ສິນໃນນໍ້າ ຫວຽດ ອຸກ: ຍົກສູງລະດັບກຸ້ງ ຫວຽດ

ສິນໃນນໍ້າ ຫວຽດ ອຸກ: ຍົກສູງລະດັບກຸ້ງ ຫວຽດ

ກວ່າ 2 ທົດ​ສະ​ວັດ​ ມີໜ້າຢູ່ຕະ​ຫຼາດ, ດ້ວຍ​ພາ​ລະ​ກິດ “ເພື່ອ​ຊາວ​ ຫວຽດ ​- ຍົກ​ສູງ​ກຸ້ງ ​ຫວຽດ​”, ປັດຈຸ​ບັນ, ກຸ່ມ​ບໍ​ລິ​ສັດ ຫວຽດ ອຸກ (ຫວຽດນາມ-ອົດສະຕຣາລີ) ແມ່ນ​ບໍ​ລິ​ສັດ​ ມີ​ສ່ວນ​ແບ່ງ​ຕະ​ຫຼາດ​ ​ກຸ້ງ ​ອັນ​ດັບ 1 ຢູ່ ​ຫວຽດ​ນາມ ແລະ ເປັນບໍລິສັດ ທໍາອິດທີມີ ລະບົບຕ່ອງໂສ້ມູນຄ່າກຸ້ງ ວົງປິດທັງໝົດ, ຕັ້ງແຕ່ ພໍ່ແມ່ພັນກຸ້ງ, ແນວພັນກຸ້ງ, ການລ້ຽງກຸ້ງເພື່ອການຄ້າ ໄປຈົນເຖິງຜະລິດຕະພັນ ສຸດທ້າຍ. ຫວຽດ ອຸກ ເປັນ​ຜູ້​ບຸກ​ເບີກ​ ສ້າງ​ຮູບ​ແບບ​ວິ​ສາ​ຫະ​ກິດ​ ເຕັກ​ໂນ​ໂລ​ຊີ​ສູງ ​ແບບ​ຍືນ​ຍົງ.

ໜື່ງໃນບັນດາຮູບແບບລ້ຽງກຸ້ງ ໃນວົງປິດດ້ວຍເຕັກໂນໂລຊີສູງ ແບບຍືນຍົງ ຂອງ ກຸ່ມບໍລິສັດສິນໃນນໍ້າ ຫວຽດ ອຸກ. ພາບ: ເອກະສານ

ຈາກຜະ​ລິດ​ຕະ​ພັນ​ທີ່​ແຕກ​ຕ່າງ​…

ໃນ​ຂະ​ແໜງ​ການ​ລ້ຽງກຸ້ງ, ​ແນວ​ພັນ​ກຸ້ງ ເປັນຕົວຕັດສິນເຖິງ 50% ຜົນສໍາເລັດ​ ຂອງ​ ການ​ລ້ຽງ​ກຸ້ງ ໃນໜຶ່ງລະດູ. ​ແຕ່ວ່າ, ການ​ຜະລິດກຸ້ງ ​ທີ່​ມີ​ຄຸນ​ນະພາ​ບ​ໃນ​ໄລຍະ​ມໍ່ໆ​ ມາ​ນີ້​ ຍັງ​ປະສົບ​ກັບ ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ ຂອງ​ ລູກ​ຄ້າໄດ້. ບັນດາວິ​ສາ​ຫະ​ກິດ​ ບໍ່​ມີ​ທາງ​ເລືອກ​ຫຼາຍ​ ກ່ຽວ​ກັບ​ແຫຼ່ງ​ແນວ​ພັນກຸ້ງ​ ທີ່​ມີ​ຄຸນ​ນະ​ພາບ ​ແລະ ​ບໍ່​ໄດ້​ສະ​ໜອງ​ແຫຼ່ງ​ແນວພັນກຸ້ງທ່ີໄດ້ມາດ​ຕະ​ຖານ ຕາມຄວາມຮຽກຮ້ອງຕ້ອງການ ຂອງ​ຕະ​ຫຼາດ​ສົ່ງ​ອອກ​.

ຮັບຮູ້ໄດ້ວ່າ ນີ້ແມ່ນສິ່ງທ້າທາຍ ແລະ ເປັນກາລະໂອກາດ, ທ່ານ ເລືອງແທງວັນ (ປະທານກຸ່ມບໍລິສັດ ສິນໃນນໍ້າ ຫວຽດ ອຸກ) ໄດ້ເລືອກລົງທຶນເຂົ້າໃນການຜະລິດແນວພັນກຸ້ງ, ແມ່ນການ ເຄື່ອນໄຫວທີ່ຫຍຸ້ງຍາກ ແລະມີຄວາມສ່ຽງທີ່ສຸດ ເມື່ອເລີ່ມເຂົ້າ ສູ່ຂະແໜງການລ້ຽງກຸ້ງ.

