ສິນໃນນໍ້າ ຫວຽດ ອຸກ: ຍົກສູງລະດັບກຸ້ງ ຫວຽດ
ກວ່າ 2 ທົດສະວັດ ມີໜ້າຢູ່ຕະຫຼາດ, ດ້ວຍພາລະກິດ “ເພື່ອຊາວ ຫວຽດ - ຍົກສູງກຸ້ງ ຫວຽດ”, ປັດຈຸບັນ, ກຸ່ມບໍລິສັດ ຫວຽດ ອຸກ (ຫວຽດນາມ-ອົດສະຕຣາລີ) ແມ່ນບໍລິສັດ ມີສ່ວນແບ່ງຕະຫຼາດ ກຸ້ງ ອັນດັບ 1 ຢູ່ ຫວຽດນາມ ແລະ ເປັນບໍລິສັດ ທໍາອິດທີມີ ລະບົບຕ່ອງໂສ້ມູນຄ່າກຸ້ງ ວົງປິດທັງໝົດ, ຕັ້ງແຕ່ ພໍ່ແມ່ພັນກຸ້ງ, ແນວພັນກຸ້ງ, ການລ້ຽງກຸ້ງເພື່ອການຄ້າ ໄປຈົນເຖິງຜະລິດຕະພັນ ສຸດທ້າຍ. ຫວຽດ ອຸກ ເປັນຜູ້ບຸກເບີກ ສ້າງຮູບແບບວິສາຫະກິດ ເຕັກໂນໂລຊີສູງ ແບບຍືນຍົງ.
ຈາກຜະລິດຕະພັນທີ່ແຕກຕ່າງ…
ໃນຂະແໜງການລ້ຽງກຸ້ງ, ແນວພັນກຸ້ງ ເປັນຕົວຕັດສິນເຖິງ 50% ຜົນສໍາເລັດ ຂອງ ການລ້ຽງກຸ້ງ ໃນໜຶ່ງລະດູ. ແຕ່ວ່າ, ການຜະລິດກຸ້ງ ທີ່ມີຄຸນນະພາບໃນໄລຍະມໍ່ໆ ມານີ້ ຍັງປະສົບກັບ ຄວາມຫຍຸ້ງຍາກຫຼາຍຢ່າງ, ບໍ່ທັນຕອບສະໜອງຄວາມຕ້ອງການ ຂອງ ລູກຄ້າໄດ້. ບັນດາວິສາຫະກິດ ບໍ່ມີທາງເລືອກຫຼາຍ ກ່ຽວກັບແຫຼ່ງແນວພັນກຸ້ງ ທີ່ມີຄຸນນະພາບ ແລະ ບໍ່ໄດ້ສະໜອງແຫຼ່ງແນວພັນກຸ້ງທ່ີໄດ້ມາດຕະຖານ ຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດສົ່ງອອກ.
ຮັບຮູ້ໄດ້ວ່າ ນີ້ແມ່ນສິ່ງທ້າທາຍ ແລະ ເປັນກາລະໂອກາດ, ທ່ານ ເລືອງແທງວັນ (ປະທານກຸ່ມບໍລິສັດ ສິນໃນນໍ້າ ຫວຽດ ອຸກ) ໄດ້ເລືອກລົງທຶນເຂົ້າໃນການຜະລິດແນວພັນກຸ້ງ, ແມ່ນການ ເຄື່ອນໄຫວທີ່ຫຍຸ້ງຍາກ ແລະມີຄວາມສ່ຽງທີ່ສຸດ ເມື່ອເລີ່ມເຂົ້າ ສູ່ຂະແໜງການລ້ຽງກຸ້ງ.
ຫວຽດ ອຸກ ເລືອກທ່ີຈະລົງທຶນ ແລະ ຮ່ວມມືກັບສະຖາບັນ CSIRO ຂອງ ອົດສະຕຣາລີ ດ້ວຍໂຄງການເປັນເຈົ້າ ໃນການເລືອກ ພໍ່ແມ່ພັນກຸ້ງ ຢູ່ ຫວຽດນາມ. ບັນດາຜະລິດຕະພັນ ຂອງ ບໍລິສັດ ໄດ້ຮັບການຮັບຮອງ BAP (ມາດຕະຖານ ປະຕິບັດ ການລ້ຽງສິນໃນນໍ້າດີທີສຸດ ທີ່ພັດທະນາໂດຍ ພັນທະມິດ ການ ລ້ຽງສິນໃນນໍ້າ ທົ່ວໂລກ (GAA).
