Red Pine ກັບຂະແໜງສົ່ງອອກ ໝາກນອດ ໄຕງວຽນ

Red Pine ກັບຂະແໜງສົ່ງອອກ ໝາກນອດ ໄຕງວຽນ

ສູນ​ຜະ​ລິດ​ແນວປູກ​ຄຸນ​ນະ​ພາບ​ສູງ ​ຂອງ Red Pine ​ຢູ່​ຕາ​ແສງ​ ເອຍຟາງ, ເມືອງ ຈືປື, ແຂວງ ຢາລາຍ. ພາບ: ແທງຮ່ວາ/VNP 

Red Pine ​ແມ່ນ​ວິ​ສາ​ຫະກິດ​ ນໍາໜ້າໃນການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ຜະລິດ​ເບ້ຍ​ໄມ້​ຄຸນ​ນະພາ​ບສູງ ​ເພື່ອ​ຮັບ​ໃຊ້​ຕະຫຼາດ​ ໄຕງວຽນ ​ດ້ວຍ​ມີ​ທ່າ​ແຮງ​ສົ່ງ​ອອກ​ທີ່​ອຸດົມສົມບູນ.

Red Pine ​ແມ່ນ​ຜູ້​ຜະ​ລິດ​ຕົ້ນ​ໝາກນອດ ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢູ່ ຢາລາຍ ແລະ ທົ່ວເຂດ ໄຕງວຽນ ​ທັງ​ໝົດ. ພາບ: ແທງຮ່ວາ/VNP

ເຖິງ​ວ່າ ຈະຕາມ​ຫຼັງ, ແຕ່ການ​ສົ່ງ​ອອກ​ໝາກ​ນອດ​ ຂອງ​ ຫວຽດນາມ ​ແມ່ນຢູ່ໃນກຸ່ມອັນ​ດັບ​ຕົ້ນໆ ຂອງ ໂລກ, ຮອງພຽງແຕ່​ປະ​ເທດ​ ບຣາຊິນ, ​ເປຣູ, ​ເອກ​ວາ​ດໍ. ຕະຫຼາດຕົ້ນຕໍແມ່ນ EU, ຍີ່ປຸ່ນ, ສ ເກົາຫຼີ, ສປ ຈີນ ແລະ ອົດສະຕຣາລີ.

ເພາະສະ​ນັ້ນ, ​ເນື້ອ​ທີ່​ປູກ​ໝາກ​ນອດ ໄດ້ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຕໍ່ນື່ອງ, ພິ​ເສດ​ແມ່ນ​ຢູ່​ບັນດາແຂວງ​ ໄຕງວຽນ. ປັດຈຸ​ບັນ, ທົ່ວ​ປະ​ເທດ​ມີ​ເນື້ອ​ທີ່​ປູກໝາກ​ນອດ 9,5 ພັນ​ເຮັກ​ຕາ, ​​ຜົນ​ຜະລິດ​ເກືອບ 190.000 ​ໂຕນ ແລະ ​ຢູ່ໃນ​ກຸ່ມ​ໝາກ​ໄມ້ 18 ​ປະເພດ ທີ່ມີ​ຜົນ​ຜະ​ລິດ​ກວ່າ 100.000 ​ໂຕນຕໍ່ປີ, ຜົນ​ກຳ​ໄລ​ຕໍ່​ເຮັກຕາ​ໜຶ່ງ ປູກໝາກ​ນອດ ອາດຈະສູງເຖິງ 350-400 ລ້ານດົ່ງ.

