• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ແນວໂຮມປະເທດຊາດ ຫວຽດນາມ ສ້າງພະລັງແຮງຢ່າງໃຫຍ່ ຫຼວງ, ຊຸກຍູ້ການພັດທະນາປະເທດຊາດ

ພ້ອມກັບທົ່ວປະເທດກ້າວເຂົ້າສູ່ ຂະບວນວິວັດ ຂອງ ການປ່ຽນແປງໃໝ່, ແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ເປີດກວ້າງ ກຸ່ມກ້ອນມະຫາ ຄວາມສາມັກຄີ ທົ່ວປວງຊົນ; ຕັ້ງໜ້າຂົນຂວາຍ ປະ ຊາຊົນ ເສີມຂະຫຍາຍ ນໍ້າໃຈ ເປັນເຈົ້າການ ປະດິດສ້າງ, ຜ່ານຜ່າ ຄວາມຫຍຸ້ງຍາກ, ແຂ່ງຂັນກັນ ອອກແຮງງານ; ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ອຳນາດການປົກຄອງ. ຜ່ານນັ້ນສ້າງເປັນພະລັງແຮງຢ່າງໃຫຍ່ຫຼວງ, ຊຸກຍູ້ການພັດທະນາປະເທດຊາດ. 
 
ແນວໂຮມປະເທດຊາດ ຫວຽດນາມ ເປັນພາກສ່ວນໜຶ່ງ ຂອງ ລະບົບການເມືອງ ຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປັນອົງການຈັດຕັ້ງສຳພັນທະພາບ ດ້ານການເມືອງ, ສະຫະພັນ ສະໝັກໃຈ ຂອງ ອົງການການເມືອງ, ບັນດາອົງການຈັດຕັ້ງ ດ້ານການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບັນດາບຸກຄົນ ທີ່ເປັນຕົວແທນ ໃຫ້ບັນດາຊົນຊັ້ນ, ບັນດາຊັ້ນຄົນ ໃນສັງຄົມ, ບັນດາ ຊົນເຜົ່າ, ບັນດາສາສະໜາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງ ປະເທດ. 
ພາຍຫຼັງທ້ອນໂຮມປະເທດຊາດ, ຕົ້ນເດືອນກຸມພາ 1977, ຜູ້ນຳ ຂອງ 3 ອົງການຈັດຕັ້ງລວມມີ: ແນວໂຮມປະເທດຊາດຫວຽດນາມ, ແນວໂຮມແຫ່ງຊາດ ປົດປ່ອຍ ພາກໃຕ້ຫວຽດນາມ, ພັນທະພາບ ບັນດາກຳລັງແຫ່ງຊາດ ປະຊາທິປະໄຕ ແລະ ສັນຕິພາບ ຫວຽດນາມ ໄດ້ຈັດກອງປະຊຸມ ແລະ ຕົກລົງ ໂຮມ 3 ອົງການຈັດ ຕັ້ງນີ້ ເປັນອົງການຈັດຕັ້ງທາງການເມືອງ ໜຶ່ງດຽວ ແລະ ໃສ່ຊື່ວ່າ ແນວໂຮມປະເທດຊາດ ຫວຽດນາມ. 

ຕອນເຊົ້າວັນທີ 18 ພະຈິກ 2020, ທີ່ ຮ່າໂນ້ຍ, ຄະນະບໍລິຫານງານ ສູນກາງພັກ ຄອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ປະເທດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ 90 ປີ ວັນສ້າງ ຕັ້ງແນວໂຮມແຫ່ງຊາດ ເອກະພາບ ຫວຽດນາມ-ວັນມູນເຊື້ອ ຂອງ ແນວໂຮມປະເທດຊາດ ຫວຽດນາມ (ວັນທີ 18 ພະຈິກ 1930-ວັນ ທີ 18 ພະຈິກ 2020) ຂຶ້ນຢ່າງສົມກຽດ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວ ປາໄສ ທີ່ສຳຄັນໃນພິທີ. ພາບ: ຈີ໋ຢຸ້ງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພ້ອມກັບບັນດາສະຫາຍການນຳ, ອະດີດຜູ້ນຳ ພັກ-ລັດ ເຂົ້າຮ່ວມພິທີ. ພາບ: ຈີ໋ຢຸ້ງ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາ ແຂ່ງ ຂັນ ແລະ ຍ້ອງຍໍ ສູນກາງ ປະດັບຫຼຽນໄຊ ໂຮ່ຈີມິນ ໃສ່ທຸງມູນເຊື້ອ ຂອງ ແນວໂຮມປະເທດຊາດ ຫວຽດນາມ. ພາບ: ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາ ແຂ່ງ ຂັນ ແລະ ຍ້ອງຍໍ ສູນກາງ ມອບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ ແນວໂຮມປະເທດຊາດ ຫວຽດນາມ. ພາບ: ຈ້ອງດຶກ/VNA


