ລົດເມໄຟຟ້າສາຍທຳອິດແລ່ນຢູ່ເຂດຕົວເມືອງ Vinhomes Ocean Park (ຢາເລີມ, ຮ່າໂນ້ຍ) ແລະ ເຊື່ອມຕໍ່ກັບລະບົບຂົນສົ່ງຜູ້ໂດຍສານສາທາລະນະຂອງນະຄອນ ຮ່າໂນ້ຍ.
VinBus ແມ່ນລົດເມ ໄຟຟ້າ ອັດສະລິຍະ ຄັນທຳອິດ ຂອງ ຫວຽດນາມ, ໂດຍບໍລິສັດ Vinfast ຄົ້ນຄວ້າ ແລະ ຜະລິດ ຢູ່ໂຮງງານ ຫາຍຟ່ອງ. VinBus ມີຂຶ້ນດ້ວຍ ເປົ້າໝາຍ ຫັນສູ່ ການຂົນສົ່ງ ສາທາລະນະ ທີ່ທັນສະໄໝ, ຫຼຸດຜ່ອນມົນລະພິດ ຕໍ່ສິ່ງແວດລ້ອມ ແລະ ນຳເອົາອາກາດ ບໍລິສຸດ.
ວັນທີ 2 ທັນວາ 2021, ບໍລິສັດ ບໍລິການຂົນສົ່ງ ນິເວດ VinBus ຈຳກັດ ໄດ້ເລີ່ມດຳເນີນການເຄື່ອນໄຫວ ລົດເມໄຟຟ້າ ສາຍທຳອິດຢູ່ ຫວຽດນາມ ໂດຍເຊື່ອມຕໍ່ກັບລະບົບຂົນສົ່ງຜູ້ໂດຍສານສາທາລະນະ ຮ່າໂນ້ຍ.
ດ້ວຍລັກສະນະສະຫຼາດ ແລະ ເປັນມິດກັບສິ່ງແວດລ້ອມ, ລົດເມໄຟຟ້າ Vinbus ທີ່ຫາກໍ່ເປີດນຳໃຊ້ໄດ້ຮັບການຕ້ອນຮັບຈາກປະ ຊາຊົນ. ລົດເມໄຟຟ້າອັດສະລິຍະ ແມ່ນທ່າອ່ຽງໃໝ່ ຂອງການ ຂົນສົ່ງຜູ້ໂດຍ ສານສາທາລະນະ, ໄດ້ຮັບການຕ້ອນຮັບຢ່າງກວ້າງ ຂວາງຈາກປະຊາຊົນ ກ່ຽວກັບຄວາມສາມາດ ໃນການ ປະຕິບັດງານທີ່ເປັນມິດກັບ ສິ່ງແວດລ້ອມ, ໃຊ້ພະລັງງານ ສະອາດ, ໂດຍສະເພາະ ແມ່ນການປ່ອຍອາຍພິດ ທີ່ບໍ່ກໍ່ໃຫ້ເກີດ ມົນລະພິດຕໍ່ສິ່ງ ແວດລ້ອມ.
VinBus ແມ່ນຕົວແບບລົດໄຟຟ້າ ທີ່ໄດ້ຜະລິດ ແລະ ປະກອບ ຢູ່ ຫາຍຟ່ອງ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ ຫຼາຍຢ່າງ, ມີຄຸນ ສົມບັດສະຫຼາດ ແລະ ປອດໄພຕາມຍຸດທະສາດຂອງ VinFast ໃນການ ພັດທະນາລົດໄຟຟ້າ ອັດສະລິຍະ ໃນປັດຈຸບັນ.
VinBus ແມ່ນຮູບແບບລົດເມທີ່ຜະລິດ ແລະ ປະກອບໂດຍບໍລິສັດ VinFast ຢູ່ສູນຜະລິດລົດຍົນຢູ່ນະຄອນ ຮາຍຟ່ອງ. ຍານພາຫະນະນີ້ ໄດ້ຖືກຕິດຕັ້ງດ້ວຍເຕັກໂນໂລຊີ ທີ່ທັນສະໄໝ,
ລັກສະນະສະຫຼາດ ແລະ ຄວາມປອດໄພຕາມຍຸດທະສາດການພັດທະນາ ລົດໄຟຟ້າຂອງບໍລິສັດລົດ VinFast.
