• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

"ຕາທິບ" ພະຍາກອນອາກາດ ຢູ່ເຂດພາກກາງຕອນເໜືອ

ບົນເສັ້ນທາງ ເໜືອ-ໃຕ້ ຂອງ ຫວຽດນາມ), ຢູ່ຫົວຂົວ ເບັ໋ນຖຸຍ ສັງກັດ ຕາແສງ ຈຸງໂດ (ນະຄອນ ວິງ, ແຂວງ ເງ້ະອານ) ຢູ່ເທິງພູ ຢຸ໊ງກວ໋ຽດ ມີສະຖານີ ຣາດາ ແຫ່ງໜຶ່ງ ຊຶ່ງຄົນທີ່ເຮັດວຽກ ໃນຂະແໜງການ ຊັບ ພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມຖືວ່າ ເປັນ “ຕາທິບ” ທ່ີ ເຄື່ອນໄຫວຕະຫຼອດວັນຄືນ ເພື່ອສົ່ງສັນຍານເຕືອນໄພພາຍຸ, ນໍ້າ ຖ້ວມ ໃນຊຸມມື້ທີ່ພາຍຸ ໃກ້ຈະມາເຖິງ. 

ສະຖານີ ຣາດາ ວິງ ສັງກັດການຄຸ້ມຄອງຂອງ ສູນອຸຕຸນິຍົມ-ອຸທົກກະ ສາດ ພາກກາງຕອນເໜືອ. ພື້ນທີ່ບໍລິເວນ ພາກກາງຕອນເໜືອ ຕາມ ຂີດຂັ້ນແດນ ຂອງຂະແໜງຊັບພະຍາກອນ ທຳມະຊາດ ແລະ ສິ່ງ ແວດລ້ອມ ລວມມີ 3 ແຂວງຄື: ແທງຮ໋ວາ, ເງ້ອານ ແລະ ຮ່າຕິ້ງ. ເຂດນີ້ມີພູມສັນຖານທີ່ຂ້ອນຂ້າງສັບສົນ, ມີພູສູງ ຢູ່ທາງທິດຕາເວັນ ຕົກ, ມີທົ່ງພຽງແຄບ ແລະ ມີຊາຍຝ່ັງທະເລ ທີ່ຍາວຢຽດ, ຖືວ່າເປັນ ບ່ອນເຕົ້າໂຮມຂອງພາຍຸ, ນໍ້າຖ້ວມ ຢູ່ພາກກາງ. ທ່ານ ຫງວຽນວັນ ເລື້ອງ ຜູ້ອຳນວຍການ ສູນອຸຕຸນິຍົມ-ອຸທົກກະສາດ ພາກກາງຕອນ ເໜືອ ໃຫ້ຮູ້ວ່າ ໃນ 5 ປີຜ່ານມາ, ຄວາມຖີ່ປະກົດການ ສະພາບອາ ກາດ ທີ່ຮຸນແຮງ ມີຫຼາຍຂຶ້ນ, ມີລັກສະນະທ້ອງຖິ່ນ ແລະ ຍາກທີ່ຈະ ຄາດຄະເນລ່ວງໜ້າ. ປັດຈຸບັນ, ເຕັກໂນໂລຊີ ພະຍາກອນອາກາດ ໄດ້ມີການພັດທະນາຂະໜາດໃຫຍ່ ແລະ ເຂັ້ມແຂງ, ສູນອຸຕຸນິຍົມ ອຸ ທົກກະສາດ ພາກກາງຕອນເໜືອ ໄດ້ລົງທຶນ ຫຼາຍໂຄງການຮັບໃຊ້ ວຽກງານພະຍາກອນອາກາດ, ໃນນັ້ນ ສະຖານີ ຣາດາ ວິງ ເປັນຈຸດ ເດັ່ນສຳຄັນ ໃນລະບົບ ສະຖານີ ອຸຕຸນິຍົມ, ອຸທົກວິທະຍາ ແລະ ອຸທົກ ກະສາດຂອງສູນ.

