• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່ບ້ານອາຊີບຕໍ່າສາດມູນເຊື້ອ ກ່າຮອມ-ເບັນບ້າ

ໝູ່ບ້ານອາຊີບຕໍ່າສາດມູນເຊື້ອ ກ່າຮອມ-ເບັນບ້າ ຂຶ້ນກັບຕາແສງ ຮ່າມເຕິນ, ເມືອງ ຈ່າກູ, ແຂວງ ຈ່າວິງ ໄດ້ສະໜອງສາດ ໃຫ້ແກ່ ເຂດ ທົ່ງພຽງແມ່ ນຳ້ຂອງ ຫຼາຍພັນຜືນຕໍ່ປີ. 

ພວກຂ້າພະເຈົ້າໄດ້ໄປຢ້ຽມຊົມບັນດາຂັ້ນຕອນການຜະລິດສາດຂອງໝູ່ບ້ານກ່າຮອມ-ເບັນບ້າ ຂຶ້ນກັບ ຕາແສງ ຮ່າມເຕິນ, ເມືອງ ຈ່າກູ, ແຂວງ ຈ່າວິງ. ຮູບພາບທຳອິດ ທີ່ພວກຂ້າພະເຈົ້າໄດ້ ພົບ ເຫັນຕາມເສັ້ນທາງເຂົ້າໄປຫາໝູ່ບ້ານ ແມ່ນຮູບພາບແມ່ຍິງຫຼາຍ ຄົນພວມນັ່ງຢູ່ຂ້າງກີ່ຕໍ່າສາດ, ມື້ໜຶ່ງເຂົາເຈົ້າສາມາດ ຕໍ່າໄດ້ສາດ 1-2 ຜືນ ທີ່ມີລວງຍາວ 1,9 ແມັດ, ກວ້າງ 1 ແມັດ ຫຼື ຍາວ 2 ແມັດ, ກວ້າງ 1,6 ແມັດ. 


ທົ່ງນາປູກຕົ້ນຜື ຢູ່ ກ່າຮອມ-ເບັນບ້າ.


ຂັ້ນຕອນການຈັກຕົ້ນຜື.


ຂັ້ນຕອນການຕາກຕົ້ນຜື ຫຼັງຈາກທີ່ໄດ້ຍ້ອມສີ.


ປັດຈຸບັນ, ໝູ່ບ້ານ ກ່າຮອມ-ເບັນບ້າ 450 ຄອບຄົວ ນັບມື້ ມີ ລາຍຮັບສູງຈາກອາຊີບຕໍ່າສາດ.




ຂັ້ນຕອນການຕາກເສັ້ນຜື.


ຂັ້ນຕອນການຍ້ອມສີ.


ຕົ້ນຜືຫຼັງຈາກທີ່ໄດ້ຕາກແຫ້ງ.


ຂັ້ນຕອນການກວດກາເສັ້ນຜື. 

ປ້າ ໂງທິຟໍ, ນາຍຊ່າງ ທີ່ມີປະສົບການໃນອາຊີບຕໍ່າສາດຢູ່ກ່າ ຮອມ-ເບັນບ້າ ໃຫ້ຮູ້ວ່າ: ແຕ່ກ່ອນ, ການຕໍ່າສາດ ໄດ້ເຮັດ ແບບ ງ່າຍດາຍ, ບໍ່ມີເຕັກນິກໃນການຜະລິດ, ສຳຄັນແມ່ນບໍ່ຕ້ອງ ເສຍ ເງິນໄປຊື້ສາດ ຢູ່ຕະຫຼາດ. ຕໍ່ມາ, ສາດ ທີ່ຕໍ່າ ນັບມື້ສວຍງາມ ກວ່າເກົ່າ. ເບື້ອງຕົ້ນມີພຽງ2-3 ຄອບຄົວ ຊື້ກີ່ຕໍ່າສາດ ເທົ່ານັ້ນ, ປັດຈຸບັນ, ເຮືອນໃດກໍ່ມີກີ່ຕໍ່າສາດ. ຜູ້ໃຫຍ່ຈະສອນ ວິທີການຕຳ່ ສາດ ໃຫ້ເດັກນ້ອຍ ເພື່ອໃຫ້ເຂົາເຈົ້າຮັກສາອາ ຊີບ ຕໍ່າສາດ ມູນ ເຊື້ອຂອງບ້ານເກີດເມືອງນອນ.

ທົ່ວຕາແສງມີເນື້ອທີ່ປູກຕົ້ນຜືກວ່າ 35 ເຮັກຕາ. ຂັ້ນຕອນທຳອິດໃນການຕໍ່າສາດແມ່ນເລືອກຊື້ຕົ້ນຜື, ວັດແທກລວງ ຍາວຂອງ ຕົ້ນຜື ໃຫ້ເໝາະສົມກັບຂະໜາດຂອງສາດທີ່ຕ້ອງການຕໍ່າ. ຕົ້ນຜື ໄດ້ຈຳແນກຂະໜາດ, ເອົາໄປລ້າງໃຫ້ສະອາດ ແລ້ວເອົາມາຈັກ.