VinBus ໃຊ້ລົດເມໄຟຟ້າ ມີ 2 ສີຕົ້ນຕໍຄື ສີຂຽວ ແລະ ສີດໍາ, ໃຊ້ ແບັດເຕີລີ່ 281 kWh ສາມາດແລ່ນໄດ້ 220 – 260 ກິໂລ ແມັດ. ລົດສາມາດຍົກຂຶ້ນ ແລະ ປັບລົງໄດ້ ເພື່ອເຮັດໃຫ້ ການຂຶ້ນ-ລົງ ໄດ້ ສະ
ດວກສຳລັບຜູ້ສູງອາຍຸ, ເດັກນ້ອຍ ແລະ ຄົນພິການ; ປະຕູຫຼັງຍັງມີປຸ່ມຊ່ວຍໃຫ້ຜູ້ຂັບລົດ ສາມາດຮັບຮູ້ ໄດ້ຄົນພິການ ທີ່ກຳລັງຈະຂຶ້ນລົດ. ນອກນັ້ນ ຍັງມີບ່ອນຈອດລົດ ທີ່ກຳນົດ ໃຫ້ແກ່ລົດເຂັນ ແລະ ລົດ
ອູ່ເພື່ອຮັບປະກັນ ຄວາມປອດໄພ. ລົດມີ WiFi ຟຣີ, ມີຊ່ອງສຽບ USB, ສາມາດ ຈ່າຍຄ່າປີ້ ໂດຍບັດ ຫຼື Napas, ຕິດຕາມເສັ້ນທາງເຊັ່ນດຽວກັນ ກັບສົ່ງຄໍາຄິດຄຳເຫັນ ຜ່ານໂປຣແກມ ໂທລະສັບມືຖື.
ສະຖານີສາກໄຟໄວ 150 kW ສາມາດສາກ ໃຫ້ເຕັມ ພາຍໃນ 2 ຊົ່ວໂມງ. ຫຼັງຄາຂອງສະຖານີ ມຸງດວ້ຍ ແຜງ ແສງອາທິດ.
VinBus ແມ່ນການຂົນສົ່ງສາທາລະນະ ທີ່ເປັນມິດ ຕໍ່ສິ່ງແວດ ລ້ອມ. ສີຂຽວ - ສະອາດ - ໜ້າຢູ່ - ບໍ່ມີການປ່ອຍອາຍພິດ - ບໍ່ມີສິ່ງລົບກວນ. ເພື່ອເຂດຕົວເມືອງຄືດັ່ງກ່າວ, ລົດເມ ໄຟຟ້າ VinBus ໄດ້ນຳໃຊ້ພະລັງງານສະອາດ ເພື່ອປະກອບສ່ວນປັບ ປຸງລະບົບຄົມມະນາຄົມສາທາລະນະ. ຜູ້ໂດຍສານຈະໄດ້ຮັບການເຂົ້າເຖິງທ່າອ່ຽງຂອງການເຊື່ອມຕໍ່ສີຂຽວ, ສະດວກ, ສີວິໄລ ແລະ ເປັນມິດກັບສິ່ງແວດ
ລ້ອມ.
ຢູ່ບ່ອນຈອດລົດ, ຫຼັງຄາຂອງບ່ອນຈອດລົດ ແມ່ນຕິດຕັ້ງ ດ້ວຍແຜງໄຟຟ້າ. ປະລິມານໄຟຟ້ານີ້ ແມ່ນນຳໃຊ້ເພື່ອສາກ ພາຫະນະ, ຖ້າບໍ່ພຽງພໍ ຈະໃຫ້ນຳໃຊ້ເຄືອຂ່າຍໄຟຟ້າແຫ່ງຊາດ. ຄາດວ່າ VinBus ຈະຜະລິດລົດເມ ໄຟຟ້າ 200-300 ຄັນຕໍ່ປີ, ໃນຕໍ່ໜ້າ, ລົດເມໄຟຟ້າ ຈະຮັບໃຊ້ໃນ 15 ເສັ້ນທາງຢູ່ 3 ເຂດຄື: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ຝູ໋ກວກ.