ເນື້ອທີ່ປູກໝາກນອດ ຂອງ ຫວຽດນາມ ສ່ວນຫຼາຍແມ່ນຢູ່ໃນບັນ ດາແຂວງ ໄຕງວຽນ ເຊິ່ງມີເນື້ອທີ່ປະມານ 8,2 ພັນເຮັກຕາ. ແຂວງ ຢາລາຍ ຖື​ວ່າ ​ແມ່ນ​ເມືອງ​ຫຼວງ​ ຂອງ ​ຕົ້ນ​ໝາກ​ນອດ ​ດ້ວຍ​ເນື້ອ​ທີ່​ປະ ມານ 4,5 ພັນ​ເຮັກຕາ, ສະມັດ​ຕະພາບ​ສະ​ເລ່ຍປະມານ 20.000 ​ໂຕນ/ເຮັກຕາ, ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ການ​ດຶງ​ດູດ ​ແລະ ເຕົ້າໂຮມ ບັນດາວິສາຫະກິດ​ ລົງທຶນ​ຜະລິດເບ້ຍ, ປຸງ​ແຕ່ງ ​ແລະ ບໍລິ​ໂພ​ກ ໝາກ​ນອດ.

ພະນັກງານ Red Pine ກວດກາຢ່າງລະມັດລະວັງ ການເຕີບໂຕ ຂອງ ໜານຕົ້ນໝາກນອດ ຫຼັງຈາກການກ້າ. ພາບ: ແທງຮ່ວາ/VNP

ສ່ວນ​ແຂວງ ​ຢາ​ລາຍ, ​​ນີ້​ແມ່ນ​ເຂດ​ທີ່​ມີ​ສະພາບ​ອາກາດ​ເອື້ອອຳ ນວຍ, ​ເນື້ອ​ທີ່​ດິນ​ກວ້າງຂວາງ ​ແລະ ອຸດົມສົມບູນ, ເໝາະ​ສົມ​ກັບ​ການ​ພັດທະນາເຂດປູກ ໝາກ​ນອດ ​ຂະໜາດ​ໃຫຍ່. ເພາະສະນັ້ນ, ໃນທິດທາງ ຮອດປີ 2025 ແລະ ວິໄສທັດຮອດປີ 2030, ແຂວງ ຢາລາຍ ວາງແຜນ ທີ່ຈະເພີ່ມ ເນື້ອທີ່ປູກໝາກໄມ້ກິນໝາກ ໃຫ້ໄດ້ 55.000 ເຮັກຕາ ໃນປີ 2025 ແລະ 100.000 ເຮັກຕາໃນປີ 2030 (ປັດຈຸບັນທົ່ວແຂວງ ມີເນື້ອທີ່ປູກໝາກໄມ້ກິນໝາກ ປະມານ 21.500 ເຮັກຕາ), ມີ 4 ປະເພດ ໝາກໄມ້ກິນໝາກ ສົ່ງອອກຕົ້ນຕໍ ຄື: ໝາກນອດ, ໝາກກ້ວຍ, ອາໂວກາໂດ ແລະ ທຸລຽນ. ​ໃນ​ນັ້ນ    ​ໝາກ​ນອດ ​ຄາດ​ວ່າ​ ຈະ​ມີ​ເນື້ອ​ທີ່ ​ປະມານ 20.000 ​ເຮັກຕາ, ໝາຍຄວາມວ່າ ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄປຄຽງ​ຄູ່​ກັບ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ເຂດ​ປູກ​ໝາກ​ນອດ, ແມ່ນບັນຫາ​ເບ້ຍ​ໄມ້ ​ບໍ່​ຮູ້​ຕົ້ນ​ກຳ​ເນີ​ດ ​ແລະ ຄຸນ​ນະພາ​ບຕ່ຳ ຍັງ​ປະກົດ​ຂຶ້ນຢ່າງ​ກວ້າງ​ຂວາງ, ສ້າງ​ຜົນ​ສະທ້ອນ​ຕໍ່ຄຸນ​ນະພາ​ບຜະລິດ​ຕະພັນ, ​ເຮັດ​ໃຫ້​ການພັດທະນາຂະແໜງ​ການ​ຜະ ລິດ ໝາກ​ນອດ ສົ່ງອອກ ​ປະສົບ​ຄວາມ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຂົ່ມ​ຂູ່​.