ທ່ານ ຈິ້ງດຶກເຈື່ອງ, ຫົວໜ້າສະຖານີ ຣາດາ ວິງ ໄດ້ໃຫ້ຂໍ້ມູນ ພື້ນຖານ ກ່ຽວກັບ ປະຫວັດຄວາມເປັນມາ ຂອງ ສະຖານີ ວ່າ: ໃນປີ 1993, ສະ ຖານີ ຣາດາ ພະຍາກອນອາກາດ ວິງ ໄດ້ຮັບການກໍ່ສ້າງ ແລະ ຕິດຕັ້ງ ຣາດາ MRL-5 ໂດຍ ສ ລັດເຊຍ ເປັນຜູ້ຜະລິດ (ອຸປະກອນນີ້ ໂດຍ ຄະນະກຳມະການ ແຫ່ງລັດ ສະຫະພາບ ໂຊວຽດ (ໃນອະດີດ) ມອບ ໃຫ້ ເນື່ອງໃນໂອກາດ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 100 ປີ). ມາຮອດປີ 2008, ສະຖານີ ຣາດາ ແຫ່ງນີ້ ໄດ້ຢຸດ ການ ເຄື່ອນໄຫວ ເນື່ອງຈາກຂາດ ອຸປະກອນ ອາໄຫຼ່ ທົດແທນ. ປີ 2000, ສະຖານີ ດັ່ງກ່າວ ໄດ້ຕິດຕັ້ງ ຣາດາ TRS - 2730 ຕື່ມອີກແຫ່ງໜຶ່ງ ໂດຍບໍລິສັດ Thomson ຂອງ ສ ຝຣັ່ງ ເປັນຜູ້ຜະລິດ. ນີ້ແມ່ນປະເພດ ຣາດາ ທົ່ວໄປ ໄດ້ປ່ຽນເປັນ ດີຈີຕອນ, ບໍ່ສາມາດ ສະແກນໄດ້ ຕາມຄວາມຕ້ອງການ.


ສະຖານີ ຣາດາ ວິງ ເປັນຫໍຄອຍສູງ 37 ແມັດ, ຕັ້ງຢູ່ເທິງພູ ຢຸ໊ງ ກວ໋ຽດ. ຮູບກົມຢູ່ຮອບນອກ ເພື່ອປ້ອງກັນເສົາອາກາດ ຣາດາ. ສະຖານີດັ່ງກ່າວມີ 3 ຫ້ອງປະກອບດ້ວຍ: ຫ້ອງ ຣາດາ, ຫ້ອງອຸ ປະກອນ, 
ສິ້ນສ່ວນ ຣາດາ ແລະ ຫ້ອງຕິດຕາມ ກວດກາ, ວັດແທກ ແລະ ຫ້ອງວິເຄາະຂໍ້ມູນ. ພາບ: ນາມຫງວຽນ



ຜູ້ຕິດຕາມກວດກາ ແລະ ວັດແທກ ຣາດາ ໂຮ່ຢຸຍເຊີນ ທຳການ ບົວລະບັດຮັກສາ ເສົາອາກາດ ຣາດາ ຕາມການກຳນົດເວລາ. ພາບ: ອຽນນິງ




ຜູ້ຕິດຕາມ ກວດກາ ຣາດາ ໂຮ່ຢຸຍເຊີນ ເຮັດວຽກຢູ່ໃນ ຫ້ອງອຸປະກອນ ຣາດາ. ຢູ່ໃນຫ້ອງນີ້, ມີຈັກໄຟຟ້າ ເພື່ອຮັບປະ ກັນໃຫ້ຣາດາ ເຮັດວຽກຢ່າງຕໍ່ເນື່ອງ ໂດຍບໍ່ໃຫ້ສັນຍານຕິດຂັດ. ພາບ: ອຽນນິງ


ທ່ານ ເລດຶກເກືອງ (ເສື້ອຂາວ), ຮອງຜູ້ອຳນວຍການ ສູນອຸຕຸນິຍົມ ອຸທົກກະສາດ ພາກກາງຕອນເໜືອ ພ້ອມກັບຜູ້ຕິດຕາມກວດກາ
ຕິດຕາມສະພາບອາກາດຢູ່ເທິງໜ້າຈໍ ຣາດາທີ່ສະແກນໄດ້. ພາບ: ອຽນນິງ



ຜູ້ຕິດຕາມກວດກາ ຣາດາ ກາວທິຮວ່ງລາມ ແລະ ໂຮ່ຢຸຍ ເຊີນ ຕິດຕາມ ພື້ນທ່ີສະແກນຂອງ ຣາດາ ຢູ່ຫ້ອງຕິດຕາມກວດກາ, ວັດແທກ ແລະ ວິເຄາະຂໍ້ມູນ. ພາບ: ອຽນນິງ