ຜະລິດຕະພັນສາດຂອງໝູ່ບ້ານ ກ່າຮອມ-ເບັນບ້າ ສ່ວນຫຼາຍ ແມ່ນສາດມີລາຍດອກໄມ້ 5 ສີຕົ້ນຕໍ່ແມ່ນ: ສີຂາວ, ສີແດງ, ສີ ຟ້າ, ສີເຫຼືອງ ແລະ ສີອິດ. ຮູບພາບ ຫຼື ລາຍດອກ ຈະໄດ້ ບັນ ດານາຍຊ່າງຄັດເລືອກຢ່າງລະອຽດລະອໍ, ເໝາະກັບຄວາມ ນິ ຍົມມັກຂອງຜູ້ບໍລິໂພກ ຫຼື ເຮັດຕາມຄວາມຕ້ອງການ ຂອງລູກ ຄ້າ ທີ່ສັ່ງຊື້ ເພື່ອເອົາໄປຂາຍຢູ່ຕ່າງແຂວງ.

ຕົ້ນຜື ໄດ້ຍ້ອມສີ ແລ້ວເອົາໄປຕໍ່າ.


ຂັ້ນຕອນການຕໍ່າສາດດ້ວຍເຄື່ອງຈັກ.


ຜະລິດຕະພັນສາດ ກ່າຮອມ-ເບັນບ້າ ໄດ້ຮັບຄວາມນິຍົມ ຈາກຜູ້ ບໍລິໂພກ ເປັນຈຳນວນຫຼວງຫຼາຍ. 


ຂັ້ນຕອນການຕັດສ່ວນເຫຼືອຂອງສາດ.


ສາດຫຼັງຈາກທ່ີຕໍ່າສຳເລັດແລ້ວ ຈະໄດ້ເອົາໄປຕາກແຫ້ງ.


ແຕ່ລະປີ, ໝູ່ບ້ານ ກ່າຮອມ-ເບັນບ້າ ໄດ້ສະໜອງ ຜະລິດຕະ ພັນ ສາດກວ່າ 100.000 ຜືນໃຫ້ບັນດາຕະຫຼາດ ຢູ່ ເຂດທ່ົງພຽງແມ່ ນຳ້ຂອງ.
ຍ້ອນໄດ້ສືບທອດກັນມາເປັນເວລາ 3-4 ເຊັ່ນຄົນ, ຜະລິດຕະພັນ ສາດ ກ່າຮອມ-ເບັນບ້າ ສ້າງໄດ້ຊື່ສຽງຢູ່ບັນດາແຂວງພາກໃຕ້ ດ້ວຍ ສາດຫຼາຍຊະນິດຄື: ສີຂາວ, ລາຍດອກໄມ້, ມີຕົວໜັງສື ແລະ ອື່ນໆ. ປັດຈະບັນ, ໝູ່ບ້ານອາຊີບຕໍ່າສາດ ກ່າຮອມ-ເບັນ ບ້າ ໄດ້ສະໜອງຜະລິດຕະພັນສາດກວ່າ 100.000 ຜືນໃຫ້ແກ່ ທ້ອງຕະຫຼາດຢູ່ເຂດທ່ົງພຽງແມ່ນຳ້ຂອງ.
 
ປະຕິບັດ: ທົງຫາຍ-ຫງວຽນລວນ

ດິນແດນແຫ່ງໝາກພ້າວ ກັບອາຊີບຜະລິດ ຫັດຖະກຳ ສິລະປະ

“ດິນແດນແຫ່ງໝາກພ້າວ” ກັບອາຊີບຜະລິດ ຫັດຖະກຳ ສິລະປະ

ແຂວງ ເບນແຈ ໄດ້ຮັບການຂະໜານນາມວ່າ “ດິນແດນ ແຫ່ງໝາກພ້າວ” ທີ່ມີຊື່ສຽງ ດ້ວຍເນື້ອທີ່ປູກໝາກພ້າວຫຼາຍ ແລະ ເກົ່າແກ່ທີ່ສຸດ ຫວຽດນາມ. ນອກຈາກ ບັນດາ ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມ ທີ່ໄດ້ປຸງແຕ່ງ ຈາກໝາກພ້າວ ແລ້ວ, ປະຊາຊົນ ຍັງນຳໃຊ້ສ່ວນ ອື່ນໆ ຂອງ ຕົ້ນໝາກພ້າວ ພາຍຫຼັງ ທີ່ເກັບໝາກ ຫຼື ຕົ້ນແກ່ ໝົດອາຍຸເພື່ອສ້າງເປັນເຄື່ອງໃຊ້ ໃນຄົວເຮືອນ ຫຼື ເຄື່ອງຫັດຖະກຳ ສິລະປະ ທ່ີສວຍງາມ.

Top