• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ ລາວກ​າຍ - ຮ່າ​ໂນ້ຍ - ຫາຍ​ຟ່ອງ ຈະ​ໄດ້​ຮັບ​ການເລີ່ມ​ລົງ​ມື​ກໍ່​ສ້າງໃນ​ວັນ​ທີ 19 ທັນ​ວາ 2025

ບັນດາຫົວໜ່ວຍຕ້ອງສ້າງແຜນການ, ຖືເອົາວັນທີ 19 ທັນວາ 2025 ພ້ອມກັນເລີ່ມລົງມືກໍ່ສ້າງ 5 ຈຸດຂອງໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.

 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມຊີ້ນຳ (ພາບ: VOV)

ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດໃນຂົງເຂດເສັ້ນທາງລົດໄຟ, ໃນກອງປະຊຸມວັນທີ 20 ພຶດສະພາ ຢູ່ຮ່າໂນ້ຍ, ເພື່ອສຳຫຼວດກວດຄືນການຜັນຂະຫຍາຍແຜນຮ່າງສ້າງເສັ້ນທາງລົດໄຟທີ່ມີຄວາມໄວສູງໃນແລວເໜືອ - ໃຕ້, ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບ ຈີນ.

ເມື່ອມອບໜ້າທີ່ລະອຽດໃຫ້ບັນດາກະຊວງ, ຂະແໜງການ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງການຕ່າງປະເທດ ແລະ ກະຊວງການເງິນເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງຝ່າຍຈີນ ເພື່ອໜູນຊ່ວຍປະຕິບັດບັນດາໂຄງການກ່ຽວຂ້ອງເຖິງວິທະຍາສາດ - ເຕັກໂນໂລຢີ, ເສັ້ນທາງລົດໄຟ, ພື້ນຖານໂຄງລ່າງຍຸດທະສາດ. ທ່ານກ່າວວ່າ:

“ການກູ້ຢືມທຶນຕ້ອງອີງໃສ່ຄວາມສາມາດຂອງຕົນ, ບົນພື້ນຖານນັ້ນ, ການກູ້ຢືມ, ລະດົມແຫຼ່ງກຳລັງຈາກທະນາຄານ. ບັນຫາທີ່ສອງແມ່ນຖ່າຍທອດເຕັກໂນໂລຢີ, ນີ້ແມ່ນບັນຫາແກ່ນສານ. ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ເຖິງການບຳລຸງສ້າງກຳມະການ, ນັກວິສະວະກອນ… ເພື່ອສືບຕໍ່ຄຸ້ມຄອງ, ສ້າງພື້ນຖານເຕັກໂນໂລຢີເສັ້ນທາງລົດໄຟໃນພາຍພາກໜ້າ”.

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ກະຊວງກໍ່ສ້າງ ປຶກສາຫາລືກັບບໍລິສັດຫຸ້ນສ່ວນ ລົງທຶນ ແລະ ພັດທະນາເສັ້ນທາງລົດໄຟຄວາມໄວສູງ VinSpeed ເພື່ອຜັນຂະຫຍາຍເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາ​ກ​ການ​ຄຸ້ມ​ຄອງ​ມາເປັນ​ການ​ສ້າງ​ຕັ້ງ, ຮັບ​ໃຊ້

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາ​ກ​ການ​ຄຸ້ມ​ຄອງ​ມາເປັນ​ການ​ສ້າງ​ຕັ້ງ, ຮັບ​ໃຊ້

ວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອສະຫຼຸບກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນພຶດສະພາ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງປະເຊີນໜ້າກັບການປ່ຽນແປງໃໝ່ຈິນຕະນາການໂດຍພື້ນຖານຈາກທ່າທີ ທີ່ຢູ່ໃນທ່າຮັບ ມາເປັນຈິນຕະນາການ “ເປັນເຈົ້າການ, ຂະຫຍັນຂັນເຄື່ອນ ເພື່ອສ້າງສາພັດທະນາ ແລະ ຮັບໃຊ້ປະຊາຊົນ, ວິສາຫະກິດ”.

Top