ປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍໝື່ນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນຄົນຍ່າງ ຫງວຽນເຫວ້ ທີ່ໃຈກາງນະຄອນ ໂຮ່ຈີມິນ ໃນ ໄລຍະທ້າຍອາທິດ ເພື່ອຮັບຊົມລາຍການສະແດງສິລະປະຕາມທ້ອງຖະໜົນທີ່ມີຫົວຂໍ້ “ໂຮ່ຈີມິນ City Street Show”.
                            
	ເມື່ອເວທີສະແດງຢູ່ຖະໜົນ ຫງວຽນເຫວ້ ໄດ້ອອກແບບຕາມຮູບຊົງຂອງລົດເມຄັນໜຶ່ງທີ່ມີຫຼາຍສີສັນ, ຖະໜົນ ບຸ່ຍວ້ຽນ ເຕັ້ມໄປ ດ້ວຍກຳລັງຊີວິດ ແລະ ລົມຫາຍໃຈຂອງນະຄອນໃໝ່ທີ່ຂະຫຍັນຂັນແຂງ. ໃນບໍລິເວນຂອງຖະໜົນຍ່າງ, ເວທີ 6 ແຫ່ງພ້ອມກັນ ສະແດງບັນດາຮູບແບບສິລະປະທີ່ແຕກຕ່າງກັນ. ພິເສດ, ນັກສະແດງ ແລະ ທ່ານຜູ້ຊົມຈະມີໂອກາດໄດ້ພົບປະສັງສັນ, ສ້າງບັນຍາກາດທີ່ຟົດຟື້ນ ແລະ ໃກ້ຊິດຂຶ້ນມາ.
	 
	ບັນດາລາຍການສະແດງສິລະປະແມ່ນການປະສານສົມທົບລະຫວ່າງສິລະປະຍຸກປັດຈຸບັນ ແລະ ວັດທະນະທຳພື້ນເມືອງ ຂອງພາກເໜືອງ, ພາກກາງ ແລະ ພາກໃຕ້ ຫວຽດນາມ. ແຕ່ການສະແດງຫຼິ້ນກົນ, ດົນຕີ, ເຕັ້ນຟ້ອນ, ກາຍຍະສິນ... ຈົນເຖິງການສະແດງຂັບລຳພື້ນເມືອງ, ເດີ່ນກາຕາຍຕື, ຟ້ອນຄ້ອງ... ສະແດງໃຫ້ເຫັນຈຸດພິເສດໃນວັດທະນະທຳຂອງ ຫວຽດນາມ.
	 
	ການປະສານສົມທົບລະຫວ່າງຈັງຫວະເຕັ້ນ Flashmob ພ້ອມກັບກອງນ້ອຍ, ເຄື່ອງເສບດົນຕີ ໄວໂອລິນ ໄດ້ເຮັດໃຫ້ ບັນຍາກາດຟົ້ດຟື້ນຂຶ້ນ.
	 
	ສຽງດົນຕີຂອງ Nantashow (ສະແດງດ້ວຍເຄື່ອງມືຮັບໃຊ້ໃຫ້ແກ່ການຄົວກິນຄືໝໍ້, ໝໍ້ຂາງ) ໄດ້ບັນດາໄວໜຸ່ມສະແດງອອກ ມາເປັນບັນດາທຳນອງສຽງທີ່ຟົດຟື້ນ. 
	
		
			
				|  ນັກສະແດງກາຍຍະສິນ ຢາງກວກເກີ ແລະ ຢາງກວກຮ້ຽບ ສະແດງເທິງເວທີ.
 
 
  ເວທີສະແດງເຄື່ອງເສບດົນຕີພື້ນເມືອງ.
 
 
  ລາຍການສະແດງສິລະປະຕາມທ້ອງຖະໜົນ ຈະໄດ້ຈັດຂຶ້ນເປັນ
 ປະຈຳໃນຕອນຄຳ່ວັນເສົາ ແລະ ວັນອາທິດຢູ່ຖະໜົນຄົນຍ່າງ ຫງວຽນເຫວ້.
 
 
  ລາຍການສະແດງເຕັ້ນ ຮີບຮອບ.
 
 
  ແຕ້ມຮູບຄົນໃຫ້ແກ່ລູກຄ້າ.
 
 
  ໄວໜຸ່ມຫຼາຍຄົນໄດ້ຈັບໃຈດ້ວຍບັນດາລາຍການສະແດງສິລະປະຢູ່ທີ່ນີ້.
 
 
  ໂຮ່ຈີມິນ City Street Show ດຶງດູດໄດ້ຄວາມສົນໃຈຂອງ
 ນັກທ່ອງທ່ຽວຕ່າງປະເທດຢ່າງຫຼວງຫຼາຍ.
 
