GC Food - “ກ້າວຜ່ານພາຍຸ” ຂອງການຜັນແປ ເພື່ອການສົ່ງ ອອກທົ່ວໂລກ

GC Food - “ກ້າວຜ່ານພາຍຸ” ຂອງການຜັນແປ ເພື່ອການສົ່ງ ອອກທົ່ວໂລກ

ດ້ວຍທິດນໍາ ເຮັດກະສິກໍາສະອາດ, ເອົາໃຈໃສ່ ໃນທຸກຂັ້ນຕອນ ແລະ ການເປັນມືອາຊີບ ໃນທຸກຂັ້ນຕອນ ຂອງການຜະລິດ, GC Food ໄດ້ ແລະ ພວມພັດທະນາຢ່າງສົມບູນແບບ ເພື່ອ ກາຍເປັນ ຫົວໜ່ວຍນຳໜ້າໃນຕະຫຼາດ ຫວ້ານຫາງແຂ້ ກໍ່ຄື ຜະລິດຕະພັນ ກະເສດ ທີ່ສໍາຄັນອື່ນໆ. ​ໃນ​ສະພາບ​ທົ່ວ​ໂລກ​ ມີການຜັນ​ແປ​, ແຕ່ GC Food ຍັງ​ຄົງ​ຕົວ​ ແລະ ເປັນ​ວິ​ສາ​ຫະ ກິດ ​ຜະລິດ ຫວ້ານຫາງແຂ້ ​ໃຫຍ່​ທີ່​ສຸດ​ ຂອງ ​ຫວຽດນາມ, ສະ ໜອງ​ສະເພາະໃຫ້ ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ໂຮງງານຜະລິດ ຫວ້ານຫາງແຂ້ Viet Farm ຮັບປະກັນ ສຸຂະອະນາໄມ ແລະ ຄວາມປອດໄພສະເໝີ. ພາບ: ທົງຫາຍ/VNP

ປີ 2015, GC Food ໄດ້ຕັດສິນໃຈສ້າງໂຮງງານຜະລິດ ຫວ້ານ ຫາງແຂ້ ຢູ່ແຂວງ ນິງຖ້ວນ-ເມືອງເອກ ແຫຼ່ງວັດຖຸດິບ ຫວ້ານ ຫາງແຂ້ ຂອງ ທົ່ວປະເທດ. ໃນ​ເນື້ອ​ທີ່​ກວ່າ 2 ​ເຮັກຕາ, ຕັ້ງ​ຢູ່​ໃນ ເຂດ​ອຸດສາ​ຫະກຳ ​ແທ່ງ​ຫາຍ (ແຂວງ ​ນິງຖ້ວນ), GC Food ​ໄດ້​ລົງທຶນ​ເຂົ້າ​ບັນດາ​ຕ່ອງໂສ້​ການ​ຜະລິດ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໄໝ ​ໄດ້​ມາດຕະຖານ​ສາກົນ. ເຕັກ​ໂນ​ໂລ​ຊີ IQF ຖືກນຳ​ເຂົ້າ​ໃນ​ຂະ​ບວນ​ການ​ຜະ​ລິດ, ຊ່ວຍ​ໃຫ້ GC Food ເປັນ​ຜູ້​ນຳ​ໜ້າ​ໃນ​ຂົງ​ເຂດ​ດັ່ງກ່າວ ຢູ່​ຕະ​ຫຼາດ ຫວຽດ​ນາມ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ການ​ຍົກ​ສູງ​ຄຸນ​ຄ່າ​ຂອງ ​ຫວ້ານຫາງແຂ້.

