ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.
ປ່າອູມິງຮະ ມີເນື້ອທີ່ 45.000 ເຮັກຕາ ນອນຢູ່ສອງເມືອງ ອູມິງ ແລະ ເຈິ່ນວັນເທີ່ຍ ຂຶ້ນກັບແຂວງ ກ່າເມົາ ແມ່ນໜຶ່ງໃນບັນດາສາມເຂດແກນກາງຂອງເຂດນິເວດທຳມະຊາດໂລກ. ແຫຼມກ່າເມົາ ໄດ້ຮັບການຮັບຮອງຈາກອົງການ Unesco. ໃນໄລຍະບຸກເບີກພື້ນທີ່, ຢູ່ແຫ່ງນີ້ກໍ່ແມ່ນເຂດປ່າຮົກເຮື້ອທີ່ກວ້າງໃຫຍ່ໄພສານ. ນັກວັດທະນະທຳ ເຍິມຮຸ່ງ ເລົ່າສູ່ຟັງວ່າ:
“ນັກປະພັນ ຫງວຽນວັນບົ່ງ ໄດ້ເວົ້າໃນປຶ້ມທີ່ມີຫົວຂໍ້ ເຂດປ່າພາກໃຕ້ທີ່ວ່າ: “ຜູ້ບຸກເບີກພື້ນທີ່ເມື່ອມາຮອດແຫຼມ ກ່າເມົາ ກໍ່ມີສອງທາງເລືອກ ນັ້ນແມ່ນໂດດລົງທະເລ ປາຊີຟິກ ຫຼື ທີສອງແມ່ນຕ້ອງຕ້ານຢັນກັບທຳມະຊາດເພື່ອຄົງຕົວ. ໝາຍຄວາມວ່າ ອູມິງ ແມ່ນເຂດປ່າທີ່ສັກສິດຜູ້ໃດເມື່ອມານີ້ ກໍ່ຕ້ອງຊອກຫາທຸກວິທີເພື່ອຕ້ານຢັນກັບທຳມະຊາດທີ່ຮ້າຍແຮງ ພ້ອມກັບສັດຮ້າຍ ແລະ ພະຍາດໂລຄາເພື່ອຄົງຕົວ”.
ຢູ່ເຂດປ່າ ອູມິງຮະ ເລື່ອງລາວກ່ຽວກັບສັດປ່າໄດ້ດຶງດູດບໍ່ຈັກວ່າເທົ່າໃດຄົນ. ຢູ່ແຫ່ງນີ້ມີງູຍັກໃຫຍ່ປຽບເໝືອນເທບນິຍາຍ. ລຸງ ຫງວຽນວັນອຸດ ຢູ່ຕາແສງ ແຄັ໊ງບິ່ງໄຕບັກ ເມືອງ ເຈິ່ນວັນເທີ່ຍ ໄດ້ດຳລົງຊີວິດຢູ່ເຂດປ່າ ອູມິງຮະ ເປັນເວລາຫຼາຍປີ ເລົ່າຄືນສູ່ຟັງວ່າ:
“ຢູ່ປ່າ ອູມິງຮະ ມີງູເຫົ່າຍັກໃຫຍ່ສອງສາມໂຕ. ພວກຂ້າພະເຈົ້າດຳລົງຊີວິດຢູ່ນີ້ເຄີຍເຮັດນາເປັນໄລຍະໜຶ່ງຈຶ່ງຈະຮູ້ຈັກ. ຊັບພະຍາກອນທຳມະຊາດຢູ່ແຫ່ງນີ້ມີຫຼາຍສິ່ງຫຼາຍຢ່າງ”.
