ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດຶດງດູໃຈສຳລັບແຂກທ່ອງທ່ຽວສາກົນ ສະແດງອອກດ້ວຍຕົວເລກ 1.99 ລ້ານເທື່ອຄົນມາ ຫວຽດນາມໃນເດືອນຜ່ານມາ.
ຕາມຕົວເລກໂດຍກົມສະຖິຕິ, ກະຊວງການເງິນ ຫວຽດນາມ ປະກາດໃນຕອນເຊົ້າວັນທີ 3 ກັນຍາ, ສະພາບການພັດທະນາເສດຖະກິດ ຫວນຽດນາມ ໃນເດືອນສິງຫາປີ 2026 ມີຄວາມຄືບໜ້າ. ໃນນັ້ນ ຈຸດພົ້ນເດັ່ນແມ່ນບັນດາຂົງເຂດ: ການດຶງດູດເງິນລົງທຶນຂອງຕ່າງປະເທດ, ການທ່ອງທ່ຽວ, ການພັດທະນາອຸດສາຫະກຳ.
ໃນເດືອນສິງຫາປີ 2026, ຍອດລາຍຮັບງົບປະມານແຫ່ງລັດຄາດວ່າບັນລຸ 5.77 ຕື້ USD . ການຜະລິດອຸດສາຫະກຳສືບຕໍ່ຮັກສາທ່າເຕີບໂຕທີ່ຕັ້ງໜ້າ. ໄລ່ລວມໃນ 8 ເດືອນຂອງປີ 2026, ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນເປັນ 11.9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ແມ່ນລະດັບສູງກ່ວາໝູ່ຂອງ 8 ເດືອນ ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນໆໃນຫຼາຍປີຜ່ານມາ.
ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດຶດງດູໃຈສຳລັບແຂກທ່ອງທ່ຽວສາກົນ ສະແດງອອກດ້ວຍຕົວເລກ 1.99 ລ້ານເທື່ອຄົນມາ ຫວຽດນາມໃນເດືອນຜ່ານມາ. ໄລ່ລວມໃນ 8 ເດືອນຂອງປີ 2026, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 15.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ແມ່ນຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ສູງທີ່ສຸດໃນ 8 ເດືອນຂອງບັນດາປີໃນຫອາຍປີຜ່ານມາ.
(ແຫຼ່ງຄັດຈາກ VOV)