ຄຸນນະພາບການບໍລິການ ຂອງ ລົດເມໄຟຟ້າ Vinbus ໄດ້ປະຕິບັດຕາມຈິດໃຈຂອງ Vingroup, ນັ້ນຄື “ຮັບໃຊ້ຈາກຫົວໃຈ”. ສະນັ້ນ, VinBus ໄດ້ນຳມາເຊິ່ງປະສົບການ ທີ່ແຕກຕ່າງ ໃຫ້ແກ່ຜູ້ໂດຍສານ ດ້ວຍການບໍລິການ ທີ່ເປັນມິດ, ມີຫຼາຍສິ່ງ ອໍານວຍຄວາມສະດວກ ດ້ວຍເຕັກໂນໂລຊີທັນສະໄໝ, ລະບົບ ຊອກຫາເສັ້ນທາງສະດວກ ແລະ ຕີລາຄາ ຄຸນນະພາບ ການບໍລິການ ທີ່ສະດວກ ຜ່ານລະບົບ VinID.
ພິເສດໃນລົດ Vinbus ແຕ່ລະຄັນ ມີກ້ອງ AI ຕິດຢູ່, ເມື່ອ ຜູ້ຂັບຂີ່ສະແດງອາການ ງ້ວງນອນ, ບໍ່ມີສະມາທິ ແລະ ອື່ນໆ...ຈະຖືກເຕືອນທັນທີເພື່ອປັບພຶດຕິກຳ, ຮັບປະກັນ ໃຫ້ລົດແລ່ນໄດ້ຢ່າງປອດໄພ.
ທຸກຜົນກໍາໄລ ທີ່ໄດ້ຮັບຈະຖືກນໍາໄປລົງທຶນໃນການ ປັບປຸງ ພື້ນ ຖານໂຄງລ່າງ ແລະ ຄຸນນະພາບການບໍລິການ. ດ້ວຍຮູບແບບ ທີ່ບໍ່ຫວັງຜົນກຳໄລ, VinBus ປະກອບສ່ວນ ກໍ່ສ້າງລະບົບ ຄົມມະນາຄົມ ສາທາລະນະ ທີ່ມີລັກສະນະສີວິໄລ, ທັນສະໄໝ, ກວ້າງຂວາງ ແລະ ເປີດກວ້າງ ການບໍລິການໄປຮອດ ຫຼາຍແຂວງ, ນະຄອນ ເພື່ອໃຫ້ຊາວ ຫວຽດນາມ ມີຄວາມສະ ດວກສະບາຍໃນການຂົນສົ່ງ ສາທາລະນະ ທີ່ມີຄຸນນະພາບສູງ.
ປັດໃຈດ້ານເຕັກໂນໂລຊີແມ່ນເນັ້ນໃສ່ໃນ ຂະບວນການປະຕິ ບັດງານຢູ່ VinBus. ດ້ວຍລະບົບ IoT ຂອງການຄຸ້ມຄອງຍານ ພາຫະນະ, ຕາຕະລາງຍານພາຫະນະ, ການຄຸ້ມຄອງ ສະຖານີ ສາກໄຟອັດສະລິຍະ ໃນເວລາຕົວຈິງ, ລະບົບເຕັກໂນໂລຊີ ທີ່ທັນສະໄໝຂອງ VinBus ສະໜັບສະໜູນການດໍາເນີນງານ ທີ່ມີປະສິດທິພາບ ແລະ ປອດໄພ.
ການເຄື່ອນໄຫວຢ່າງເປັນທາງການ ຂອງລົດເມໄຟຟ້າ Vinbus ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນຄວາມ ຕັດສິນໃຈ ຂອງນະຄອນ ຮ່າໂນ້ຍ ແລະ ຄວາມພະຍາຍາມຂອງ Vingroup ໃນການປະກອບສ່ວນ ຫຼຸດຜ່ອນການປ່ອຍອາຍພິດ ເຮືອນແກ້ວໃນການ ຈະລາຈອນ, ນຳມາເຊິ່ງປະສົບການທີ່ດີຂຶ້ນ ໃຫ້ແກ່ລູກຄ້າ, ປະສົບການສີຂຽວ, ຄວາມສະດວກສະບາຍ ໃຫ້ແກ່ ປະຊາຊົນ.
ໃນໄລຍະຈະມາເຖິງ, VinBus ຈະດຳເນີນເສັ້ນທາງພາຍໃນຢູ່ Vinhomes Ocean Park ແລະ ເມື່ອໄດ້ຮັບການອະນຸມັດຈາກອົງການລັດທີ່ມີສິດອຳນາດແລ້ວ, ຈະເປີດເສັ້ນທາງລົດເມອື່ນເຂົ້າຮ່ວມຕາໜ່າງ ແລະ ເຊື່ອມຕໍ່ກັບລະບົບຂົນສົ່ງຜູ້ໂດຍສານທົ່ວປະເທດ.