ປະຫວັດສາດໃນການຄົງຕົວຢູ່ປ່າ ອູມິງຮະ ກໍ່ເຕື້ອງເຖິງ ການແກ່ດຶງສັດປ່າມາລ້ຽງ ໃນນັ້ນຜົນສຳເລັດດີທີ່ສຸດ ແມ່ນແກ່ດຶງເຜິ້ງປ່າມາເຮັດຮັງເພື່ອເອົານ້ຳເຜິ້ງ, ຢູ່ຕາມຕົ້ນໄມ້ໃຫຍ່ໃນປ່າຄາມ, ເຜິ້ງໄດ້ຖືກມະນຸດເຮັດຮັງມາເຕົ້າໂຮມຢ່າງຫຼວງຫຼາຍ. ໂດຍທົ່ວໄປແລ້ວ ຢູ່ໃສ່ມີກິ່ນຫອມຂອງດອກໄມ້ ເຜິ້ງກໍ່ພາກັນມາເອົາເກສອນເຮັດຮ້ຳເຜິ້ງ ແລະ ເຮັດຮັງ. ລຸງ ໂຮ່ວັນຮວ່າງ ຢູ່ຕາແສງ ແຄັ໊ງບິ່ງ ເຕິຍບັກ ໃຫ້ຮູ້ວ່າ:
“ລຸ້ນປູ່ຫາລຸ້ນພໍ່ລຸ້ນອາວກໍ່ຢູ່ໃນປ່າລ້ຽງເຜິ້ງ, ດຳລົງຊີວິດຢູ່ນີ້ນັບແຕ່ຄາວອາຍຸ 13 ປີ ມາຮອດປັດຈຸບັນໄດ້ເກືອບ 60 ປີແລ້ວ. ການດຳລົງຊີວິດໃນປ່າກໍ່ຫຍຸ້ງຍາກຫຼາຍກວ່າເມື່ອທຽບໃສ່ຢູ່ນອກ. ເຮົາກໍ່ເຮັດລະດູນີ້ສູ່ລະດູອື່ນ ເພື່ອຫາເງິນລ້ຽງຊີບ. ອາຊີບລ້ຽງເຜິ້ງຂອງປູ່ຍ່າຕາຍາຍປະໄວ້ໃຫ້ນັ້ນກໍ່ມີຄວາມມ່ວນຊື່ນຫຼາຍ”.
ປະລິມານນ້ຳເຜິ້ງທີ່ເກັບກູ້ໄດ້ຢູ່ເຂດ ອູມິງຮະ ແມ່ນປະມານ 700 ໂຕນຕໍ່ປີ. ນ້ຳເຜິ້ງ ອູມິງຮະ ຖືກຈັດຢູ່ໃນບັນຊີລາຍຊື່ສິນພິເສດໃຊ້ເປັນຂອງຂວັນ 100 ຢ່າງຂອງ ຫວຽດນາມ. ອ້າຍ ຟ້າມຢຸຍແຄັງ ເຈົ້າຂອງສະຖານທີ່ທ່ອງທ່ຽວທຳມະຊາດ ເມື່ອຍງອດ ຕາແສງ ແຄັ໊ງບິ່ງ ເຕິຍບັກ ເມື່ອງ ເຈິ່ນວັນເທີ່ຍ ໃຫ້ຮູ້ວ່າ:
“ສະຖານທີ່ທ່ອງທ່ຽວແມ່ນເຂດປ່ານອນຢູ່ໃກ້ກັບປ່າສະຫງວນແຫ່ງຊາດ ອູມິງຮະ. ນີ້ແມ່ນບ່ອນມີເນື້ອທີ່ປ່າທຳມະຊາດຢ່າງກວ້າງໃຫຍ່ໄພສານ, ດັ່ງນັ້ນເຜິ້ງໄດ້ມາເຮັດຮັງຢູ່ນີ້ຫຼາຍທີ່ສຸດ. ແຂກທ່ອງທ່ຽວສາມາດຍ່າງ ຫຼື ຂີ່ເຮືອເພື່ອເຫັນປະຈັກຕາຮັງເຜິ້ງຫຼາຍຮັງ ແລະ ໄດ້ຮັບຟັງການແນະນຳກ່ຽວກັບການລ້ຽງງເຜິ້ງ”.
ປັດຈຸບັນ ປ່າ ອູມິງຮະ ໄດ້ຮັບການລົງທຶນທາງດ້ານພື້ນຖານໂຄງລ່າງເພື່ອພັດທະນາພິເສດແມ່ນຂຸດຄົ້ນການທ່ອງທ່ຽວ. ແຕ່ລະປີແຂວງ ກ່າເມົາ ໄດ້ຈັດເຫດການໂຄສະນາພາບພົດດິນແດນແຫ່ງນີ້ ເພື່ອໃຫ້ແຂກທ່ອງທ່ຽວມາຈາກສາລະທິດຮູ້ຈັກ ພ້ອມທັງປະກອບສ່ວນນຳປ່າ ອູມິງຮະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຢູ່ທາງທິດໃຕ້ຂອງປະເທດຊາດ. ລົງຢາມປ່າ ອູມິງຮະ ແຂກທ່ອງທ່ຽວທັງຫຼາຍຈະຮູ້ສຶກໄດ້ເຖິງຄວາມໃກ້ຊິດຕິດແທດກັບທຳມະຊາດທີ່ຮົກເຮື້ອ ແລະ ກັບຄືນສູ່ໄລຍະບຸກເບີກດິນແດນທາງທິດໃຕ້ ຫວຽດນາມ.
(ແຫຼ່ງຄັດຈາກ VOV)