ບັນດາຜູ້ແທນທີ່ເຂົ້າຮ່ວມພິທີ. ພາບ: ຖົ໋ງເຍິດ/VNA


ບັນດາຜູ້ແທນສາກົນ ທີ່ເຂົ້າຮ່ວມພິທີ. ພາບ: ຖົ໋ງເຍິດ/VNA
“ໃນຕະຫຼອດ 90 ປີຜ່ານມາ, ພາຍໃຕ້ ການນຳພາ ຂອງ ພັກ, ແນວໂຮມແຫ່ງຊາດ ເອກະພາບ ຫວຽດນາມ ໄດ້ອອກແຮງເຄື່ອນໄຫວ, ປຸກລະດົມນໍ້າໃຈຮັກຊາດ, ເສີມຂະຫຍາຍກຳລັງແຮງ ອັນຍິ່ງໃຫຍ່ ຂອງ ຊາດ, ປະສານສົມທົບ ກຳລັງແຮງຂອງຊາດ ກັບ ກຳລັງແຮງ ຂອງ ຍຸກສະໄໝ, ປະກອບສ່ວນນຳການປະຕິວັດ ຫວຽດນາມ ໄປ ແຕ່່ໄຊຊະນະນ້ີ ໄປສູ່ໄຊຊະນະໃໝ່”. 
(ຄັດຈາກຄຳປາໄສ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານ ປະເທດ ຫງວຽນຝູ໋ຈ້ອງ ໃນພິທີສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງ ແນວໂຮມແຫ່ງຊາດ ເອກະພາບ ຫວຽດນາມ-ວັນມູນເຊື້ອ ຂອງ ແນວໂຮມປະເທດຊາດ ຫວຽດນາມ (ວັນທີ 18 ພະຈິກ 1930-ວັນທີ 18 ພະຈິກ 2020)
ນັບຕັ້ງແຕ່ນັ້ນມາ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ເປັນບ່ອນເຕົ້າໂຮມ ຂອງ ປະຊາຊົນທັງຊາດ, ກໍ່ສ້າງລັດ ແຫ່ງກົດໝາຍ ສັງຄົມນິຍົມ ກັບຂະບວນການຕ່າງໆ ເຊັ່ນ: ຫຼຸດຜ່ອນຄວາມທຸກຍາກ, ຕອບບຸນແທນຄຸນ; “ທົ່ວປວງຊົນສາມັກຄີ ກໍ່ສ້າງຊີວິດໃໝ່ ຢູ່ເຂດຊຸມຊົນ”; ການຂົນຂວາຍ “ວັນເພື່ອຄົນທຸກຍາກ”; ຂະບວນການ “ທົ່ວປະເທດ ຮ່ວມແຮງຮ່ວມໃຈກັນ ເພື່ອຄົນທຸກຍາກ-ບໍ່ມີໃຜຖືກປະໄວ້ຢູ່ເບື້ອງຫຼັງ”; ການຂົນຂວາຍ “ຊາວ ຫວຽດນາມ ໃຫ້ ບູລິມະສິດ ໃຊ້ສິນຄ້າ ຫວຽດນາມ”... 

ເພື່ອຕອບສະໜອງ ຕໍ່ຄວາມຕ້ອງການ ຂະຫຍາຍຕົວ ຂອງ ປະເທດຊາດ ໃນໄລຍະໃໝ່, ແນວໂຮມປະເທດຊາດ ຫວຽດນາມ ໄດ້ວາງອອກບັນດາໜ້າທີ່ເປັນໃຈກາງ. ຕາມນັ້ນ, ແນວໂຮມທຸກຂັ້ນ ຕ້ອງສືບຕໍ່ເຜີຍແຜ່, ເຊື່ອມຊຶມທັດສະນະ ຂອງ ພັກ, ແນວຄິດໂຮ່ ຈີມິນ  ກ່ຽວກັບມະຫາສາມັກຄີ ທົ່ວປວງຊົນ, ສືບຕໍ່ໃຫ້ກຳລັງໃຈ ປະຊາຊົນ ທຸກຂັ້ນເສີມຂະຫຍາຍ ມູມເຊື້ອຮັກຊາດ,  ຄວາມເອກອ້າງທະນົງໃຈຂອງຊາດ, ສະຕິ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາດຖະໜາ ອັນແຮງກ້າ ໃນ ການພັດທະນາປະເທດຊາດ; ໃນຕໍ່ໜ້າ ແມ່ນຮ່ວມແຮງ ຮ່ວມໃຈກັນ ພ້ອມກັບພັກ, ລັດ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງ ການລະບາດ ໂຄວິດ-19, ແກ້ໄຂຜົນຮ້າຍຈາກນໍ້າຖ້ວມ ແລະ ລົມພາຍຸ, ປະກອບສ່ວນຮັບປະກັນ ຄວາມໝັ້ນຄົງ ຂອງ ສັງຄົມ, ເອົາ ໃຈໃສ່ເບິ່ງແຍງດູແລຊີວິດ ທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ອີກດ້ວຍ. 

