ບັນດາຫົວໜ່ວຍຕ້ອງສ້າງແຜນການ, ຖືເອົາວັນທີ 19 ທັນວາ 2025 ພ້ອມກັນເລີ່ມລົງມືກໍ່ສ້າງ 5 ຈຸດຂອງໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນກອງປະຊຸມຊີ້ນຳ (ພາບ: VOV)
ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດໃນຂົງເຂດເສັ້ນທາງລົດໄຟ, ໃນກອງປະຊຸມວັນທີ 20 ພຶດສະພາ ຢູ່ຮ່າໂນ້ຍ, ເພື່ອສຳຫຼວດກວດຄືນການຜັນຂະຫຍາຍແຜນຮ່າງສ້າງເສັ້ນທາງລົດໄຟທີ່ມີຄວາມໄວສູງໃນແລວເໜືອ - ໃຕ້, ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບ ຈີນ.
ເມື່ອມອບໜ້າທີ່ລະອຽດໃຫ້ບັນດາກະຊວງ, ຂະແໜງການ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງການຕ່າງປະເທດ ແລະ ກະຊວງການເງິນເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງຝ່າຍຈີນ ເພື່ອໜູນຊ່ວຍປະຕິບັດບັນດາໂຄງການກ່ຽວຂ້ອງເຖິງວິທະຍາສາດ - ເຕັກໂນໂລຢີ, ເສັ້ນທາງລົດໄຟ, ພື້ນຖານໂຄງລ່າງຍຸດທະສາດ. ທ່ານກ່າວວ່າ:
“ການກູ້ຢືມທຶນຕ້ອງອີງໃສ່ຄວາມສາມາດຂອງຕົນ, ບົນພື້ນຖານນັ້ນ, ການກູ້ຢືມ, ລະດົມແຫຼ່ງກຳລັງຈາກທະນາຄານ. ບັນຫາທີ່ສອງແມ່ນຖ່າຍທອດເຕັກໂນໂລຢີ, ນີ້ແມ່ນບັນຫາແກ່ນສານ. ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ເຖິງການບຳລຸງສ້າງກຳມະການ, ນັກວິສະວະກອນ… ເພື່ອສືບຕໍ່ຄຸ້ມຄອງ, ສ້າງພື້ນຖານເຕັກໂນໂລຢີເສັ້ນທາງລົດໄຟໃນພາຍພາກໜ້າ”.
ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ກະຊວງກໍ່ສ້າງ ປຶກສາຫາລືກັບບໍລິສັດຫຸ້ນສ່ວນ ລົງທຶນ ແລະ ພັດທະນາເສັ້ນທາງລົດໄຟຄວາມໄວສູງ VinSpeed ເພື່ອຜັນຂະຫຍາຍເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້.