 

ກຸ້ງພັນຈະຖືກລ້ຽງ ແລະ ດູແລໃນຮູບແບບປິດ. ພາບ: ເອກະສານ


ຫວຽດ ອຸກ ເລືອກ​ທ່ີຈະລົງທຶນ ​ແລະ ຮ່ວມ​ມື​ກັບ​ສະ​ຖາ​ບັນ CSIRO ຂອງ ອົດ​ສະ​ຕຣາ​ລີ ດ້ວຍ​ໂຄງການ​ເປັນເຈົ້າ ໃນການ​ເລືອກ​ ພໍ່ແມ່ພັນກຸ້ງ ​ຢູ່ ຫວຽດນາມ. ບັນດາຜະລິດຕະພັນ ຂອງ ບໍລິສັດ ໄດ້ຮັບການຮັບຮອງ BAP (ມາດຕະຖານ ປະຕິບັດ ການລ້ຽງສິນໃນນໍ້າດີທີສຸດ ທີ່ພັດທະນາໂດຍ ພັນທະມິດ ການ ລ້ຽງສິນໃນນໍ້າ ທົ່ວໂລກ (GAA).

ເຂດ​ລ້ຽງ​ກຸ້ງຮັບໃຊ້ການຄົ້ນຄວ້າ​ຢູ່​ກຸ່ມ​ບໍລິສັດ ຫວຽດ​ ອຸກ. ພາບ: ເອກະສານ

ການຮັບຮອງ BAP ແມ່ນອີງໃສ່ບັນດາມາດຕະຖານ ວິທະຍາ ສາດ ທີ່ບັນລຸໄດ້ສໍາລັບລະບົບຕ່ອງໂສ້ ການສະໜອງການລ້ຽງ ສິນໃນນໍ້າ ທີ່ໄດ້ຮັບການຮັບປະກັນເພື່ອຕອບສະໜອງ ມາດ ຕະຖານຄວາມປອດໄພດ້ານສະບຽງອາຫານ ແລະ ການຕິດ ຕາມຕົ້ນກຳເນີດ, ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ເພາະສະນັ້ນ, ນີ້ເປັນໜຶ່ງໃນບັນດາປັດໃຈຫຼັກ ທີ່ລູກຄ້າ ໄວ້ວາງໃຈ ຕໍ່ຄຸນນະພາບ ຂອງຜະລິດຕະພັນແນວພັນກຸ້ງ ຂອງ ບໍລິສັດ, ໂດຍສະເພາະແນວພັນກຸ້ງຂາວ ລຸ້ນໃໝ່ VUS LEADER 21 ທີ່ມີລັກສະ ນະໂດດເດັ່ນເຊັ່ນ: ການຂະຫຍາຍ ຕົວທີ່ດີຂຶ້ນ (10% ເມື່ອທຽບກັບລຸ້ນກ່ອນ), ພູມຕ້ານທານທີ່ ແຂງແຮງ ແລະ ການປັບຕົວໄດ້ດີຂຶ້ນ.

ປັດຈຸບັນ, ຫວຽດ ອຸກ ແມ່ນຜູ້ຜະລິດແນວພັນກຸ້ງ ອັນດັບ 1 ຢູ່ ຫວຽດນາມ ມີສ່ວນແບ່ງຕະຫຼາດ 30%, ຊຶ່ງລູກຄ້າ ແລະ ຄູ່ຮ່ວມມື ໄດ້ມອບນາມມະຍົດ “ລາຊາແນວພັນກຸ້ງ” ໃຫ້ທ່ານ ເລືອງແທງວັນ ດ້ວຍຄວາມຮັກແພງ.

