• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່ານັ້ງ ກ່ຽມພ້ອມຕ້ອນຮັບແຂກທ່ອງທ່ຽວຈາກຕະຫຼາດ ຕາເວັນອອກກາງ

ດ່ານັ້ງ ກາຍເປັນນະຄອນທີ 3 ຢູ່ ຫວຽດນາມ, ຖັດຈາກ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ທີ່ບໍລິສັດການບິນ Emirates ນຳເຂົ້າເຄືອຂ່າຍຂຸດຄົ້ນສາຍການບິນ.
ກອງປະຊຸມສຳມະນາທາງໄກ “ໂຄສະນາທ່ອງທ່ຽວ ດ່ານັ້ງ ເຖິງຕະຫຼາດຕາເວັນອອກກາງ 2025” (ພາບ: baovanhoa.vn)

ແຕ່ວັນທີ 02 ມິຖຸນາ, ບໍລິສັດການບິນ Emirates (Dubai) ຈະເປີດ 4 ສາຍການບິນ/ອາທິດ ເພື່ອນຳສົ່ງແຂກມາຈາກເຂດ ຕາເວັນອອກກາງ, ເອີລົບ ໄປ ນະຄອນ ດ່ານັ້ງ. ຕາມນັ້ນແລ້ວ, ດ່ານັ້ງ ກາຍເປັນນະຄອນທີ 3 ຢູ່ ຫວຽດນາມ, ຖັດຈາກ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ທີ່ບໍລິສັດການບິນ Emirates ນຳເຂົ້າເຄືອຂ່າຍຂຸດຄົ້ນສາຍການບິນ. ເພື່ອກະກຽມໃຫ້ແກ່ເຫດການດັ່ງກ່າວ, ຕອນບ່າຍວັນທີ 20 ພຶດສະພາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ສົມທົບກັບ ບໍລິສັດການບິນ Emirates ຈັດກອງປະຊຸມສຳມະນາທາງໄກ “ໂຄສະນາທ່ອງທ່ຽວ ດ່ານັ້ງ ເຖິງຕະຫຼາດຕາເວັນອອກກາງ 2025”.

ທີ່ກອງປະຊຸມສຳມະນາ, ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະສຸມໃສ່ບຸກທະລຸກ່ຽວກັບການສົ່ງເສີມເປີດກວ້າງຕະຫຼາດການບິນ, ກະຕຸ້ນການທ່ອງທ່ຽວ; ເປີດກວ້າງ ແລະ ຂຸດຄົ້ນຕະຫຼາດແຂກມາຈາກເຂດຕາເວັນອອກກາງ, ອິນເດຍ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້… ດຶງດູດ ແລະ ຜັນຂະຫຍາຍບັນດາລາຍການກະຕຸ້ນການທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວ ກໍຄືການກະຕຸ້ນເພື່ອຮັກສາປະສິດທິຜົນບັນດາສາຍການບິນສາກົນ”.

(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top