• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ໄກ່ດົງຕາວ

ໄກ່ດົງຕາວເປັນຜະລິດຕະພັນທີ່ມີຊື່ສຽງຂອງຫວຽດນາມ, ຖືກໜັງສືພິມ Daily Mail ຂອງອັງກິດ ໃສ່ນາມວ່າ “ໄກ່ມັງກອນ” ເນື່ອງຈາກວ່າພັນໄກ່ດັ່ງກ່າວມີຕີນທີ່ໃຫຍ່ຕ່າງຈາກໄກ່ທຳມະດາ ແລະ ມີຮູບຊົງທີ່ປະຫຼາດຕັ້ງແຕ່ຕີນເຖິງຫົວ. ໄກ່ດົງຕາວໄດ້ຖືວ່າເປັນຜະລິດຕະພັນພິເສດເນື່ອງໃນໂອກາດຈັດງານບຸນ ຫຼື ງານປີໃຫມ່ເນື່ອງຈາກເປັນໄກ່ທີ່ຊີ້ນມີຄຸນນະພາບຫອມ ແລະ ແຊບນົວ. 
ໄກ່ດົງຕາວເປັນພັນໄກ່ທີ່ມີຄ່າຫາຍາກຂອງຫວຽດນາມ. ລັກສະນະ ພິເສດຂອງໄກ່ປະເພດນີ້ແມ່ນມີຕີນຂີ້ຮ້າຍ, ໃຫຍ່ ແລະ ແຂງກະຕູດກະຕີດ. ເມື່ອໄກ່ເຕີບໃຫຍ່ເຕັມທີ່, ໄກ່ໂຕຜູ້ຈະມີນ້ຳໜັກເຖິງ 6 ກິໂລ. ໄກ່ດົງຕາວແມ່ນຜະລິດຕະພັນພິເສດຂອງຕາແສງດົງຕາວ, ເມືອງຄວ້າຍເຈົາ, ແຂວງຮືງອຽນ.

ລັກສະນະພິເສດທີ່ສາມາດເຫັນໄດ້ງ່າຍຂອງໄກ່ດົງຕາວແມ່ນ ມີຕີນ ໃຫຍ່ ແລະ ມີເກັດເປັນສີແດງສົດ. ໄກ່ໂຕຜູ້ຈະມີສອງສີ, ສີ “ມ໊າລິ້ງ” ແລະ ສີ “ມ໊າລົ້ວ”. ສີ “ມ໊າລິ້ງ” ແມ່ນໄກ່ມີສີຂຽວໄຂ່ມຸກເຫຼື້ອມ ແຕ່ຫົວ ຮອດຫາງສວຍງາມທີ່ສຸດ. ສຳລັບໄກ່ໂຕແມ່ກໍມີສອງສີຄື: “ມ໊າຈັ້ງ” (ສີຂາວ) ແລະ “ມ໊າເມີ້ນ” (ສີແດງເຂັ້ມ), ຂົນຫາງເປັນສີດຳທັງໝົດ.

ໄຂ່ໄກ່ດົງຕາວໄດ້ໝາຍໄວ້ຕາມລາຍຊື່ຂອງແຕ່ລະຄອບຄົວທີ່ສັ່ງ ຊື້ກ່ອນຈະເອົາເຂົ້າເຕົາຟັກໄຂ່. 


ດ້ວຍຄຸນລັກສະນະຂອງໄກ່ດົງຕາວແມ່ນໄກ່ໂຕແມ່ຟັກໄຂ່ ບໍ່ໄດ້ຄ່ອງ ຕົວ, ຕີນໃຫຍ່ມັກຢຽບໄຂ່ແຕກໄດ້ງ່າຍ
ດັ່ງນັ້ນ, ບັນດາເຈົ້າຂອງເຕົາ ຟັກໄຂ່ຢູ່ຕາແສງດົງຕາວມັກເລືອກຟັກໄຂ່ດ້ວຍວິທີໃຊ້ເຕົາອົບທຽມ



ໄກ່ດົງຕາວທີ່ຫາກໍແຕກອອກຈາກໄຂ່ມີຮູບຮ່າງຄືກັນກັບໄກ່ທົ່ວໄປ. 


ໄກ່ດົງຕາວນ້ອຍຫາກໍແຕກຈາກເຕົາຟັກໄຂ່. 


