ຢູ່ວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີຖືວ່າການຮ່ວມມືສາກົນ, ຍົກສູງລັດທິຫຼາຍຝ່າຍແມ່ນປັດໄຈສຳຄັນເພື່ອຮັບປະກັນການແກ້ໄຂບັນດາສິ່ງທ້າທາຍ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນເພີ່ມເຕີມເຊິ່ງກັນແລະກັນ, ພ້ອມກັນພັດທະນາບົນຈິດໃຈກວມລວມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນ ທີ່ກອງປະຊຸມ
ວັນທີ 17 ເມສາ, ແມ່ນມື້ເຮັດວຽກທີສອງຂອງກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G) ສືບຕໍ່ບັນດາວາລະປຶກສາຫາລືຫົວເລື່ອງສະເພາະ. ບັນດາຜູ້ແທນ ຫວຽດນາມ ແລະ ສາກົນພ້ອມກັນແບ່ງປັນ, ຊອກຫາທິດກ້າວເດີນໃຫ້ແກ່ການເຕີບໂຕສີຂຽວ ແລະ ຍືນຍົງ, ໃນທຸກຂົງເຂດທັງໝົດ. ກ່າວຄຳເຫັນທີ່ວາລະປຶກສາຫາລືລະດັບສູງ ຂອງກອງປະຊຸມສຸດຍອດ P4G, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
ສ້າງກຳລັງຄວາມສາມາດດ້ານເສດຖະກິດສີຂຽວລວມມີ: ລະບົບການເງິນໜູນຊ່ວຍບັນດາຂະແໜງເສດຖະກິດຂຽວ, ດ້ວຍເສດຖະກິດໝູນວຽນສວມບົດບາດຫຼັກ, ເຕັກໂນໂລຢີສີຂຽວ ແລະ ນະວັດຕະກຳສວມບົດບາດເປັນໃຈກາງເພື່ອຍົກສູງປະສິດທິຜົນໃນການນຳໃຊ້ຊັບພະຍາກອນ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ການຮ່ວມມືສາກົນ ແລະ ເຊື່ອມຕໍ່ລະຫວ່າງບັນດາຂະແໜງ, ລະຫວ່າງລັດຖະບານ, ວິສາຫະກິດ ແລະ ບັນດາອົງການຈັດຕັ້ງສາກົນແມ່ນມີຄວາມຈຳເປັນທີ່ສຸດເພື່ອຊ່ວຍຫັນວິວັດການແບ່ງປັນບົດຮຽນປະສົບການໃຫ້ດີທີ່ສຸດ, ຂຸດຄົ້ນແຫຼ່ງກຳລັງລວມ, ສ້າງເງື່ອນໄຂສະດວກໃຫ້ແກ່ການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍດ້ານການເງິນ.
ຢູ່ວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີຖືວ່າການຮ່ວມມືສາກົນ, ຍົກສູງລັດທິຫຼາຍຝ່າຍແມ່ນປັດໄຈສຳຄັນເພື່ອຮັບປະກັນການແກ້ໄຂບັນດາສິ່ງທ້າທາຍ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນເພີ່ມເຕີມເຊິ່ງກັນແລະກັນ, ພ້ອມກັນພັດທະນາບົນຈິດໃຈກວມລວມ, ເປີດອະນາຄົດທີ່ສົດໄສ ແລະ ຍືນຍົງ, ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.
(ແຫຼ່ງຄັດຈາກ VOV)