ສູນຣາດາ ວິງເປັນໜຶ່ງໃນສີ່ສູນຣາດາ ພະຍາກອນອາກາດ ທີ່ທັນສະໄໝທີສຸດ ຫວຽດນາມ
ຂອງ ກົມໃຫຍ່ອຸຕຸນິຍົມ ແລະ ອຸທົກກະສາດ. ພາບ: ນາມຫງວຽນ
ໃນປີ 2017, ຍ້ອນເປັນສ່ວນໜຶ່ງ ຂອງໂຄງການ ເພີ່ມທະວີ ຄວາມ ສາມາດ ຮັບມືກັບ ໄພພິບັດທາງທໍາມະຊາດ ທີ່ເກີດຈາກ ການປ່ຽນ ແປງຂອງດິນຟ້າອາກາດ (ໂຄງການຊ່ວຍເຫຼືອລ້າ ODA ຂອງ ລັດ ຖະບານ ຍີ່ປຸ່ນ), ສະຖານີ ໄດ້ຖືກກໍ່ສ້າງ ແລະ ຕິດຕັ້ງ ອຸປະກອນໃໝ່ ທີ່ຢູ່ປັດຈຸບັນຄື ພູ ຢຸ໊ງກວ໋ຽດ, ຕາແສງ ຈຸງໂດ, ນະຄອນ ວິງ. ຣາດາ ແຫ່ງນີ້ ສາມາດ ກວດພົບເປົ້າໝາຍ ອຸຕຸນິຍົມ ໃນລະດັບສູງເຖິງ 450 ກິໂລແມັດ, ຄົ້ນພົບຄວາມໄວລົມ ໄດ້ເຖິງ 200 ກິໂລແມັດ. ດັ່ງນັ້ນ, ຖ້າຖື ພູ ຢຸ໊ງກວ໋ຽດ ເປັນໃຈກາງ ຂອງ ເຂດພາກກາງຕອນໜືອ, “ຕາ ທິບ” ຣາດາ ນີ້ ສາມາດ ພະຍາກອນ ໄດ້ທຸກ ສະພາບອາກາດ ທີ່ຜິດ ປົກກະຕິ ຂອງ ສາມແຂວງ ຄື: ແທງຮ໋ວາ, ເງ້ອານ ແລະ ຮ່າຕິ້ງ. 
 ປີ 2020, ສູນອຸຕຸນິຍົມ ອຸທົກກະສາດ ພາກກາງຕອນເໜືອ ໄດ້ ພະ ຍາກອນ ແລະ ເຕືອນ ພາຍຸ 14 ຫົວ, ຄວາມດັນອາກາດຕ່ຳເຂດຮ້ອນ 1 ຄັ້ງ ແລະ ເຂດຄວາມດັນອາກາດຕ່ຳ 1 ຄັ້ງ, ໃນນັ້ນ ມີພາຍຸ 5 ຫົວ ສົ່ງຜົນກະທົບໂດຍກົງ ຕໍ່ພື້ນທີ່, ມີອາກາດ ໜາວ 28 ຄັ້ງ, ໃນນັ້ນ 3 ຄັ້ງ ມີຄວາມໜາວ ຮ້າຍແຮງ; ມີແດດຮ້ອນ 11 ຄັ້ງ, ໃນນັ້ນ ມີ 5 ຄັ້ງ ແດດຮ້ອນ ເປັນບໍລິເວນກວ້າງ; ມີຝົນຕົກແຮງ ພ້ອມຟ້າຜ່າ, ຟ້າຮ້ອງ, ໝາກເຫັບຕົກ 23 ຄັ້ງ ແລະ ມີຝົນຕົກໜັກ ເປັນບໍລິເວນກວ້າງ 7 ຄັ້ງ ໄດ້ເຮັດໃຫ້ຫຼຸດຄວາມເສຍຫາຍ ທາງດ້ານຊີວິດ ແລະ ຊັບສິນ ຂອງ ລັດ ແລະ ປະຊາຊົນ ໃນພາກພື້ນ ລົງລະດັບຕໍ່າສຸດ.