 


ໃນ​ໂລກ, ມີ​ພຽງ​ແຕ່​ ສ ອາ​ເມ​ລິ​ກາ, ສິງກະ​ໂປ, ​ໄທ​ ທີ່​ໄດ້ ມາດຖານ​ສາກົນ​ ໃນ​ການ​ສະໜອງ​ແນວພັນ​ກຸ້ງ ແລະ ປັດຈຸ​ບັນ, ຫວຽດນາມ ​ໄດ້​ຖືກ​ເພີ່ມ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ນີ້. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຜົນສຳ​ເລັດ​ຂອງ​ ສິນໃນນໍ້າ ຫວຽດ ອຸກ ​ເທົ່າ​ນັ້ນ, ແຕ່​ຍັງ​ຊ່ວຍ​ໃຫ້​ຂະ​ແໜງ​​ກຸ້ງ ​ຫວຽດນາມ ບໍ່​ຂຶ້ນ​ກັບ​ແຫຼ່ງ​ລ້ຽງ​ກຸ້ງ ພໍ່ແມ່ພັນ​ ອີກ, ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ແຫຼ່ງສະໜອງ, ສ້າງ​ທິດ​ທາງ​ແບບ​ຍືນ​ຍົງ​ໃຫ້​ແກ່​ຂະແໜງການ, ປະກອບສ່ວນ​ປ່ຽນ​​ລຳດັບຂະແໜງ ກຸ້ງ ຂອງ ຫວຽດນາມ ຢູ່ໃນແຜນທີ່ໂລກ.

... ເຖິງຕ່ອງໂສ້ຜະລິດວົງປິດ

ດ້ວຍ​ວິ​ໄສ​ທັດ ​ກາຍ​ເປັນ​ກຸ່ມບໍລິສັດ ສິນໃນນໍ້າ ອັນ​ດັບ 1 ຂອງ​ ຫວຽດ​ນາມ ແລະ ​ແຖວ​ໜ້າ ຂອງ ອາ​ຊີ ດ້ານ​ຄຸນ​ນະ​ພາບ ແລະ ເຕັກ​ໂນ​ໂລ​ຊີ ​ແບບ​ຍືນ​ຍົງ, ຫວຽດ ອຸກ ແມ່ນບໍລິສັດ ທໍາອິດທີ່ມີ ລະບົບຕ່ອງໂສ້ມູນຄ່າກຸ້ງ ວົງປິດ, ຕັ້ງແຕ່ການລ້ຽງພໍ່ແມ່ພັນກຸ້ງ, ແນວພັນກຸ້ງ, ການລ້ຽງກຸ້ງ ເພື່ອການຄ້າ ໄປຈົນເຖິງຜະລິດ ຕະພັນ ສໍາເລັດຮູບ.

 

ຂັ້ນຕອນການຜະລິດໂດຍນໍາໃຊ້ເຕັກໂນໂລຊີກ້າວໜ້າ. ພາບ: ແຄ໋ງລອງ/VNP


ວັນ​ທີ 19 ພຶດສະພາ 2023, ກຸ່ມ​ບໍລິສັດ ຫວຽດ ອຸກ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ໂຮງງານ​ປຸງ​ແຕ່ງ​ ສິນໃນນໍ້າ ຢູ່​ເຂດ​ກະສິກຳ ນຳໃຊ້ເຕັກ​ໂນ​ໂລ​ຊີ​ສູງ​ ເພື່ອ​ພັດທະນາ​ກຸ້ງ​ ບາກ​ລຽວ ຢ່າງ​ເປັນ​ທາງ​ການ. ການເປີດນຳໃຊ້ໂຮງງານ​ແຫ່ງ​ນີ້ ດ້ວຍ​ຍອດ​ມູນ​ຄ່າ​ການ​ລົງທຶນ 400 ຕື້​ດົ່ງ ​ໄດ້​ຊ່ວຍ​ໃຫ້ ຫວຽດ ອຸກ ກວມ​ເອົາ​ທຸກ​ຂະ​ບວນການ​ຜະລິດ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ໂຮງ​ງານ​ທຳອິດຢູ່ ​ຫວຽດ​ນາມ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ຫັນເປັນ​ອັດ​ຕະ​ໂນ​ມັດ​ ກວ່າ 70%. ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ເພື່ອຫັນເປັນຕົວຈິງ ​ແຜນການປະຕິບັດ​​ຕ່ອງ​ໂສ້​ມູນ​ຄ່າ​ກຸ້ງໃນວົງປິດ.

