocean Park (ຢາເລີມ, ຮ່າ​ໂນ້ຍ) ​ແລະ ​ເຊື່ອມ​ຕໍ່​ກັບ​ລະບົບ​ຂົນ​ສົ່ງ​ຜູ້​ໂດຍສານ​ສາທາລະນະ​ຂອງ​ນະຄອນ ​ຮ່າ​ໂນ້ຍ.

VinBus ແມ່ນລົດເມ ໄຟຟ້າ ອັດສະລິຍະ ຄັນທຳອິດ ຂອງ ຫວຽດນາມ, ໂດຍບໍລິສັດ Vinfast ຄົ້ນຄວ້າ ແລະ ຜະລິດ ຢູ່ໂຮງງານ ຫາຍຟ່ອງ. VinBus ມີຂຶ້ນດ້ວຍ ເປົ້າໝາຍ ຫັນສູ່ ການຂົນສົ່ງ ສາທາລະນະ ທີ່ທັນສະໄໝ, ຫຼຸດຜ່ອນມົນລະພິດ ຕໍ່ສິ່ງແວດລ້ອມ ແລະ ນຳເອົາອາກາດ ບໍລິສຸດ.

ວັນ​ທີ 2 ທັນວາ 2021, ບໍລິສັດ ​ບໍລິການ​ຂົນ​ສົ່ງ​ ນິ​ເວດ VinBus ຈຳກັດ​ ໄດ້​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ ລົດ​ເມ​ໄຟຟ້າ​ ສາຍ​ທຳ​ອິດ​ຢູ່​ ຫວຽດນາມ ​ໂດຍ​ເຊື່ອມ​ຕໍ່​ກັບ​ລະບົບ​ຂົນ​ສົ່ງ​ຜູ້​ໂດຍສານ​ສາທາລະນະ​ ຮ່າ​ໂນ້ຍ.

ດ້ວຍ​ລັກສະນະ​ສະຫຼາດ ​ແລະ​ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ລົດ​ເມ​ໄຟຟ້າ Vinbus ທີ່​ຫາ​ກໍ່​ເປີດ​ນຳ​ໃຊ້​ໄດ້​ຮັບການ​ຕ້ອນຮັບຈາກ​ປະ ຊາຊົນ. ລົດເມໄຟຟ້າອັດສະລິຍະ ແມ່ນທ່າອ່ຽງໃໝ່ ຂອງການ ຂົນສົ່ງຜູ້ໂດຍ ສານສາທາລະນະ, ໄດ້ຮັບການຕ້ອນຮັບຢ່າງກວ້າງ ຂວາງຈາກປະຊາຊົນ ກ່ຽວກັບຄວາມສາມາດ ໃນການ ປະຕິບັດງານທີ່ເປັນມິດກັບ ສິ່ງແວດລ້ອມ, ໃຊ້ພະລັງງານ ສະອາດ, ໂດຍສະເພາະ ແມ່ນການປ່ອຍອາຍພິດ ທີ່ບໍ່ກໍ່ໃຫ້ເກີດ ມົນລະພິດຕໍ່ສິ່ງ ແວດລ້ອມ.

 


VinBus ແມ່ນຕົວແບບລົດໄຟຟ້າ ທີ່ໄດ້ຜະລິດ ແລະ ປະກອບ ຢູ່ ຫາຍຟ່ອງ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ ຫຼາຍຢ່າງ, ມີຄຸນ ສົມບັດສະຫຼາດ ແລະ ປອດໄພຕາມຍຸດທະສາດຂອງ VinFast ໃນການ ພັດທະນາລົດໄຟຟ້າ ອັດສະລິຍະ ໃນປັດຈຸບັນ.

VinBus ​ແມ່ນ​ຮູບ​ແບບ​ລົດ​ເມ​ທີ່​ຜະລິດ ​ແລະ ປະກອບ​ໂດຍ​ບໍລິສັດ VinFast ຢູ່​ສູນ​ຜະລິດ​ລົດ​ຍົນ​ຢູ່​ນະຄອນ ຮາຍຟ່ອງ. ຍານພາຫະນະນີ້ ໄດ້ຖືກຕິດຕັ້ງດ້ວຍເຕັກໂນໂລຊີ ທີ່ທັນສະໄໝ,
ລັກສະນະສະຫຼາດ ແລະ ຄວາມປອດໄພຕາມຍຸດທະສາດ
ການພັດທະນາ ລົດໄຟຟ້າຂອງບໍລິສັດລົດ VinFast.

