• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພິທີບູຊາຄວາຍຂອງຊາວເຜົ່າ ລື້

“ໝໍຂວັນຄວາຍ” ເປັນພິທີກໍາໜຶ່ງທາງດ້ານຈິດວິນຍານຂອງຊາວ ເຜົ່າ ລື້ ຢູ່ແຂວງ ລາຍເຈົາ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ “ຄວາຍ” - ສັດທ່ີມີຄວາມສະໜິດຕິດພັນກັບຊາວກະສິກອນ. 
ພິທີບູຊາຄວາຍ ຂອງຊາວເຜົ່າ ລື້ ຢູ່ແຂວງ ລາຍເຈົາ ໄດ້ຈັດຂຶ້ນພາຍ ຫຼັງ ສຳເລັດລະດູການເກັບກ່ຽວ, ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ສັດ ຊະນິດນີ້  ທ່ີໄດ້ຊ່ວຍເຫຼືອຊາວກະສິກອນໃນການເຮັດນາ, ນຳຜົນ ຜະລິດທ່ີອຸດົມສົມບູນ ມາໃຫ້ຊາວບ້ານ. ພິທີ “ໝໍຂວັນຄວາຍ” ໄດ້ ຈັດຂຶ້ນຢູ່ທົ່ງນາທີ່ກວ້າງກວາງແຫ່ງໜຶ່ງ, ໂດຍມີການເຂົ້າຮ່ວມ ຂອງ ຊາວບ້ານໝົດທຸກຄົນ. 

ເພື່ອປະຕິບັດພິທີ “ໝໍຂວັນຄວາຍ”, ຊາວເຜົ່າ ລື້ ໄດ້ເຊີນໝໍເຢົາ 5 ຄົນ (ໝໍເຢົາ ທຳພິທີ 1 ຄົນ ແລະ ຜູ້ຊ່ວຍ 4 ຄົນ). ບັນດາໝໍເຢົາທີ່ຖືກຄັດເລືອກ ລ້ວນແຕ່ເປັນຜູ້ທີ່ມີຊື່ສຽງໃນໝູ່ປະຊາຄົມ, ຊີວິດການ ເປັນຢູ່ໃນຄອບຄົວຖືກຕ້ອງປອງດອງກັນ, ມີຄວາມສະຫງົບສຸກ. 


ປະຊາຄົມຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມ ເດື່ອງ ມັກເລືອກທົ່ງນາຂັ້ນໄດທີ່ຮາບພຽງ, ມີເນື້ອທີ່ກວ້າງ ຂວາງ ເພື່ອທໍາພິທີບູຊາຄວາຍ


ເຄື່ອງຖະຫວາຍລວມມີ: ໄກ່, ຊີ້ໝູ, ເຂົ້າໜຽວ, ເຂົ້າເຈົ້າ, ເຂົ້າສານ ແລະ ອື່ນໆ.


ພິທີເຊີນຄວາຍດື່ມເຫຼົ້າ ໂດຍໝໍເຢົາ ຕາວວັນຟ່ອງ ເປັນຜູ້ປະຕິບັດ.


ພິທີເຊີນຄວາຍດື່ມເຫຼົ້າ.


ໝໍເຢົາ ຕາວວັນຟ່ອງ ທໍາພິທີສູດ ຂໍໃຫ້ ບັນດາເທວະດາ ຟ້າແຖນ ຂັບໄລ່ສິ່ງທີ່ບໍ່ດີ, ການເປັນໄຂ້ ເປັນເຈັບ ແລະ ນຳ ສິ່ງທີ່ດີ, ສຸຂະພາບແຂງແຮງມາໃຫ້ຄວາຍ. 


ສິ້ນສຸດ ການບູຊາ ເຂົາເຈົ້າຈະເຊີນຄວາຍກິນເຂົ້າໜຽວ, ດື່ມນຳ້ສາອາດ ເພື່ອສະ ແດງຄວາມຮູ້ບຸນຄຸນ ຕໍ່ສັດຊະນິດນີ້  ທ່ີໄດ້ຊ່ວຍເຫຼືອ ຊາວກະສິ ກອນໃນການເຮັດນາ, ນຳຜົນຜະລິດທ່ີອຸດົມສົມບູນ ມາໃຫ້ ຊາວບ້ານ.


 ພິທີບູຊາຄວາຍຂອງຊາວເຜົ່າ ລື້ ສະແດງຄວາມຖືສຳຄັນການ
ປະກອບສ່ວນຂອງໂຕຄວາຍໃນການເຮັດກະສິກຳ.

ເຄື່ອງບູຊາ ທີ່ໄດ້ນຳໃຊ້ໃນພິທີ ນີ້ ສ່ວນຫຼາຍຈະແມ່ນວັດຖຸສິ່ງຂອງ ທີ່ຊາວບ້ານເຮັດມາເອງ ແລະ ໄດ້ຫ້າງຫາກະກຽມ ແຕ່ມື້ກ່ອນ, ມີ ການຮ່ວມແຮງຮ່ວມໃຈກັນເຮັດ ຂອງແມ່ຍິງ ພາຍໃນບ້ານ.

ນີ້ແມ່ນພິທີກໍາໜຶ່ງ ທາງດ້ານວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ລື້ ຢູ່ແຂວງ ລາຍເຈົາ ແລະ ເປັນໂອກາດເພື່ອໃຫ້ຊາວບ້ານ ທຸກຄົນ ໄດ້ຮັດແໜ້ນຄວາມສາມັກຄີ, ແບ່ງປັນບົດຮຽນໃນການ ລ້ຽງສັດ ແລະ ຜະລິດກະສິກຳ.
 
ປະຕິບັດ: ຄັກກຽນ ແລະ ຫງອກຖັ໋ງ

ສີສັນຊີວິດ ຂອງ ບັນດາ ເຜົ່າ ຫວຽດນາມ

ສີສັນຊີວິດ ຂອງ ບັນດາ ເຜົ່າ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປົດປ່ອຍນະຄອນຫຼວງ ຄົບ ຮອບ 71 ປີ (10/10/1954 - 10/10/2025) ແລະ ວັນສ້າງຕັ້ງສະຫະ ພັນແມ່ຍິງ ຫວຽດນາມ ຄົບຮອບ 95 ປີ (20/10/1930-20/10/2025), ສະໂມສອນຖ່າຍຮູບຍິງ “ຫາຍເອົາ” ໄດ້ຈັດງານວາງ ສະແດງພາບຖ່າຍ ໃນຫົວຂໍ້: “ສີສັນຊີວິດ ຂອງ ບັນດາເຜົ່າຫວຽດນາມ” ຂຶ້ນທີ່ພິພິທະພັນ ແມ່ຍິງ ຫວຽດນາມ (ເລກທີ 36 ຖະໜົນ ຫຼີເຖື່ອງກຽດ, ຮ່າໂນ້ຍ). ງານຄັ້ງນີ້ ຍັງເປັນການສະເຫຼີມ ສະ ຫຼອງ ການສ້າງຕັ້ງ ແລະ ພັດທະນາຂອງ ສະໂມສອນ ຄົບຮອບ 35 ປີ – ເຊິ່ງເປັນເຮືອນລວມ ຂອງ ບັນດາ ສິລະປິນຖ່າຍຮູບ ຍິງ ທີ່ມີພອນສະຫວັນ, ມີຄວາມມັກຮັກ ແລະ ຜູກພັນກັບສິລະປະຖ່າຍຮູບ.

Top