ຜະ​ລິດ​ຕະ​ພັນ​ກຸ້ງ​ໜຶ້ງແມ່ນ​ໄດ້​ຮັບ​ການ​ປຸງ​ແຕ່ງໃນວົງປິດ​ແບບ​ອັດ​ຕະ​ໂນ​ມັດ. ພາບ: ແຄ໋ງລອງ/VNP

ປັດຈຸ​ບັນ, ກຸ່ມ​ບໍລິສັດ ຫວຽດ ອຸກ ມີ​ສາຂາບໍລິສັດເຖິງ 18 ແຫ່ງ, ມີ​ພະນັກງານກວ່າ 2.000 ຄົນ, ​ມີເນື້ອ​ທີ່​ລ້ຽງກຸ້ງ ​ເຕັກ​ໂນ​ໂລ​ຊີ​ສູງ​ກວ່າ 1.000 ​ເຮັກຕາ, ມີ 3 ສູນ​ພັນ​ທຸ​ກຳ ​ແລະ ສູນ​ຄັດ​ເລືອກ​ ພໍ່ແມ່ພັນກຸ້ງ ດ້ວຍ​ຍອດ​ກຳລັງ​ການ​ຜະລິດແນວພັນ​ກຸ້ງ ​ບັນລຸ​ກວ່າ 50 ຕື້​ໂຕຕໍ່ປີ. 9 ບໍລິສັດ ຜະລິດແນວພັນກຸ້ງ ຂອງ ຫວຽດ ອຸກ ໄດ້ສ້າງຕັ້ງແຕ່ເໜືອເຖິງໃຕ້, 4 ພື້ນທີ່ລ້ຽງກຸ້ງ ແບບກະເສດ ສຸມ ໃນເຮືອນແກ້ວໄດ້ກໍ່ສ້າງຢູ່ ບາກລຽວ, ບິ່ງດິ້ງ ແລະ ກວາງ ນິງ. ພິເສດ, ໂຮງງານ ຂອງບໍລິສັດ ໄດ້ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝທີ່ສຸດໃນການປຸງແຕ່ງຈາກບັນດາປະເທດຊັ້ນນໍາໃນໂລກເຊັ່ນ: ສ ອາເມລິ ກາ, ເອີຣົບ, ຍີ່ປຸ່ນ... ຕອບສະໜອງໄດ້ ບັນດາມາດຕະຖານສາກົນເຊັ່ນ HACCP, BRC...

ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ຢາກ​ຍົກ​ສູງ​ຄຸນ​ນະ​ພາບ​ກຸ້ງ​ຫວຽດ​, ກວ່າ 20 ປີ​ຜ່ານ​ມາ, ຫວຽດ ອຸກ ໄດ້​ລົງ​ທຶນ​ເຂົ້າໃນເຕັກ​ໂນ​ໂລ​ຊີ, ຜູ້ຄົນ, ພື້ນຖານໂຄງລ່າງໃນລະບົບຕ່ອງໂສ້ວົງປິດ. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດ ​ອຸກ ຍັງຕ້ອງການ​ຢາກ​ແບ່ງປັນບັນ​ດາ​ວິ​ທີ​ແກ້​ໄຂ​ແບບ​ຍືນ​ຍົງ​ໃຫ້​ຊາວ​ກະ​ສິ​ກອນ, ບໍ່​ພຽງ​ແຕ່​ຊ່ວຍ​ຍົກ​ສູງ​ປະ​ສິດ​ທິ​ພາບ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງຄວາມໝັ້ນຄົງດ້ານກຳ​ໄລ​ ຈາກ​ຜະ​ລິດ​ຕະ​ພັນ​ກຸ້ງ​ ຫວຽດ​ ທີ່​ມີ​ມູນ​ຄ່າ​ສູງ​ ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ຕະ​ຫຼາດ​ຂະໜາດໃຫຍ່ອີກດ້ວຍ​.


ບັນດາ​ວິ​ທີ​ແກ້​ໄຂ​ ຈາກ​ບັນດາ​ບໍລິສັດ​ ນຳໜ້າຄື ຫວຽດ ອຸກ ຈະ​ແມ່ນ​ກຳລັງ​ໜູນ ​ເພື່ອ​ສ້າງ​ຄວາມຄິດຄວາມເຫັນຮ່ວມກັນ, ສ້າງຄວາມສະໜິດຕິດພັນເພື່ອປະກອບສ່ວນເຮັດໃຫ້ ຂະແໜງກຸ້ງ ຫວຽດ ​ພັດທະນາ​ແບບ​ຍືນ​ຍົງ​ ​ແລະ ປະກອບສ່ວນ​ສ້າງ​ເຄື່ອງໝາຍການຄ້າໃຫ້​ກຸ້ງ​ ຫວຽດ ໃນຕະຫຼາດສາກົນ. ກຸ້ງ ຫວຽດ ອຸກ ພວມມີຄວາມໝັ້ນໃຈໃນການກ້າວກະໂດດຂັ້ນໃນ “ງານລ້ຽງ”ຂອງໂລກ. 

ບົດ: VNP/ຖາວວີ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ຢືຟຽນ

 


Top