ໄກ່ດົງຕາວມີອາຍຸໄດ້ 1 ເດືອນ. 


ທ່ານເລຮົ່ງເກື່ອງ ກຳລັງກວດກາໄກ່ດົງຕາວຕາມກຳນົດເວລາ ທີ່ນິຄົມ ຂອງຄອບຄົວ
ຢູ່ບ້ານດົງຕາວນາມ, ຕາແສງດົງຕາວ, ເມືອງຄວ້າຍເຈົາ, ແຂວງຮືງອຽນ. 



ຄອກລ້ຽງໄກ່ດົງຕາວອາຍຸແຕ່ 1-2 ເດືອນຕ້ອງໄດ້ເປີດໄຟເພື່ອຮັກສາ ຄວາມອົບອຸ່ນໃຫ້ໄກ່ຢູ່ສະເຫມີ. 


ເພື່ອສາມາດລ້ຽງໄດ້ໄກ່ດົງຕາວພັນແທ້ເຖິງເວລາເຕີບໃຫຍ່ເຕັມໂຕ, ຜູ້ລ້ຽງຕ້ອງມີຄວາມພິຖີພິຖັນທີສຸດຄື:
ໃນລະດູໜາວຕ້ອງເຮັດໃຫ້ໄກ່ອົບອຸ່ນ, ລະດູຮ້ອນເຮັດໃຫ້ໄກ່ມີຄວາມປອດໂປ່ງ, ເຢັນດີ.



ໄກ່ທີ່ງາມຕ້ອງແມ່ນໄກ່ທີ່ມີຫອນຕິດ ແລະ ແຈບດີ, ພັນໄກ່ດົງຕາວຕ້ອງແມ່ນໂຕທີ່ມີຫົວໃຫຍ່, ແສງຕາຮ້າຍກາດ, ສົບສັ້ນ ແລະ ກອມເຂົ້າທາງໃນ. 


ຄິດສະເລ່ຍລ້ຽງໄກ່ດົງຕາວໃຫຍ່ໂຕໜຶ່ງໆທີ່ມີນ້ຳໜັກແຕ່ 2,5-3 ກິໂລ ຕ້ອງໃຊ້ເວລາລ້ຽງຢ່າງໜ້ອຍສຸດແມ່ນໜຶ່ງປີ.






ໄກ່ດົງຕາວເປັນພັນໄກ່ມີຄ່າຫາຍາກຂອງຫວຽດນາມ. ລັກສະນະ ພິ ເສດຂອງໄກ່ປະເພດນີ້ແມ່ນມີຕີນທີ່ໃຫຍ່ເກ້ງກ້າງ, ຂີ້ຮ້າຍ
ແລະ ເປັນ ກະຕູດກະຕີດ. ເມື່ອເຕີບໃຫຍ່ເຕັມໂຕໄກ່ໂຕຜູ້ຈະມີນ້ຳໜັກເຖິງ 6 ກິໂລ. ໄກ່ດົງຕາວແມ່ນຜະລິດຕະພັນພິເສດ
ຂອງຕາແສງດົງຕາວ, ເມືອງຄວ້າຍເຈົາ, ແຂວງຮືງອຽນ.



ໄກ່ດົງຕາວຢູ່ຕາແສງດົງຕາວ, ເມືອງຄວ້າຍເຈົາ, ແຂວງຮືງອຽນ ເປັນປະເພດໄກ່ເປັນທີ່ຮູ້ຈັກຂອງຫຼາຍຄົນ
ແລະ ຢາກຊື້ມາເປັນພໍ່ແມ່ພັນ, ເປັນເຄື່ອງໃຊ້ພິທີໄຫວ້ບູຊາ ຫຼື ເຄື່ອງຕ້ອນຂອງຝາກ…

