• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UAE, ຈໍ​ແດນ ແລະ ເອ​ຢິບ​​ຂົນ​ສົ່ງ​ເຄື່​ອງ​ບັນ​ເທົາ​ທຸກ​ມະ​ນຸດ​ສະ​ທຳ​ເຂົ້າ​ເຂດ​ກາ​ຊາ

ການກະທຳໄດ້ດຳເນີນພາຍຫຼັງກອງທັບ ອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ.
ເຄື່ອງບັນເທົາທຸກ ໂດຍເຮືອບິນປ່ອຍລົງຢູ່ເຂດກາຊາ (ພາບ: THX/TTXVN)
ຕອນບ່າຍວັນທີ 27 ກໍລະກົດ, ເຮືອບິນຂົນສົ່ງເຄື່ອງບັນເທົາທຸກຂອງ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ຈໍແດນໄດ້ເລີ່ມປ່ອຍເຄື່ອງບັນເທົາທຸກມະນຸດສະທຳເຂົ້າເຂດກາຊາ, ສ້າງຂີດໝາຍຄວາມມານະພະຍາຍາມສາກົນ ທີ່ເປັນໜ້າສົນໃຈທີ່ສຸດເພື່ອແນໃສ່ປັບປຸງສະພາບການມະນຸດສະທຳຢູ່ລະດັບຮ້າຍແຮງທີ່ສຸດຢູ່ເຂດກາຊາຍ້ອນນະໂຍບາຍປິດລ້ອມ ແລະ ບຸກໂຈມຕີທາງການທະຫານໂດຍອິດສະລາແອັນ ກໍ່ຂຶ້ນ. ເຮືອບິນຂົນສົ່ງ 3 ລຳຂອງປະເທດນີ້ ແລະ UAE ໄດ້ປ່ອຍເຄື່ອງບັນເທົາທຸກທັງໝົດ 25 ໂຕນເຂົ້າເຂດກາຊາ. ການກະທຳໄດ້ດຳເນີນພາຍຫຼັງກອງທັບ ອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ສື່ມວນຊົນ ເອຢິບ ໄດ້ລົງຂ່າວວ່າ ບັນດາລົດບັນທຸກຂົນສົ່ງເຄື່ອງຊ່ວຍເຫຼືອຂອງ ປະເທດນີ້ ໄດ້ເລີ່ມກ້າວເຂົ້າເຂດກາຊາຜ່ານດ່ານຊາຍແດນທາງບົກ Kerem Shalom. ນີ້ແມ່ນຄັ້ງທຳອິດທີ່ ເອຢິບຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະມຳເຂົ້າເຂດກາຊາ, ນັບແຕ່ເວລາ ອິດສະລາແອັນ ຈັດວາງຄຳສັ່ງປິດລ້ອມເຂດກາຊາຄືນໃໝ່ຍາມຕົ້ນເດືອນມີນາທີ່ຜ່ານມາ ເພື່ອແນໃສ່ກໍ່ຄວາມກົດດັນຕໍ່ຂະບວນການ Hamas ໃນບັນຫາຕົວປະກັນ.

(ແຫຼ່ງຄັດຈາກ VOV)

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.

Top