Viet Farm - ໂຮງງານຜະລິດ ຫວ້ານຫາງແຂ້ ໃຫຍ່ທີ່ສຸດ ຂອງ ຫວຽດນາມ ຕັ້ງຢູ່ໃນເຂດອຸດສາຫະກຳ ແທ່ງຫາຍ (ນິງຖ້ວນ). ພາບ: GC Food
ພື້ນທີ່ສະໜອງວັດຖຸດິບ ຫວ້ານຫາງແຂ້ ຂອງ GC Food ຢູ່ແຂວງ ນິງຖ້ວນ. ພາບ: ທົງຫາຍ/VNP

ປັດຈຸ​ບັນ, GC Food ມີບໍລິສັດ ​ສະມາຊິກ 4 ແຫ່ງ,  ມີສຳນັກ ງານຕັ້ງ​ຢູ່​ເມືອງ ບິ່ງ​ແທັກ (ນະຄອນ ໂຮ່ຈີມິນ) ​ແລະ ໂຮງງານ​ ຕັ້ງຢູ່ແຂວງ ນິງຖ້ວນ ​ແລະ ດົ່ງ​ນາຍ. ໃນນັ້ນ ໂຮງງານປຸງ ແຕ່ງ ຫວ້ານຫາງແຂ້ ຢູ່ແຂວງ ນິງຖ້ວນ ແມ່ນໂຮງງານ ທ່ີທັນສະໄໝ ແລະ ໃຫຍ່ກວ່າໝູ່ຢູ່ ຫວຽດນາມ, ບໍລິໂພກ ປະມານ 35.000 ໂຕນຕໍ່ປີ, ເທົ່າກັບ 15.000 ໂຕນ ຜະລິດຕະພັນ ສຳເລັດຮູບ.

ການປຸງແຕ່ງເບື້ອງຕົ້ນ ຫວ້ານຫາງແຂ້ ຢູ່ Viet Farm. ພາບ: ທົງຫາຍ/VNP

GC Food ໄດ້ຈຳໜ່າຍຜະລິດຕະພັນ ອອກສູ່ຕະຫຼາດ ຫຼາຍ ກວ່າ 20 ໃນທົ່ວໂລກເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ບາງປະເທດໃນ ເອີຣົບ, ເອີຣົບ ຕາເວັນອອກ, ຕາເວັນອອກກາງ, ອາຊີຕາເວັນ ອອກສ່ຽງໃຕ້... ແລະ ແຂ່ງຂັນ ໄດ້ດີໃນຕະຫຼາດເຫຼົ່ານີ້. ຢູ່ພາຍ ໃນປະເທດ, ຜະລິດຕະພັນ ຫວ້ານຫາງແຂ້ ຂອງ GC Food ໄດ້ກາຍ ເປັນທາງເລືອກ ບູລິມະສິດ ຂອງລູກຄ້າລາຍໃຫຍ່ ຈໍານວນຫຼາຍ ທີ່ຜະລິດສະເພາະນົມສົ້ມ, ເຄື່ອງດື່ມ ແລະ ເຄືອ ຮ້ານອາຫານ, ຮ້ານກາເຟ ...

GC Food ໄດ້ລົງທຶນກໍ່ສ້າງໂຮງງານຜະລິດ ວຸ້ນ ໝາກພ້າວ ໃນເນື້ອທີ່ 11.000 2 ຢູ່ເຂດອຸດສາຫະກໍາ ໂຮ໋ນາຍ (ເມືອງ ຈາງບອມ, ແຂວງ ດົ່ງນາຍ). ນີ້​ແມ່ນ​ໂຮງ​ງານ​ຜະ​ລິດ​ວຸ້ນ​ໝາກ​ພ້າວ​ໃຫຍ່​ສຸດ​ ຂອງ ​ຫວຽດ​ນາມ ໃນ​ປັດຈຸບັນ ດ້ວຍ​ກຳ​ລັງ​ຜະ​ລິດ ​ວຸ້ນໝາກ​ພ້າວ ​ກວ່າ 20.000 ໂຕນຕໍ່ປີ.

