ນະຄອນໂຮ່ຈີມິນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນໝາກຜົນລວມຂອງປະເທດຊາດ. ຕາມນັ້ນແລ້ວ, ການເຕີບໂຕ GRDP ຂອງນະຄອນໃນໄຕມາດ 1/2026 ບັນລຸ 8,27%.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)
ຕອນເຊົ້າວັນທີ 4 ພຶດສະພາ, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ໂຮ່ຈີມິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເພື່ອລາຍງານໝາກຜົນຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ແລະ ຮັບຟັງຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ. ການພົບປະໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ຕາແສງ ຮອກມົນ ແລະ ເຊື່ອມຕໍ່ທາງໄກກັບ 10 ຕາແສງໃນບໍລິເວນນະຄອນ ໂຮ່ຈີມິນ.
ຜູ້ມີສິດເລືອກຕັ້ງ, ປະຊາຊົນຕີລາຄາສູງໝາກຜົນຂອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ດ້ວຍການສຸມໃສ່ບູລະນະກົງຈັກລັດ, ເລືອກຕັ້ງບັນດາຕຳແໜ່ງການນຳຂັ້ນສູງຕາມຂໍ້ກຳນົດຂອງລັດຖະທຳມະນຸນ ແລະ ກົດໝາຍ, ຫັນຫຼາຍແຜນນະໂຍບາຍ, ນະໂຍບາຍເປັນລະບອບລະບຽບການ, ກົດໝາຍເພື່ອຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
ໂດຍແຈ້ງຂ່າວກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາໄປຍັງຜູ້ມີສິດເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ນະຄອນໂຮ່ຈີມິນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນໝາກຜົນລວມຂອງປະເທດຊາດ. ຕາມນັ້ນແລ້ວ, ການເຕີບໂຕ GRDP ຂອງນະຄອນໃນໄຕມາດ 1/2026 ບັນລຸ 8,27%; ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸເກືອບ 2,9ຕື້ USD, ເພີ່ມຂຶ້ນເກືອບ 220% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
(ແຫຼ່ງຄັດຈາກ VOV)