ການຮັບຮອງ BAP ແມ່ນອີງໃສ່ບັນດາມາດຕະຖານ ວິທະຍາ ສາດ ທີ່ບັນລຸໄດ້ສໍາລັບລະບົບຕ່ອງໂສ້ ການສະໜອງການລ້ຽງ ສິນໃນນໍ້າ ທີ່ໄດ້ຮັບການຮັບປະກັນເພື່ອຕອບສະໜອງ ມາດ ຕະຖານຄວາມປອດໄພດ້ານສະບຽງອາຫານ ແລະ ການຕິດ ຕາມຕົ້ນກຳເນີດ, ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ເພາະສະນັ້ນ, ນີ້ເປັນໜຶ່ງໃນບັນດາປັດໃຈຫຼັກ ທີ່ລູກຄ້າ ໄວ້ວາງໃຈ ຕໍ່ຄຸນນະພາບ ຂອງຜະລິດຕະພັນແນວພັນກຸ້ງ ຂອງ ບໍລິສັດ, ໂດຍສະເພາະແນວພັນກຸ້ງຂາວ ລຸ້ນໃໝ່ VUS LEADER 21 ທີ່ມີລັກສະ ນະໂດດເດັ່ນເຊັ່ນ: ການຂະຫຍາຍ ຕົວທີ່ດີຂຶ້ນ (10% ເມື່ອທຽບກັບລຸ້ນກ່ອນ), ພູມຕ້ານທານທີ່ ແຂງແຮງ ແລະ ການປັບຕົວໄດ້ດີຂຶ້ນ.
ປັດຈຸບັນ, ຫວຽດ ອຸກ ແມ່ນຜູ້ຜະລິດແນວພັນກຸ້ງ ອັນດັບ 1 ຢູ່ ຫວຽດນາມ ມີສ່ວນແບ່ງຕະຫຼາດ 30%, ຊຶ່ງລູກຄ້າ ແລະ ຄູ່ຮ່ວມມື ໄດ້ມອບນາມມະຍົດ “ລາຊາແນວພັນກຸ້ງ” ໃຫ້ທ່ານ ເລືອງແທງວັນ ດ້ວຍຄວາມຮັກແພງ.
ໃນໂລກ, ມີພຽງແຕ່ ສ ອາເມລິກາ, ສິງກະໂປ, ໄທ ທີ່ໄດ້ ມາດຖານສາກົນ ໃນການສະໜອງແນວພັນກຸ້ງ ແລະ ປັດຈຸບັນ, ຫວຽດນາມ ໄດ້ຖືກເພີ່ມເຂົ້າໃນບັນຊີລາຍຊື່ນີ້. ນີ້ບໍ່ພຽງແຕ່ແມ່ນຜົນສຳເລັດຂອງ ສິນໃນນໍ້າ ຫວຽດ ອຸກ ເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຂະແໜງກຸ້ງ ຫວຽດນາມ ບໍ່ຂຶ້ນກັບແຫຼ່ງລ້ຽງກຸ້ງ ພໍ່ແມ່ພັນ ອີກ, ຫຼຸດຜ່ອນຄວາມສ່ຽງຈາກແຫຼ່ງສະໜອງ, ສ້າງທິດທາງແບບຍືນຍົງໃຫ້ແກ່ຂະແໜງການ, ປະກອບສ່ວນປ່ຽນລຳດັບຂະແໜງ ກຸ້ງ ຂອງ ຫວຽດນາມ ຢູ່ໃນແຜນທີ່ໂລກ.
... ເຖິງຕ່ອງໂສ້ຜະລິດວົງປິດ
ດ້ວຍວິໄສທັດ ກາຍເປັນກຸ່ມບໍລິສັດ ສິນໃນນໍ້າ ອັນດັບ 1 ຂອງ ຫວຽດນາມ ແລະ ແຖວໜ້າ ຂອງ ອາຊີ ດ້ານຄຸນນະພາບ ແລະ ເຕັກໂນໂລຊີ ແບບຍືນຍົງ, ຫວຽດ ອຸກ ແມ່ນບໍລິສັດ ທໍາອິດທີ່ມີ ລະບົບຕ່ອງໂສ້ມູນຄ່າກຸ້ງ ວົງປິດ, ຕັ້ງແຕ່ການລ້ຽງພໍ່ແມ່ພັນກຸ້ງ, ແນວພັນກຸ້ງ, ການລ້ຽງກຸ້ງ ເພື່ອການຄ້າ ໄປຈົນເຖິງຜະລິດ ຕະພັນ ສໍາເລັດຮູບ.
