• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ

ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ແຈ້​ງວ່າ​ໃນ 3 ອາ​ທິດ​ພາຍຫຼັງ​ລັດ​ຖະ​ບານ​ຊຸດ​ທີ XVI ໄດ້​ບູ​ລະ​ນະ, ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຜັນ​ຂະ​ຫຍາຍຫຼາຍ​ວຽກ​ງານ, ໃນເບື້ອງ​ຕົ້ນມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ
  ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 4 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ ​ປະ​ຈຳ​ເດືອນ​ເມ​ສາ 2026ຂອງລັດ​ຖະ​ບານ. 4 ເດືອນ​ຕົ້ນ​ປີ 2026, ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ ຫວຽດ​ນາມ​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ, ໄພ​ເງິ​ນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ຮັບ​ປະ​ກັນ.

ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ແຈ້​ງວ່າ​ໃນ 3 ອາ​ທິດ​ພາຍຫຼັງ​ລັດ​ຖະ​ບານ​ຊຸດ​ທີ XVI ໄດ້​ບູ​ລະ​ນະ, ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຜັນ​ຂະ​ຫຍາຍຫຼາຍ​ວຽກ​ງານ, ໃນເບື້ອງ​ຕົ້ນມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ, ນັ້ນ​ແມ່ນ​ອັບ​ເດດ, ເພີ່ມ​ເຕີມ​ໂຄງ​ການ​ກະ​ທຳ​ເພື່ອ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ແລະ ບົດ​ສະຫຼຸບເລກ​ທີ 18 ຂອງ​ສູນ​ກາງ ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ການ​ເງິນ​ແຫ່ງ​ຊາດ ແລະ ໜິ້​ສິນ, ການ​ຈ່າຍ​ໜິ້​, ການ​ລົງ​ທຶນ​ພາກ​ສາ​ທາ​ລະ​ນະ​ໄລ​ຍະ​ກາງ 5 ປີ 2026 – 2030 ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ສູ້​ຊົນ​ນຳ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ ສອງ​ຕົວ​ເລກ. ທ່ານ​ໃຫ້​ຮູ້​ວ່າ:

ພວກ​ເຮົາ​ຕ້ອງ​ຕິດ​ພັນ​ການ​ຈັດ​ແບ່ງ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ ກັ​ບ​ການ​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ ສັງ​ຄົມໃນ​ເວ​ລາ​ກ່ອນ, ພາຍ​ໃນ ແລະ ພາຍຫຼັງ​ການ​ປະ​ຕິ​ບັດ​ການ​ລົງ​ທຶນ. ບົນ​ພື້ນ​ຖານ​ການ​ຊີ້​ນຳ​ຂອງ​ສູນ​ກາງ, ຄຳ​ສັ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ການ​ແນະ​ນຳ​ຂອງ​ກົມ​ການ​ເງິນ, ບັນ​ດາ​ກະ​ຊວງ, ຂ​ະ​ແໜງ​ການ, ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຫັນ​ເປັນ​ລະ​ອຽດການ​ແນະ​ນຳ​​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ເຂົ້າ​ບັນ​ດາ​ໂຄງ​ການ​ລະ​ອຽດ​ຂອງ​ຕົນ, ວິ​ສາ​ຫະ​ກິດ​ຕົນ, ທ້ອງ​ຖິ່ນ…ຮັບ​ປະ​ກັນ​ການ​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ໃນ​ເສດ​ຖະ​ກິດ​ສັງ​ຄົມ​. ຖ້າ​ເຮັດ​ວຽກ​ງານ​ນີ້​ເປັນ​ຢ່າງ​ດີ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​ຈະ​ມີ​ກຳ​ລັງ​ແຮງ​ແຜ່​ກະ​ຈາຍ ​ເພື່ອດ​ຶງ​ດູດ​ບັນ​ດາ​ແຫຼ່ງ​ກຳ​ລັງແຮງ​ລົງ​ທຶນ​ສັງ​ຄົມ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ.

(ແຫຼ່ງຄັດຈາກ VOV)

WHO ຢັ້ງຢືນບັນດາກໍລະນີເສຍຊີວິດຍ້ອນໄວຣັດ Hanta ຢູ່ກຳປັ່ນທ່ອງທ່ຽວມະຫາສະໝຸດປາຊີຟິກ

WHO ຢັ້ງຢືນບັນດາກໍລະນີເສຍຊີວິດຍ້ອນໄວຣັດ Hanta ຢູ່ກຳປັ່ນທ່ອງທ່ຽວມະຫາສະໝຸດປາຊີຟິກ

ໝາກຜົນການວິໄຈໃນຫ້ອງທົດລອງໄດ້ຢັ້ງຢືນວ່າ ເກີດມີໄວຣັດ Hanta, ເຊິ່ງແມ່ນໄວຣັດກໍ່ໃຫ້ເກີດພະຍາດດ້ານລະບົບຫາຍໃຈອັນຕະລາຍ.

Top