ບັນດາ​ຂັ້ນຕອນການ​ຜະລິດ​ເບ້ຍ​ໄມ້​ຂອງ Red Pine ດຳ​ເນີນ​ໄປ​ຢ່າງ​ເປັນ​ອາຊີບ, ຮັບປະກັນ​ບັນດາ​ປັດ​ໄຈ​ເຕັກນິກ​ສູງ. ພາບ: ແທງຮ່ວາ/VNP 

ໂດຍ​ຖື​ເອົາ​ຄວາມ​ຮຽກຮ້ອງ​ຕ້ອງການ​ດັ່ງກ່າວ, ມີ​ວິ​ສາ​ຫະກິດ​ຈຳ ນວນ​ໜຶ່ງ ​ໄດ້​ລົງທຶນ​ຢ່າງ​ກ້າຫານ​ໃນ​ການ​ກໍ່ສ້າງ​ສູນ​ຜະລິດ​ເບ້ຍ​ໝາກ​ນອດ ຄຸນ​ນະພາ​ບສູງ ​ຢູ່​ແຂວງ ​ຢາ​ລາຍ, ​ໃນ​ນັ້ນ​ມີ​ບໍລິສັດ Red Pine (ບໍລິສັດ​ຫຸ້ນ​ສ່ວນ​ສາກົນ ທົງດໍ).

ໃນປີ 2021, Red Pine ໄດ້ລົງທຶນກໍ່ສ້າງໂຄງການ ສູນແນວພັນ ພືດຄຸນນະພາບສູງ, ມີເນື້ອທີ່ທັງໝົດກວ່າ 120.0002 ດ້ວຍ ຄວາມສາ ມາດຜະລິດເບ້ຍໄມ້ ໄດ້ເຖິງ 25 ລ້ານເບ້ຍຕໍ່ປີ ຢູ່ຕາແສງ ເອຍຟາງ, ເມືອງ ຈືປື, ແຂວງ ຢາລາຍ. ໂຄງ​ການ​ດັ່ງ​ກ່າວ ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ ແລະ ອອກແບບ ໂດຍ Watanabe Pipe Vietnam ຕາມຮູບ​ແບບ​ຂອງ​ເຮືອນຕາໜ່າງ ​ທີ່​ມີ​ໂຄງ​ສ້າງ​ແຂງແກ່ນ​ ສາ​ມາດ​ທົນ​ທານ​ຕໍ່​ພາຍຸ​ ລະ​ດັບ 11. ພື້ນທີ່ຜະລິດທັງໝົດ ພາຍໃນ ໄດ້ຖືກປ້ອງກັນໂດຍລະບົບຕາໜ່າງກັນແດດ ແລະ ກັນແມງໄມ້ ຂະໜາດນ້ອຍ ອີກດ້ວຍ. ພື້ນທີ່ ຜະລິດເບ້ຍ ມີລະບົບຊັ້ນວາງ, ຊັ້ນຊີມັງ, ຄັງສິນຄ້າ, ເຮືອນ ເກັບຮັກສາ ທ່ີແຍກດ່ຽວ, ອຸປະກອນ ວັດແທກອຸນຫະພູມ ແລະ ຄວາມຊຸ່ມຊື່ນ ທີ່ບັນທຶກດ້ວຍຕົນເອງ, ລະບົບຄວບຄຸມ ຊົນລະປະທານ ອັດຕະໂນມັດ ຜ່ານໂທລະສັບ smartphone... ໄດ້ລົງທຶນ ແລະ ອອກແບບຢ່າງຄົບວົງຈອນ ແລະ ທັນສະໄໝ. ຕໍ່ໄປ, ບໍລິສັດ ຍັງໄດ້ລົງທຶນ ພັດທະນາ ລະບົບ ຕົວແທນລະດັບ 1 ກວ່າ 50 ແຫ່ງ ໃນທົ່ວເຂດ ໄຕງວຽນ ສູ່ພາກເໜືອ ເພື່ອສະໜອງ ເບ້ຍໄມ້ ແລະ ຖ່າຍທອດເຕັກນິກ ການປູກໃຫ້ຜູ້ປູກ.

ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ, Red Pine ສາມາດ​ຜະລິດ​ເບ້ຍ​ຄຸນ​ນະພາ​ບສູງ​ໄດ້​ເຖິງ 25 ລ້ານ​ເບ້ຍ​ໃນ​ແຕ່ລະ​ປີ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໝາກນອດ​ເພື່ອ​ສົ່ງ​ອອກ​ຢູ່​ບັນດາ​ແຂວງ​ ໄຕງວຽນ. ພາບ: ແທງຮ່ວາ/VNP

ປັດຈຸ​ບັນ, Red Pine ​ແມ່ນ​ຜູ້​ຜະລິດ​ ​ແລະ ສະໜອງ​ເບ້ຍ​ໝາກ​ນອດ​ສີມ່ວງ ​ທີ່​ມີ​ຄຸນ​ນະພາ​ບສູງ​ ຕົ້ນຕໍ່ຢູ່ ຢາລາຍ. ນີ້​ແມ່ນ​ແນວ​ພັນ​ໝາກ​ນອດ ທີ່ໄດ້ຮັບຄວາມ​ນິ​ຍົມ​ສູງ​ ຈາກຜູ້​ນໍາ​ເຂົ້າ​ໃນ​ປັດ​ຈຸ​ບັນ​.

ຈາກແຫຼ່ງເບ້ຍໄມ້ ທີ່ນຳເຂົ້າຈາກ ໄຕ້ຫວັນ, Red Pine ໄດ້ຜະລິດ ອອກມາ ແນວພັນໃໝ່ ທີ່ມີຄຸນະພາບສູງ ດ້ວຍ ເຕັກໂນໂລຊີ ທີ່ທັນສະໄໝ ໂດຍນຳໃຊ້ວິທີການສະກັດ, ກ້າເບ້ຍ ແລະ ປູກໃນ ເຮືອນແກ້ວ ຖືກຕາມຂັ້ນຕອນເຕັກນິກ, ດັ່ງນັ້ນ ຕົ້ນໄມ້ຈຶ່ງມີ ແຂງແຮງ, ທົນທານ ຕໍ່ພະຍາດສູງ, ໃຫຍ່ໄວ ​ແລະ ມີ​ປະສິດ ທິ​ຜົນ​ໃນ​ການ​ຜະລິດ, ເໝາະ​ສົມ​ກັບ​ສະພາບ​ອາກາດ ​ຂອງ​ ຫວຽດນາມ.

ເບ້ຍໄມ້ຂອງ Red Pine ມີຕົ້ນກຳເນີດທີ່ຈະແຈ້ງ ແລະ ໄດ້ຮັບອະນຸ ຍາດ ຈາກກົມປູກຝັງ ແລະ ກົມປ້ອງກັນພືດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ), ສະນັ້ນ ເມື່ອມອບໃຫ້ຜູ້ປູກ, ເຂົາ ເຈົ້າໄດ້ຮັບປະກັນ ບໍ່ໃຫ້ມີເຊື້ອພະຍາດ, ຂະຫຍາຍພັນ ແລະ ເຕີບໂຕໄດ້ດີ.

ນອກຈາກການຜະລິດ ແລະ ສະໜອງເບ້ຍໄມ້ ໃຫ້ໄດ້ ຄຸນນະພາບ ສູງແລ້ວ, Red Pine ຍັງປະສານສົມທົບ ກັບບັນດາທ້ອງຖິ່ນ ເພື່ອແນະນຳ ຜູ້ປູກໝາກນອດ ໃຫ້ນຳໃຊ້ ວັດສະດຸປ້ອນ ແລະ ເບ້ຍໄມ້ຢ່າງປອດໄພ ເພື່ອຫຼຸດຜ່ອນ ຄ່າໃຊ້ຈ່າຍ ແລະ ສຸມໃສ່ ການຜະລິດຕາມທິດ VietGAP, GlobalGAP ແລະ ເຊື່ອມໂຍງ ເຂົ້າກັບລະບົບຕ່ອງໂສ້ ເພື່ອຍົກສູງມູນຄ່າເພີ່ມ, ຕອບສະໜອງ ໃຫ້ແກ່ຄວາມຕ້ອງການ ຂອງຕະຫຼາດພາຍໃນ ແລະ ສົ່ງອອກ.

