ຂ່າວສານ UAE, ຈໍແດນ ແລະ ເອຢິບຂົນສົ່ງເຄື່ອງບັນເທົາທຸກມະນຸດສະທຳເຂົ້າເຂດກາຊາ 29/07/2025 ການກະທຳໄດ້ດຳເນີນພາຍຫຼັງກອງທັບ ອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ. ເຄື່ອງບັນເທົາທຸກ ໂດຍເຮືອບິນປ່ອຍລົງຢູ່ເຂດກາຊາ (ພາບ: THX/TTXVN)ຕອນບ່າຍວັນທີ 27 ກໍລະກົດ, ເຮືອບິນຂົນສົ່ງເຄື່ອງບັນເທົາທຸກຂອງ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ຈໍແດນໄດ້ເລີ່ມປ່ອຍເຄື່ອງບັນເທົາທຸກມະນຸດສະທຳເຂົ້າເຂດກາຊາ, ສ້າງຂີດໝາຍຄວາມມານະພະຍາຍາມສາກົນ ທີ່ເປັນໜ້າສົນໃຈທີ່ສຸດເພື່ອແນໃສ່ປັບປຸງສະພາບການມະນຸດສະທຳຢູ່ລະດັບຮ້າຍແຮງທີ່ສຸດຢູ່ເຂດກາຊາຍ້ອນນະໂຍບາຍປິດລ້ອມ ແລະ ບຸກໂຈມຕີທາງການທະຫານໂດຍອິດສະລາແອັນ ກໍ່ຂຶ້ນ. ເຮືອບິນຂົນສົ່ງ 3 ລຳຂອງປະເທດນີ້ ແລະ UAE ໄດ້ປ່ອຍເຄື່ອງບັນເທົາທຸກທັງໝົດ 25 ໂຕນເຂົ້າເຂດກາຊາ. ການກະທຳໄດ້ດຳເນີນພາຍຫຼັງກອງທັບ ອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ສື່ມວນຊົນ ເອຢິບ ໄດ້ລົງຂ່າວວ່າ ບັນດາລົດບັນທຸກຂົນສົ່ງເຄື່ອງຊ່ວຍເຫຼືອຂອງ ປະເທດນີ້ ໄດ້ເລີ່ມກ້າວເຂົ້າເຂດກາຊາຜ່ານດ່ານຊາຍແດນທາງບົກ Kerem Shalom. ນີ້ແມ່ນຄັ້ງທຳອິດທີ່ ເອຢິບຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະມຳເຂົ້າເຂດກາຊາ, ນັບແຕ່ເວລາ ອິດສະລາແອັນ ຈັດວາງຄຳສັ່ງປິດລ້ອມເຂດກາຊາຄືນໃໝ່ຍາມຕົ້ນເດືອນມີນາທີ່ຜ່ານມາ ເພື່ອແນໃສ່ກໍ່ຄວາມກົດດັນຕໍ່ຂະບວນການ Hamas ໃນບັນຫາຕົວປະກັນ.

ການກະທຳໄດ້ດຳເນີນພາຍຫຼັງກອງທັບ ອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ. ເຄື່ອງບັນເທົາທຸກ ໂດຍເຮືອບິນປ່ອຍລົງຢູ່ເຂດກາຊາ (ພາບ: THX/TTXVN)ຕອນບ່າຍວັນທີ 27 ກໍລະກົດ, ເຮືອບິນຂົນສົ່ງເຄື່ອງບັນເທົາທຸກຂອງ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ຈໍແດນໄດ້ເລີ່ມປ່ອຍເຄື່ອງບັນເທົາທຸກມະນຸດສະທຳເຂົ້າເຂດກາຊາ, ສ້າງຂີດໝາຍຄວາມມານະພະຍາຍາມສາກົນ ທີ່ເປັນໜ້າສົນໃຈທີ່ສຸດເພື່ອແນໃສ່ປັບປຸງສະພາບການມະນຸດສະທຳຢູ່ລະດັບຮ້າຍແຮງທີ່ສຸດຢູ່ເຂດກາຊາຍ້ອນນະໂຍບາຍປິດລ້ອມ ແລະ ບຸກໂຈມຕີທາງການທະຫານໂດຍອິດສະລາແອັນ ກໍ່ຂຶ້ນ. ເຮືອບິນຂົນສົ່ງ 3 ລຳຂອງປະເທດນີ້ ແລະ UAE ໄດ້ປ່ອຍເຄື່ອງບັນເທົາທຸກທັງໝົດ 25 ໂຕນເຂົ້າເຂດກາຊາ. ການກະທຳໄດ້ດຳເນີນພາຍຫຼັງກອງທັບ ອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ສື່ມວນຊົນ ເອຢິບ ໄດ້ລົງຂ່າວວ່າ ບັນດາລົດບັນທຸກຂົນສົ່ງເຄື່ອງຊ່ວຍເຫຼືອຂອງ ປະເທດນີ້ ໄດ້ເລີ່ມກ້າວເຂົ້າເຂດກາຊາຜ່ານດ່ານຊາຍແດນທາງບົກ Kerem Shalom. ນີ້ແມ່ນຄັ້ງທຳອິດທີ່ ເອຢິບຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະມຳເຂົ້າເຂດກາຊາ, ນັບແຕ່ເວລາ ອິດສະລາແອັນ ຈັດວາງຄຳສັ່ງປິດລ້ອມເຂດກາຊາຄືນໃໝ່ຍາມຕົ້ນເດືອນມີນາທີ່ຜ່ານມາ ເພື່ອແນໃສ່ກໍ່ຄວາມກົດດັນຕໍ່ຂະບວນການ Hamas ໃນບັນຫາຕົວປະກັນ.