ວັນທີ 11 ພະຈິກ 2018, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເຂົ້າຮ່ວມວັນບຸນ ມະຫາສາມັກຄີ ທົ່ວປວງຊົນ ຢູ່ ຕາແສງ ຢູເຣີ ເກີມັນ, ເມືອງ ເກີຣົງ ອານາ,
ແຂວງ ດັກລັກ ໃນໂອກາດສະເຫຼີມສະຫຼອງ 88 ປີ ວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ. ພາບ: ຈີ໋ຢຸ້ງ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບປະຊາຊົນ ທຸກຊັ້ນຄົນ ໃນວັນບຸນມະຫາສາມັກຄີ ທົ່ວປວງຊົນ. ພາບ: ຖົ໋ງເຍິດ/VNA


ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີ໊ນ ກັບ ປະຊາຊົນ ບ້ານ ນາມໂອຈິ່ງ ໃນວັນບຸນ
ມະຫາສາມັກຄີ ທົ່ວປວງຊົນ ປີ 2019 ທີ່ບ້ານ ນາມໂອຈິ່ງ, ຕາແສງ ຖຸ້ຍຈິ່ງ, ເມືອງ ຖ໋າຍຖຸ້ຍ, ແຂວງ ຖ໋າຍບິ່ງ. ພາບ: ຈ້ອງ ດຶກ/VNA



ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢ້ຽມຢາມບັນດາຫ້າງ ຮ້ານ ແນະນຳຜະລິດຕະພັນ ໃນກອງປະຊຸມສະຫຼຸບ 10 ປີ ປະຕິບັດ ການຂົນຂວາຍ “ຊາວຫວຽດນາມ ໃຫ້ບູລິມະສິດ ໃຊ້ສິນຄ້າຫວຽດ ນາມ”
ຢູ່ ຮ່າໂນ້ຍ, ວັນທີ 21 ພຶດສະພາ 2019. ພາບ: ເຈິ່ນຫວຽດ/VNA



ປະທານປະເທດ ເຈືອງເຕິ໋ນຊາງ ຢ້ຽມຢາມຖາມຂ່າວ, ມອບ ຂອງຂວັນ ໃຫ້ຄອບຄົວ ທີ່ເປັນຕົວແທນ ໃນວັນບຸນມະຫາສາ ມັກຄີ ທົ່ວປວງຊົນ
ຂອງ ຕາແສງ ອານໝີ໊, ເມືອງ ບິ່ງລຸກ, ແຂວງ ຮ່ານາມ, ວັນທີ 4 ພະຈິກ 2014. ພາບ: ຫງວຽນຄາງ/VNA



ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີ໊ນ ມອບຊໍ່ດອກໄມ້ອວຍພອນວັນບຸນ ຄຣິສມາດ ທີ່ສຳນັກງານ
ຄະນະຕົວແທນສາສະໜາ ຄຣິສທະຈັກ ປະເສີດ, ແຂວງ ດັກລັກ (2019). ພາບ: ຕ໋ວນແອງ/VNA




ປະຊາຊົນບ້ານ ຈ່າເລົ໋າ, ຕາແສງ ເນີ້ມຢ໊າຍ, ເມືອງ ເກວຟອງ ເຕັ້ນສາກ ໃນວັນບຸນ ມະຫາສາມັກຄີທົ່ວປວງຊົນ. ພາບ: ແທງຕຸ່ງ/VNA


ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ ແຂວງ ເບັ໋ນແຈ ສົມທົບກັບ ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ກອງບັນຊາການທະຫານເຮືອ ເຂດ 2 ຈັດຕັ້ງ ມອບ ຖັງເກັບນ້ຳ,          ສະໜອງ ນໍ້າຈືດ, ນໍ້າດື່ມ ໃຫ້ ປະຊາຊົນ ທ່ີມີສະພາບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ ແລະ ປະຊາຊົນ ຢູ່ເຂດປະສົບກັບໄພແຫ້ງແລ້ງ, ນໍ້າເຄັມ ຢູ່ ແຂວງ ເບັ໋ນແຈ (ວັນທີ 22 ກຸມພາ 2020). ໃນພາບ: ສູບນໍ້າຈືດ ໃຫ້ປະຊາຊົນ ໂດຍບໍ່ຄິດຄ່າ. ພາບ: ຮີ່ວນຟຸກເຮົ້າ/VNA
ບັນດາການເຄື່ອນໄຫວຂອງ ແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ມຸ່ງສູ່ ບັນດາພື້ນຖານ, ພື້ນທີ່ຊຸມຊົນ; ຊຸກຍູ້ຢ່າງແຂງແຮງ ບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ ເພື່ອຕອບ ສະໜອງ ຕາມຄວາມມຸ່ງຫວັງ ແລະ ແກ້ໄຂບັນຫາທີ່ແທດເໝາະ ຕົວຈິງ ຂອງ ປະຊາຊົນ. ຍົກສູງຄຸນນະພາບ ຂະບວນການຂົນຂວາຍ “ທົ່ວປວງຊົນ ສາມັກຄີ ກໍ່ສ້າງ ຊົນນະບົດໃໝ່, ຕົວເມືອງສີວິໄລ”, ການຂົນຂວາຍ “ຊາວຫວຽດນາມ ໃຫ້ບູລິມະສິດ ໃຊ້ສິນຄ້າ ຫວຽດນາມ” ແລະ ຂະບວນການແຂ່ງຂັນ “ສາມັກຄີ ປະດິດສ້າງ, ຍົກສູງ ປະສິດທິພາບ, ຄຸນນະພາບ, ປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນ”. 
“ແນວໂຮມປະເທດຊາດ ຫວຽດນາມ ເປັນຂົວຕໍ່ທີ່ໝັ້ນແກ່ນ ຂອງ ປະຊາຊົນ ກັບພັກ, ລັດ ຊຶ່ງບໍ່ມີອິດທິກຳລັງໃດ ສາມາດແບ່ງແຍກ ໄດ້”. 
(ຄັດຈາກຄຳປາໄສຂອງ ສະຫາຍ ເລຂາທິການໃຫຍ່, ປະທານ ປະ ເທດ ຫງວຽນຝູ໋ຈ້ອງ ໃນພິທີສະເຫຼີມສະຫຼອງ 90 ປີ ວັນສ້າງ ຕັ້ງ ແນວໂຮມແຫ່ງຊາດ ເອກະພາບ ຫວຽດນາມ-ວັນມູນເຊື້ອ ຂອງ ແນວໂຮມປະເທດຊາດ ຫວຽດນາມ (ວັນທີ 18 ພະຈິກ 1930-ວັນທີ 18 ພະຈິກ 2020)


ຜ່ານເວລາເກືອບໜຶ່ງສະຕະວັດ ກັບຫຼາຍຮູບການຈັດຕັ້ງ ແລະ ຊື່ ເອີ້ນທີ່ແຕກຕ່າງກັນ, ແນວໂຮມແຫ່ງຊາດເອກະພາບ ຫວຽດນາມ, ປັດຈຸບັນແມ່ນ ແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍ ຈົ່ງຮັກພັກດີ ຕໍ່ຜົນປະໂຫຍດ ຂອງ ປະຊາຊົນ, ເປັນຕົວແທນໃຫ້ ມູນເຊື້ອສາມັກຄີ ຂອງ ທົ່ວປວງຊົນ ທັງຊາດ, ເປັນສັນຍະລັກ ກ່ຽວກັບຄວາມເອກອ້າງທະນົງໃຈ, ເຊີດຊູຄວາມເປັນຊາດ, ເປັນພູມປັນຍາ, ກຳລັງແຮງ ທີ່ບໍ່ອາດສັ່ນສະເທືອນໄດ້ ຂອງຊາວ ຫວຽດນາມ ຜູ້ຮັກຊາດ ຫຼາຍຮຸ່ນຄົນ ໃນການຕໍ່ສູ້ ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນໜຶ່ງດຽວ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ແນວໂຮມປະເທດຊາດ ຫວຽດນາມ ໄດ້ກາຍເປັນບ່ອນສະແດງໃຫ້ເຫັນເຈດຈຳນົງ, ຄວາມປາດຖະໜາ ຂອງ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ; ບ່ອນເຕົ້າໂຮມ ແລະ ເສີມຂະຫຍາຍ ສິດເປັນເຈົ້າ ຂອງ ປະຊາຊົນ, ສາມັກຄີ ໃຫ້ກຳລັງໃຈ ປະຊາຊົນ ພ້ອມກັນ ຜ່ານຜ່າ ທຸກຄວາມຫຍຸ້ງຍາກລຳບາກ, ສູ້ຊົນບືນຂຶ້ນ ຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ກ່ຽວກັບເສດຖະກິດ, ສັງຄົມ, ຍົກສູງຖານະບົດບາດ, ຮູບພາບ ຂອງ ຊາດຫວຽດນາມ ບົນເວທີສາກົນ.
 
ບົດ: VNP ສັງລວມ-ພາບ: VNA

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

Top