ຂ່າວສານ

​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ງ​ແທັງ​ເໝິນ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ

ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ເຂົ້າ​ໃນໝາກ​ຜົນ​ລວມ​ຂອງ​ປະ​ເທດ​ຊາດ. ຕາມ​ນັ້ນ​ແລ້ວ, ການ​ເຕີ​ບ​ໂຕ​ GRDP ຂອງ​ນະ​ຄອນ​ໃນ​ໄຕ​ມາດ 1/2026 ບັນ​ລຸ 8,27%.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: VOV)  

ຕອນ​ເຊົ້າ​ວັນ​ທີ 4 ພຶດ​ສະ​ພາ, ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໂຮ່​ຈີ​ມິນ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງເພື່ອ​ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແລະ ຮັບ​ຟັງ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ການ​ພົບ​ປະ​ໄດ້​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ເຊິ່ງ​ໜ້າ​ຢູ່​ຕາ​ແສງ ຮອກ​ມົນ ແລະ ເຊື່ອມ​ຕໍ່​ທາງ​ໄກ​ກັບ 10 ຕາ​ແສງ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ.

ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ດ້ວຍ​ການ​ສຸມ​ໃສ່​ບູ​ລະ​ນະ​ກົງ​ຈັກ​ລັດ, ເລືອກ​ຕັ້ງ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ຂັ້ນ​ສູງ​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນຸນ ແລະ ກົດ​ໝາຍ, ຫັນຫຼາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເປັນ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ເພື່ອ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ.

ໂດຍ​ແຈ້ງຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢັ້ງ​ຢືນ​ວ່າ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ເຂົ້າ​ໃນໝາກ​ຜົນ​ລວມ​ຂອງ​ປະ​ເທດ​ຊາດ. ຕາມ​ນັ້ນ​ແລ້ວ, ການ​ເຕີ​ບ​ໂຕ​ GRDP ຂອງ​ນະ​ຄອນ​ໃນ​ໄຕ​ມາດ 1/2026 ບັນ​ລຸ 8,27%; ກາ​ນ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ບັນ​ລຸ​ເກືອບ 2,9ຕື້ USD, ເພີ່ມ​ຂຶ້ນ​ເກືອບ 220% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.


top