• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຢັ້ງຢືນບັນດາກໍລະນີເສຍຊີວິດຍ້ອນໄວຣັດ Hanta ຢູ່ກຳປັ່ນທ່ອງທ່ຽວມະຫາສະໝຸດປາຊີຟິກ

ໝາກຜົນການວິໄຈໃນຫ້ອງທົດລອງໄດ້ຢັ້ງຢືນວ່າ ເກີດມີໄວຣັດ Hanta, ເຊິ່ງແມ່ນໄວຣັດກໍ່ໃຫ້ເກີດພະຍາດດ້ານລະບົບຫາຍໃຈອັນຕະລາຍ.

ອົງການ​ອະ​ນາ​ໄມ​ໂລກ (WHO) ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ອາ​ຟະ​ລິ​ກາ​ໃຕ້ ຫາກໍ່​ມີ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ເກີດ​ເຫດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ຮ້າຍ​ແຮງ​ທີ່​ເກີ​ດ​ຂຶ້ນ​ຢູ່​ກຳ​ປັ່ນ​ທ່ອງ​ທ່ຽວ MV Hondius ທີ່​ພວມ​ເດີນ​ທາງຢ​ູ່​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ. ບົດ​ລາຍ​ງານ​ໄດ້​ຍົກ​ອອກ​ມາ​ໃນ​ຕອນ​ຄ່ຳ​ວັນ​ທີ 03 ພຶດ​ສະ​ພາ ຢັ້ງ​ຢືນ​ວ່າ ມີຜູ້ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 3 ຄົນ​, ໃນ​ນັ້ນ​ໝາກ​ຜົນ​ການ​ວິ​ໄຈ​ໃນ​ຫ້ອງ​ທົດ​ລອງ​ໄດ້​ຢັ້ງ​ຢືນ​ວ່າ ເກີດ​ມີ​ໄວ​ຣັດ Hanta, ເຊິ່ງ​ແມ່ນ​ໄວ​ຣັດ​ກໍ່​ໃຫ້​ເກີດ​ພະ​ຍາດດ້ານ​ລະ​ບົບ​ຫາຍ​ໃຈ​ອັນ​ຕະ​ລາຍ.

ກຳ​ປັ່ນ​ລຳ​ນີ້​ໂດຍບໍ່​ລິ​ສັດທ່ອງ​ທ່ຽວ Oceanwide Expeditions ມີ​ສຳ​ນັກ​ງານ​ຕັ້ງ​ຢ​ູ່ ໂຮນ​ລັງ ບໍ​ລິ​ຫານ. WHO ພວມ​ສົມ​ທົບ​ກັບ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ບັນ​ຊາ​ກຳ​ປັ່ນ ແລະ ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ເພື່ອ​ແກ້​ໄຂ​ບັນ​ຫາ​ພະ​ຍາດ​ເກີດ​ຂຶ້ນ​ເມື່ອ​ກຳ​ປັ່ນ​ພວມ​ເດີນ​ທາງ​ຈາກ Ushuaia, ອາກ​ຊັງ​ຕິນ ໄປ Cape Verde.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽ​ນ ຄັ້ງ​ທີ 48

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽ​ນ ຄັ້ງ​ທີ 48

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48.

Top