ເວົ້າເຖິງບັນຫານີ້, ທ່ານ ຈິ້ງດຶກເຈື່ອງ ກ່າວວ່າ ບໍ່ຄືກັບລະບົບ ຕິດຕາມ ກວດກາ ແລະ ວັດແທກ ແບບດັ້ງເດີມ, ຈຸດເດັ່ນ ຂອງ ຣາດາ ດັ່ງກ່າວ ນີ້ ແມ່ນຕິດຕາມກວດກາ ແລະ ວັດແທກໄດ້ໄວ. ໃນເວລາ ພຽງສອງ ສາມນາທີ ກໍສາມາດ ຮັບເອົາຂໍ້ມູນ ກ່ຽວກັບ ເມກ ແລະ ປະກົດການ ດິນຟ້າອາກາດ ທີ່ກ່ຽວຂ້ອງ ໃນພື້ນທີ່ ກວ້າງ ຫຼາຍຮ້ອຍກິໂລແມັດ ແລະ ໜາຫຼາຍສິບກິໂລແມັດ. ສະນັ້ນ ການເຄື່ອນໄຫວ ຂອງ ຣາດາ ພະຍາກອນສະພາອາກາດ ມີບົດບາດ ສໍາຄັນ ໃນວຽກງານ ການຕິດ ຕາມສະພາບອາກາດ ໃນພື້ນທີ່ ກວ້າງຂວາງ, ຕິດຕາມການເຄື່ອນ ໄຫວ ຂອງ ອາກາດ ຂະໜາດປານກາງເຊັ່ນ: ລົມພະຍຸ, ຄວາມດັນ ອາກາດ ຕ່ຳເຂດຮ້ອນ, ຝົນຕົກໜັກ (ເຮັດໃຫ້ເກີດນໍ້າຖ້ວມ).... ນອກ ຈາກນັ້ນ, ໃນກໍລະນີ ທີ່ຈໍາເປັນ, ຣາດາ ພະຍາກອນ ອາກາດ ສາມາດ ຮັບໃຊ້ ວຽກງານ ພະຍາກອນ ທີ່ສັ້ນທີ່ສຸດ ຢູ່ທ້ອງຖິ່ນສະເພາະ, ໃນ ພື້ນທີ່ແຄບ, ໂດຍສະເພາະໃນວຽກງານ ພະຍາກອນ ພະຍຸ ແລະ ຄວາມດັນອາກາດຕ່ຳ ເຂດຮ້ອນ, ຣາດາ ເປັນເຄື່ອງມື ທີ່ສໍາຄັນ ໃນ ການກໍານົດ ຈຸດໃຈກາງ ຂອງພາຍຸ, ທິດ ແລະ ຄວາມໄວ ຂອງ ການ ເຄື່ອນທີ່ ຂອງພາຍຸ ເມື່ອມັນ ຢູ່ໃນພື້ນທີ່ ເຄື່ອນທີ່ຂອງ ຣາດາ.


ໃນສັບປະດາທີສອງ ຂອງເດືອນ ກັນຍາ ແມ່ນເວລາຜູ້ຂຽນ ກຳລັງ ຂຽນບົດ, “ຕາທິບ” ສະຖານີ ຣາດາ ວິງ ກຳລັງກະກຽມ ຮັບສັນຍານ ພາຍຸ ໂກນເຊີນ ທີ່ຫາກໍ່ຕົວຂຶ້ນ ຢູ່ທາງທິດໃຕ້ ຂອງ ເກາະ Luzon (ຟີລິບປິນ) ແລະ ກໍາລັງ ເຄື່ອນຕົວເຂົ້າສູ່ທະເລຕາເວັນອອກ. ຂໍ້ມູນທີ່ ສະຖານີ ຣາດາ ວິງ ຕິດຕາມກວດກາ ແລະ ວັດແທກ ໄດ້ຈະຖືກສົ່ງ ໄປຍັງກົມໃຫຍ່ອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອອອກຂ່າວ ເຕືອນ ໄພ, ຊ່ວຍເຮັດໃຫ້ ຫຼຸດຜ່ອນຄວາມເສຍຫາຍ ຂອງ ປະຊາຊົນ ລົງໃນ ລະດັບຕໍ່າສຸດ.

ບົດ: ອຽນນິງ - ພາບ: ນາມຫງວຽນ, ອຽນນິງ - ແປໂດຍ: ບິກລຽນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top