ຕີ​ລາຄາ​ກ່ຽວກັບການ​ປະກອບສ່ວນ ​ຂອງ​ Red Pine, ທ່ານ ຫງວຽນ​ ລອງ​ແຄ໋ງ, ຫົວໜ້າ​ພະ​ແນ​ກກະສິກຳ​ເມືອງ ຈືປື, ​ແຂວງ ຢາລາຍ ​ໃຫ້​ຮູ້​ວ່າ:ໃນ​ຖາ​ນະ​ເປັນ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ, Red Pine ບໍ່​ພຽງ​ແຕ່​ສ້າງ​ເບ້ຍໝາກນອດ ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ຜູ້​ປູກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ໃຫ້​ຊາວ​ທ້ອງ​ຖິ່ນ​ປະ​ມານ 300 ຄົນ​ໃນ​ໄລ​ຍະ​ເວລາລະດູການຜະລິດ. ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ຂະ​ແໜງ​ການ​ຜະລິດ​ກະສິກຳ​ຂອງ​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ແຕ່ຍັງ​ປ່ຽນ​ແປງ​ແນວ​ຄິດ​ ການ​ຜະລິດ ​ຂອງ​ປະຊາຊົນ​ອີກ​ດ້ວຍ.

ເວົ້າ​ເຖິງ​ທິດ​ທາງ​ການ​ພັດທະນາ​ໃນ​ໄລຍະເວລາຈະມາເຖິງ, ທ່ານ ເວືອງຈ້ອງຄຽນ, ​ຜູ້ຮັບຜິດຊອບດ້ານເຕັກນິກຂອງ Red Pine ໃຫ້​ຮູ້​ວ່າ: ນອກຈາກ​ໝາກ​ນອດແລ້ວ, ວິ​ສາ​ຫະກິດ​ ຈະ​ຄົ້ນຄວ້າ ​ແລະ ພັດ ທະນາ​ແນວ​ພັນ​ ທີ່​ມີ​ທ່າ​ແຮງ​ອື່ນໆ, ​ໂດຍ​ສະ​ເພາະ​ແມ່ນ​ປະເພດ    ໝາກ​ໄມ້ກິນໝາກ​ ​ຮັບໃຊ້ການສົ່ງ​ອອກ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ການ​ຜະລິດ ທ່ີນັບມື້ນັບ​​ເພີ່ມ​ຂຶ້ນຂອງປະຊາຊົນຢູ່ ເຂດໄຕ ງວຽນ.

ດ້ວຍ​ການ​ລົງ​ທຶນ​ ທ່ີເປັນລະບົບ ​ແລະ ທິດ​ທາງ​ທີ່​ສົມ​ເຫດ​ສົມ​ຜົນ, Red Pine ຫວັງວ່າ ​ບໍ່​ພຽງ​ແຕ່​ຈະ​ກາຍ​ເປັນ​ຜູ້​ສະໜອງ​ແນວ​ພັນ​ພືດ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃຫ້​ແກ່​ຜູ້​ປູກ​ໃນ​ແຂວງ ຢາລາຍ ​ເທົ່າ​ນັ້ນ, ແຕ່​ຍັງ​ສະໜອງໃຫ້​ທົ່ວ​ເຂດ​ ໄຕງວຽນ ​ແລະ ທົ່ວ​ປະ​ເທດ, ​ປະກອບສ່ວນ​ຍົກ​ສູງ​ຄຸນຄ່າ​ດ້ານ​ເສດຖະກິດ ​ຂອງ​ ບັນດາ​ປະເພດໝາກໄມ້ສົ່ງອອກ ຕົ້ນຕໍ່, ກໍ່ຄືຄ່າຄອງຊີບ ຂອງ ປະຊາຊົນ ອີກດ້ວຍ.

 

  •  
  • ບົດ ແລະ ພາບ: VNP/ແທງຮ່ວາ- ແປໂດຍ: ຢືຟຽນ

Top