VinBus ໃຊ້ລົດເມໄຟຟ້າ ມີ 2 ສີຕົ້ນຕໍຄື ສີຂຽວ ແລະ ສີດໍາ, ໃຊ້ ແບັດເຕີລີ່ 281 kWh ສາມາດແລ່ນໄດ້ 220 260 ກິໂລ ແມັດ. ລົດສາມາດຍົກຂຶ້ນ ແລະ ປັບລົງໄດ້ ເພື່ອເຮັດໃຫ້ ການຂຶ້ນ-ລົງ ໄດ້ ສະ
ດວກສຳລັບຜູ້ສູງອາຍຸ
, ເດັກນ້ອຍ ແລະ ຄົນພິການ; ປະຕູຫຼັງຍັງມີປຸ່ມຊ່ວຍໃຫ້ຜູ້ຂັບລົດ ສາມາດຮັບຮູ້ ໄດ້ຄົນພິການ ທີ່ກຳລັງຈະຂຶ້ນລົດ. ນອກນັ້ນ ຍັງມີບ່ອນຈອດລົດ ທີ່ກຳນົດ ໃຫ້ແກ່ລົດເຂັນ ແລະ ລົດ
ອູ່ເພື່ອຮັບປະກັນ ຄວາມປອດໄພ. ລົດມີ
WiFi ຟຣີ, ມີຊ່ອງສຽບ USB, ສາມາດ ຈ່າຍຄ່າປີ້ ໂດຍບັດ ຫຼື Napas, ຕິດຕາມເສັ້ນທາງເຊັ່ນດຽວກັນ ກັບສົ່ງຄໍາຄິດຄຳເຫັນ ຜ່ານໂປຣແກມ ໂທລະສັບມືຖື.


ສະຖານີສາກໄຟໄວ 150 kW ສາມາດສາກ ໃຫ້ເຕັມ ພາຍໃນ 2 ຊົ່ວໂມງ. ຫຼັງຄາຂອງສະຖານີ ມຸງດວ້ຍ ແຜງ ແສງອາທິດ.

VinBus ແມ່ນການຂົນສົ່ງສາທາລະນະ ທີ່ເປັນມິດ ຕໍ່ສິ່ງແວດ ລ້ອມ. ສີຂຽວ - ສະອາດ - ໜ້າຢູ່ - ບໍ່ມີການປ່ອຍອາຍພິດ - ບໍ່ມີສິ່ງລົບກວນ. ເພື່ອ​ເຂດ​ຕົວ​ເມືອງ​ຄື​ດັ່ງກ່າວ, ລົດ​ເມ ​ໄຟຟ້າ VinBus ​ໄດ້​ນຳ​ໃຊ້​ພະລັງງານ​ສະອາດ ​ເພື່ອ​ປະກອບສ່ວນ​ປັບ ປຸງ​ລະບົບ​ຄົມມະນາຄົມ​ສາທາລະນະ. ຜູ້​ໂດຍ​ສານ​ຈະ​ໄດ້​ຮັບ​ການ​ເຂົ້າ​ເຖິງ​ທ່າ​ອ່ຽງ​ຂອງ​ການ​ເຊື່ອມ​ຕໍ່​ສີ​ຂຽວ, ສະ​ດວກ, ສີວິໄລ ​ແລະ​ ເປັນ​ມິດ​ກັບ​ສິ່ງ​ແວດ
ລ້ອມ.


ຢູ່ບ່ອນຈອດລົດ, ຫຼັງຄາຂອງບ່ອນຈອດລົດ ແມ່ນຕິດຕັ້ງ ດ້ວຍແຜງໄຟຟ້າ. ປະລິມານ​ໄຟຟ້າ​ນີ້ ​ແມ່ນ​ນຳ​ໃຊ້​ເພື່ອສາກ ພາຫະນະ, ຖ້າ​ບໍ່​ພຽງພໍ ຈະໃຫ້ນຳໃຊ້ເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ. ຄາດ​ວ່າ VinBus ຈະ​ຜະລິດ​ລົດ​ເມ ໄຟຟ້າ 200-300 ຄັນ​ຕໍ່​ປີ, ​ໃນ​ຕໍ່ໜ້າ, ລົດ​ເມໄຟຟ້າ​ ຈະຮັບໃຊ້ໃນ 15 ​ເສັ້ນທາງ​ຢູ່ 3 ​ເຂດ​ຄື: ຮ່າ​ໂນ້ຍ, ນະຄອນ​ ໂຮ່ຈີ​ມິນ ແລະ ຝູ໋ກວກ.

ຄຸນ​ນະ​ພາບ​ການ​ບໍ​ລິ​ການ ​ຂອງ​ ລົດ​ເມ​ໄຟ​ຟ້າ Vinbus ໄດ້​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ຂອງ Vingroup, ນັ້ນຄື “ຮັບ​ໃຊ້​ຈາກ​ຫົວ​ໃຈ”. ສະນັ້ນ, VinBus ໄດ້ນຳມາເຊິ່ງປະສົບການ ທີ່ແຕກຕ່າງ ໃຫ້ແກ່ຜູ້ໂດຍສານ ດ້ວຍການບໍລິການ ທີ່ເປັນມິດ, ມີຫຼາຍສິ່ງ ອໍານວຍຄວາມສະດວກ ດ້ວຍເຕັກໂນໂລຊີທັນສະໄໝ, ລະບົບ ຊອກຫາເສັ້ນທາງສະດວກ ແລະ ຕີລາຄາ ຄຸນນະພາບ ການບໍລິການ ທີ່ສະດວກ ຜ່ານລະບົບ VinID.