 
  ການສະແດງ Nantashow ດຶງດູດໄດ້ຄວາມສົນໃຈຂອງ
 ນັກທ່ອງທ່ຽວຢ່າງຫຼວງຫຼາຍ.
 
 
  ນັກທ່ອງທ່ຽວຕ່າງປະເທດ ລອງຫຼິ້ນບັບດາເຄື່ອນເສບດົນຕີ ພື້ນເມືອງ.
 
 
  ຟົດຟຶ້ນ ແລະ ຂຶ້ນໃຈ.
 
 
  ນັກທ່ອງທ່ຽວຕ່າງປະເທດ ສະແດງດົນຕີຢູ່ທ້ອງຖະໜົນຄົນຍ່າງ
 
 
  ບັນດາລາຍການທີ່ດີເດັ່ນ ແລະ ແປກໃໝ່ ໄດ້ນຳມາສະແດງເທື່ອທຳອິດຢູ່ຖະໜົນຄົນຍ່າງ ຫງວຽນເຫວ້.
 
 
  ນັກທ່ອງທ່ຽວພົບປະສັງສັນກັບບັນດານັກສະແດງ.
 
 
  ນັກທ່ອງທ່ຽວຕ່າງປະເທດ ເຕັ້ນຕາມທຳນອງເພງດ້ວຍຄວາມຂຶ້ນໃຈ.
 | 
		
	
	
	ນາງ ແທງເຟືອງ, ນັກສຶກສາມະຫາວິທະຍາໄລ ຕົນດຶກຖັ໋ງ ໃຫ້ຮູ້ວ່າ: “ຂ້າພະເຈົ້າມັກບັນຍາກາດທີ່ຟົດຟື້ນ ຢູ່ທີ່ນີ້”.
	  
	ທ້າວ Shari Finch, ອາຍຸ 32 ປີ, ມາຈາກ ອົສຕຣາລີ ຖືກຈັບໃຈດ້ວຍເຄື່ອງເສບດົນຕືພື້ນເມືອງ: “ເຄື່ອງເສບດົນຕີປະເພດນີ້ ສ້າງຂຶ້ນທຳນອງສຽງທີ່ຈັບໃຈຫຼາຍ. ນີ້ແມ່ນເທື່ອ ທຳອິດ ຂ້າພະເຈົ້າໄດ້ເຫັນກັບຕາເຄື່ອງເສບດົນຕີປະເພດນີ້”.
	 
	ຫຼັງຈາກ “ໂຮ່ຈີມິນ City Street Show”, ລາຍການສະແດງສິລະປະຕາມທ້ອງຖະໜົນຈະໄດ້ໄຂຂຶ້ນເປັນປະຈຳໃນທຸກໆ ຕອນຄຳ່ຂອງວັນເສົາ ແລະ ວັນອາທິດທີ່ຂົງເຂດຖະໜົນຄົນຍ່າງ ຫງວຽນເຫວ້. ຫົວຂໍ້ຂອງການສະແດງຈະໄດ້ປ່ຽນແປງທຸກໆ ເດືອນ ເພື່ອແນະນຳກ່ຽວກັບການທ່ອທ່ຽວຢູ່ນະຄອນ ໂຮ່ຈີມິນ.
	 
	ທ່າຍ ບຸ່ຍຕາຮວ່າງຫວູ-ຜູ້ອຳນວຍການພະແນກທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ນອກຈາກບັນດາລາຍການ ສະແດງທີ່ໄດ້ຈັດຂຶ້ນເປັນປະຈຳ, ໂຮ່ຈີມິນ City Street Show ຈະຈັດຕັ້ງບັນດາການແຂ່ງຂັນໃຫ້ບັນດາວົງດົນຕີ, ນັກສະແດງ ທີ່ມີຄວາມສາມາດ ແລະ ຄວາມມັກເມົາມົວກັບການປະດິດສ້າງບັນດາຮູບແບບສິລະປະຕາມທ້ອງຖະໜົນ. ພວກຂ້າພະເຈົ້າ ຢາກຈັດຕັ້ງງານມະໂຫລານສາກົນກ່ຽວກັບການສະແດງ ສິລະປະຕາມທ້ອງຖະໜົນ ເປັນປະຈຳເພື່ອກາຍເປັນຜະລິດ ຕະພັນທ່ອງທ່ຽວ, ວັດທະນະທຳຂອງປະຊາຊົນນະຄອນ ໂຮ່ຈີມິນ”.  
	ບົດ: ຫງວຽນແອງ - ພາບ: ທົງຫາຍ