ວັນທີ 19 ພຶດສະພາ 2023, ກຸ່ມບໍລິສັດ ຫວຽດ ອຸກ ໄດ້ຈັດຕັ້ງພິທີເປີດໂຮງງານປຸງແຕ່ງ ສິນໃນນໍ້າ ຢູ່ເຂດກະສິກຳ ນຳໃຊ້ເຕັກໂນໂລຊີສູງ ເພື່ອພັດທະນາກຸ້ງ ບາກລຽວ ຢ່າງເປັນທາງການ. ການເປີດນຳໃຊ້ໂຮງງານແຫ່ງນີ້ ດ້ວຍຍອດມູນຄ່າການລົງທຶນ 400 ຕື້ດົ່ງ ໄດ້ຊ່ວຍໃຫ້ ຫວຽດ ອຸກ ກວມເອົາທຸກຂະບວນການຜະລິດຢ່າງເປັນທາງການ. ນີ້ແມ່ນໂຮງງານທຳອິດຢູ່ ຫວຽດນາມ ນຳໃຊ້ເຕັກໂນໂລຊີ ຫັນເປັນອັດຕະໂນມັດ ກວ່າ 70%. ນີ້ແມ່ນຂີດໝາຍສຳຄັນເພື່ອຫັນເປັນຕົວຈິງ ແຜນການປະຕິບັດຕ່ອງໂສ້ມູນຄ່າກຸ້ງໃນວົງປິດ.
ປັດຈຸບັນ, ກຸ່ມບໍລິສັດ ຫວຽດ ອຸກ ມີສາຂາບໍລິສັດເຖິງ 18 ແຫ່ງ, ມີພະນັກງານກວ່າ 2.000 ຄົນ, ມີເນື້ອທີ່ລ້ຽງກຸ້ງ ເຕັກໂນໂລຊີສູງກວ່າ 1.000 ເຮັກຕາ, ມີ 3 ສູນພັນທຸກຳ ແລະ ສູນຄັດເລືອກ ພໍ່ແມ່ພັນກຸ້ງ ດ້ວຍຍອດກຳລັງການຜະລິດແນວພັນກຸ້ງ ບັນລຸກວ່າ 50 ຕື້ໂຕຕໍ່ປີ. 9 ບໍລິສັດ ຜະລິດແນວພັນກຸ້ງ ຂອງ ຫວຽດ ອຸກ ໄດ້ສ້າງຕັ້ງແຕ່ເໜືອເຖິງໃຕ້, 4 ພື້ນທີ່ລ້ຽງກຸ້ງ ແບບກະເສດ ສຸມ ໃນເຮືອນແກ້ວໄດ້ກໍ່ສ້າງຢູ່ ບາກລຽວ, ບິ່ງດິ້ງ ແລະ ກວາງ ນິງ. ພິເສດ, ໂຮງງານ ຂອງບໍລິສັດ ໄດ້ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝທີ່ສຸດໃນການປຸງແຕ່ງຈາກບັນດາປະເທດຊັ້ນນໍາໃນໂລກເຊັ່ນ: ສ ອາເມລິ ກາ, ເອີຣົບ, ຍີ່ປຸ່ນ... ຕອບສະໜອງໄດ້ ບັນດາມາດຕະຖານສາກົນເຊັ່ນ HACCP, BRC...
ດ້ວຍຄວາມມຸ່ງມາດປາດຖະໜາ ຢາກຍົກສູງຄຸນນະພາບກຸ້ງຫວຽດ, ກວ່າ 20 ປີຜ່ານມາ, ຫວຽດ ອຸກ ໄດ້ລົງທຶນເຂົ້າໃນເຕັກໂນໂລຊີ, ຜູ້ຄົນ, ພື້ນຖານໂຄງລ່າງໃນລະບົບຕ່ອງໂສ້ວົງປິດ. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດ ອຸກ ຍັງຕ້ອງການຢາກແບ່ງປັນບັນດາວິທີແກ້ໄຂແບບຍືນຍົງໃຫ້ຊາວກະສິກອນ, ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິພາບເທົ່ານັ້ນ, ຫາກຍັງສ້າງຄວາມໝັ້ນຄົງດ້ານກຳໄລ ຈາກຜະລິດຕະພັນກຸ້ງ ຫວຽດ ທີ່ມີມູນຄ່າສູງ ເມື່ອເຂົ້າຮ່ວມບັນດາຕະຫຼາດຂະໜາດໃຫຍ່ອີກດ້ວຍ.
ບັນດາວິທີແກ້ໄຂ ຈາກບັນດາບໍລິສັດ ນຳໜ້າຄື ຫວຽດ ອຸກ ຈະແມ່ນກຳລັງໜູນ ເພື່ອສ້າງຄວາມຄິດຄວາມເຫັນຮ່ວມກັນ, ສ້າງຄວາມສະໜິດຕິດພັນເພື່ອປະກອບສ່ວນເຮັດໃຫ້ ຂະແໜງກຸ້ງ ຫວຽດ ພັດທະນາແບບຍືນຍົງ ແລະ ປະກອບສ່ວນສ້າງເຄື່ອງໝາຍການຄ້າໃຫ້ກຸ້ງ ຫວຽດ ໃນຕະຫຼາດສາກົນ. ກຸ້ງ ຫວຽດ ອຸກ ພວມມີຄວາມໝັ້ນໃຈໃນການກ້າວກະໂດດຂັ້ນໃນ “ງານລ້ຽງ”ຂອງໂລກ.