ພິເສດໃນລົດ Vinbus ແຕ່ລະຄັນ ມີກ້ອງ AI ຕິດຢູ່, ເມື່ອ ຜູ້ຂັບຂີ່ສະແດງອາການ ງ້ວງນອນ, ບໍ່ມີສະມາທິ ແລະ ອື່ນໆ...ຈະຖືກເຕືອນທັນທີເພື່ອປັບພຶດຕິກຳ, ຮັບປະກັນ ໃຫ້ລົດແລ່ນໄດ້ຢ່າງປອດໄພ.

ທຸກຜົນກໍາໄລ ທີ່ໄດ້ຮັບຈະຖືກນໍາໄປລົງທຶນໃນການ ປັບປຸງ ພື້ນ ຖານໂຄງລ່າງ ແລະ ຄຸນນະພາບການບໍລິການ. ດ້ວຍຮູບແບບ ທີ່ບໍ່ຫວັງຜົນກຳໄລ, VinBus ປະກອບສ່ວນ ກໍ່ສ້າງລະບົບ ຄົມມະນາຄົມ ສາທາລະນະ ທີ່ມີລັກສະນະສີວິໄລ, ທັນສະໄໝ, ກວ້າງຂວາງ ແລະ ເປີດກວ້າງ ການບໍລິການໄປຮອດ ຫຼາຍແຂວງ, ນະຄອນ ເພື່ອໃຫ້ຊາວ ຫວຽດນາມ ມີຄວາມສະ ດວກສະບາຍໃນການຂົນສົ່ງ ສາທາລະນະ ທີ່ມີຄຸນນະພາບສູງ.

ປັດໃຈດ້ານເຕັກໂນໂລຊີແມ່ນເນັ້ນໃສ່ໃນ ຂະບວນການປະຕິ ບັດງານຢູ່ VinBus. ດ້ວຍລະບົບ IoT ຂອງການຄຸ້ມຄອງຍານ ພາຫະນະ, ຕາຕະລາງຍານພາຫະນະ, ການຄຸ້ມຄອງ ສະຖານີ ສາກໄຟອັດສະລິຍະ ໃນເວລາຕົວຈິງ, ລະບົບເຕັກໂນໂລຊີ ທີ່ທັນສະໄໝຂອງ VinBus ສະໜັບສະໜູນການດໍາເນີນງານ ທີ່ມີປະສິດທິພາບ ແລະ ປອດໄພ.

ການເຄື່ອນໄຫວຢ່າງເປັນທາງການ ຂອງລົດເມໄຟຟ້າ Vinbus ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນຄວາມ ຕັດສິນໃຈ ຂອງນະຄອນ ຮ່າໂນ້ຍ ແລະ ຄວາມພະຍາຍາມຂອງ Vingroup ໃນການປະກອບສ່ວນ ຫຼຸດຜ່ອນການປ່ອຍອາຍພິດ ເຮືອນແກ້ວໃນການ ຈະລາຈອນ, ນຳມາເຊິ່ງປະສົບການທີ່ດີຂຶ້ນ ໃຫ້ແກ່ລູກຄ້າ, ປະສົບການສີຂຽວ, ຄວາມສະດວກສະບາຍ ໃຫ້ແກ່ ປະຊາຊົນ.


 

ໃນ​ໄລຍະ​ຈະ​ມາ​ເຖິງ, VinBus ຈະ​ດຳ​ເນີນ​ເສັ້ນທາງ​ພາຍ​ໃນ​ຢູ່ Vinhomes Ocean Park ​ແລະ ​ເມື່ອ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ອົງການ​ລັດ​ທີ່​ມີ​ສິດ​ອຳນາດ​ແລ້ວ, ຈະ​ເປີດ​ເສັ້ນທາງ​ລົດ​ເມ​ອື່ນ​ເຂົ້າ​ຮ່ວມ​ຕາ​ໜ່າງ ​ແລະ ເຊື່ອມ​ຕໍ່​ກັບ​ລະບົບ​ຂົນ​ສົ່ງ​ຜູ້​ໂດຍສານ​ທົ່ວ​ປະ​ເທດ.

ບົດ: ຖາວວີ - ພາບ: ກົງດາດ ແລະ ເອກະສານ - ແປໂດຍ: ຢືຟຽນ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top