 

 

ເນື້ອ ຂອງ ຫວ້ານຫາງແຂ້ ຮັບປະກັນວ່າ ຈະຖືກຂ້າເຊື້ອ ໃນທຸກຂັ້ນຕອນການປຸງແຕ່ງ ຢູ່ໂຮງງານ Viet Farm.
ພາບ: ທົງຫາຍ/
VNP

ແຕ່ປີ 2022 - 2024, ສະຖານະການໂລກ ໄດ້ມີການຜັນແປ ຢ່າງ ສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ດັ່ງນັ້ນ GC Food ໄດ້ຕິດຕາມການຜັນແປ ເພື່ອຊອກຫາວິທີແກ້ໄຂ. ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ທ່ານ ຫງວຽນ​ວັນ​ຖື໋, ປະ​ທານ​ສະພາບໍລິຫານ GC Food ໃຫ້​ຮູ້​ວ່າ: “ປັດຈຸ​ບັນ, GC Food ມີ​ຄຳສັ່ງ ສິນຄ້າ ຈາກລູກ​ຄ້າ ​ຕາ​ເວັນ​ອອກ​ກາງ ​ຈຳນວນໜຶ່ງ ທ່ີຍັງຊັກຊ້າ. ຄຽງ​ຄູ່​ກັນ​ນັ້ນ, ການ​ຕໍ່ສູ້​ລະຫວ່າງ​ ຣັດເຊຍ - ຢູ​ແກຼນ ​ໄດ້​ເຮັດ​ໃຫ້​ຕະ ຫຼາດ​ຜູ້​ບໍລິໂພ​ກ​ ຫຼຸດ​ລົງ, ​ເຮັດ​ໃຫ້​ປະລິມານ ​ການ​ສົ່ງ​ອອກ​ ຂອງ GC Food ​ເຕີບ​ໂຕ​ແຕ່​ບໍ່​ໄດ້​ຕາມ​ຄາດໝາຍ”.



ທ່ານ ຫງວຽນ​ວັນ​ຖື໋, ປະທານສະພາ​ບໍລິຫານ GC Food ໃຫ້​ຮູ້​ອີກວ່າ ທິດ​ທາງ​ ຂອງ GC Food ​ໃນ​ຕໍ່ໜ້າແມ່ນ “ຢາກ​ຂາຍ​ສິນ ຄ້າ ໃຫ້​ໄດ້​ຫຼາຍ​ກວ່າ, GC Food ​ພວມຊອກ​ຫາ​ຕະຫຼາດ​ໃໝ່ ອີກ ຫຼາຍແຫ່ງ. ປັດຈຸ​ບັນ GC Food ກໍາລັງ​ຂະຫຍາຍ​ອອກ​ສູ່​ຕະຫຼາດ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ໃບສັ່ງສິນຄ້າ ຂອງ GC Food ໄດ້ຖືກສົ່ງອອກໄປຍັງ ອິນໂດເນເຊຍ, ມາເລເຊຍ ແລະ ໄທ. ​ໃນ​ໄລຍະ​ຈະ​ມາ​ເຖິງ, GC Food ຈະ​ສືບ​ຕໍ່​ຂຸດ​ຄົ້ນ​ບັນດາ​ຕະຫຼາດ​ຕົ້ນຕໍ​ຢູ່ ​ອາຊີ​ຕາ​ເວັນ​ອອກ ​ແລະ ສປ ຈີນ. GC Food ໄດ້ເຂົ້າຮ່ວມ ງານວາງສະແດງ SIAL Shanghai 2024 ຢູ່ ນະ ຄອນ ຊຽງໄຮ້ ເພື່ອຊອກຫາລູກຄ້າໃໝ່ ໃນຕະຫຼາດ ຈີນ ແລະ ໃນເບື້ອງຕົ້ນໄດ້ຮັບການຕອບຮັບ ຢ່າງຕັ້ງໜ້າ”.

ເປົ້າ​ໝາຍ ​ຂອງ GC Food ​ແມ່ນ​ບັນລຸ​ລາຍ​ຮັບ​ ໃຫ້​ໄດ້ 573 ຕື້​ດົ່ງ​ໃນ​ປີ 2024, ອັດຕາ​ການ​ເຕີບ​ໂຕ​ຕໍ່​ປີ​ໃຫ້​ບັນລຸ ກວ່າ 30% ​ໃນ 5 ປີ​ຕໍ່ໜ້າ.

 ບົດ ແລະ ພາບ: VNP/ທົງຫາຍ - ແປໂດຍ: ຢືຟຽນ

 


Top