 
ເພື່ອສາມາດລ້ຽງໄດ້ໄກ່ດົງຕາວພັນແທ້ໂຕໜຶ່ງແຕ່ນ້ອຍເຖິງເວລາໄກ່ເຕີບໃຫຍ່, ຜູ້ລ້ຽງຕ້ອງມີຄວາມພິຖີພິຖັນທີສຸດຄື: ລະດູໜາວຕ້ອງ ໃຫ້ໄກ່ອົບອຸ່ນ, ລະດູຮ້ອນຕ້ອງໃຫ້ໄກ່ມີອາກາດປອດໂປ່ງ, ເຢັນດີ. ອາຫານຕົ້ນຕໍຂອງໄກ່ດົງຕາວແມ່ນຮຳ ແລະ ແປ້ງສາລີ. ຄຽງຄູ່ກັນ ນັ້ນ, ຜູ້ລ້ຽງຕ້ອງໄດ້ໃຫ້ກິນຫມາກຖົ່ວຂຽວເພື່ອກະຕຸ້ນການຈະເລີນ ເຕີບໂຕໄວຂອງໄກ່ອີກດ້ວຍ.

ໄລ່ສະເລ່ຍໄກ່ດົງຕາວທີ່ໃຫຍ່ມີນ້ຳໜັກແຕ່ 2,5 ເຖິງ 3 ກິໂລກຣາມ ໃຊ້ເວລາລ້ຽງຢ່າງໜ້ອຍສຸດແມ່ນໜຶ່ງປີ.

ເນື່ອງຈາກໄກ່ມີຈຸດພິເສດສະເພາະທີ່ເດັ່ນຊັດ, ຊີ້ນຫອມແຊບ, ຕີນ ໃຫຍ່, ຮູບຊົງງາມ, ດັ່ງນັ້ນເນື່ອງໃນໂອກາດມື້ງານບຸນ ແລະ ປີໃໝ່, ໄກ່ດົງຕາວຖືເປັນທາງເລືອກແຖວໜ້າຂອງລູກຄ້າຜູ້ຊຳນານຈາກທົ່ວ ປະເທດຫລັ່ງໄຫລມາຊື້ເພື່ອເປັນຂອງຕ້ອນ “ພິເສດ”ຢູ່ສະເຫມີ. ໂດຍ ຜ່ານຫຼາຍເສັ່ນຄົນມາແລ້ວ, ປະຊາຊົນຢູ່ຕາແສງດົງຕາວ, ເມືອງຄວ້າຍ ເຈົາ, ແຂວງຮືງອຽນ ຍັງຄົງຮັກສາໄວ້ແຫຼ່ງເຊື້ອພັນ ແລະ ແຜ່ຂະຫຍາຍ ແນວພັນໄກ່ທີ່ຫາຍາກນີ້ ເພື່ອຈຸດປະສົງພັດທະນາເສດຖະກິດທ້ອງ ຖິ່ນ. 
ບົດ: ເງີນຮ່າ - ພາບ: ເຈີ່ນກົງດາດ

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຫວຽດນາມ - ຈາກຄວາມທຸກຍາກ ສູ່ເສດຖະກິດ 500 ຕື້ໂດລາສະຫະລັດ

ຕະຫຼອດ 80 ປີທີ່ຜ່ານມາ, ຫວຽດນາມ ໄດ້ປ່ຽນແປງຢ່າງກ້າວກະໂດດ ຈາກເສດຖະກິດທີ່ທຸກຍາກ, ຫຼ້າຫຼັງ ກາຍເປັນໜຶ່ງໃນ ເສດຖະກິດ ທີ່ມີຂະໜາດໃຫຍ່ທີ່ສຸດໃນ ອາຊີ ຕາເວັນອອກສ່ຽງໃຕ້. ໃນປີ 2024, GDP ຂອງ ຫວຽດນາມ ໄດ້ບັນລຸ ປະມານ 476 ຕື້ ໂດລາສະຫະລັດ ແລະ ຄາດວ່າ ຈະເກີນ 500 ຕື້ ໂດລາສະຫະລັດ ໃນປີ 2025. ເສັ້ນທາງການພັດທະນານີ້ ແມ່ນຜົນ ຂອງ ຂະບວນການປ່ຽນແປງໃໝ່, ການເຊື່ອມໂຍງ ແລະ ການປະຕິຮູບຢ່າງເລິກເຊິ່ງ, ເຊິ່ງເປັນການປະສົມປະສານລະຫວ່າງຈິດໃຈ ເພິ່ງພາຕົນເອງ ຂອງ ຊາດ ແລະ ຄວາມປາຖະໜາ ທີ່ຈະພັດທະນາໃນຍຸກ ໂລກາພິວັດ.

Top