ໃນວັນທີ 11 ພຶດສະພາຜ່ານມາ, ສັນຕະປະປາ ກໍຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງໃນທັນທີ ແລະ ປ່ອຍສິດເສລີໃຫ້ແກ່ຕົວປະກັນ ອິດສະຣາແອັນ ທັງໝົດທີ່ຖືກຂະບວນການອິດສະຣາມ ຮາມາດສ ກັກຕົວ.
ສະພາບການຢູ່ເຂດ ກາຊາ (ພາບ: Reuters)
ວັນທີ 21 ພຶດສະພາ, ເມື່ອກ່າວຄຳເຫັນໃນການພົບປະລວມປະຈຳອາທິດຢູ່ຈະຕຸລັດ Peter, ສັນຕະປະປາ ລີໂອ XIV ຮຽກຮ້ອງໃຫ້ ອິດສະຣາແອັນ ອະນຸຍາດໃຫ້ການຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ. ຕາມສັນຕະປະປາແລ້ວ, ສະພາບການຢູ່ເຂດ ກາຊາ ນັບມື້ນັບຮ້າຍແຮງ ແລະ ມີຄວາມວິຕົກກັງວົນ.
ໃນອາທິດທຳອິດຂອງອາຍຸການເປັນສັນຕະປະປາຂອງຕົນ, ສັນຕະປະປາ ລີໂອ XIV ໄດ້ເວົ້າເຖິງສະພາບການຢູ່ ກາຊາ ເປັນຫຼາຍຄັ້ງແລ້ວ. ໃນວັນທີ 11 ພຶດສະພາຜ່ານມາ, ສັນຕະປະປາ ກໍຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງໃນທັນທີ ແລະ ປ່ອຍສິດເສລີໃຫ້ແກ່ຕົວປະກັນ ອິດສະຣາແອັນ ທັງໝົດທີ່ຖືກຂະບວນການອິດສະຣາມ ຮາມາດສ ກັກຕົວ.
(ແຫຼ່ງຄັດຈາກ VOV)