ຂ່າວສານ

ເສດ​ຖະ​ກິດ​ເດືອນ​ສິງ​ຫາ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ຫວຽດ​ນາມ ​ສືບ​ຕໍ່ແມ່ນ​ຈຸດ​​ນັດ​ພົບ​ທີ່​ດຶດງ​ດູ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ສະ​ແດງ​ອອກ​ດ້ວຍ​ຕົວ​ເລກ 1.99 ລ້ານ​ເທື່ອ​ຄົນ​ມາ ຫວຽດ​ນາມ​ໃນ​ເດືອນ​ຜ່ານ​ມາ.
  (ພາບ: VNA)  

ຕາມ​ຕົວ​ເລກ​ໂດຍ​ກົມ​ສະ​ຖິ​ຕິ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ກັນ​ຍາ, ສະ​ພາ​ບ​ການພັດ​ທະ​ນາ​ເສດ​ຖະ​ກິດ ຫວ​ນຽດ​ນາມ ໃນ​ເດືອນ​ສິງ​ຫາ​ປີ 2026 ມີ​ຄວາມ​ຄືບ​ໜ້າ. ໃນ​ນັ້ນ ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ຂົງ​ເຂດ: ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ.

ໃນ​ເດືອນ​ສິງ​ຫາ​ປີ 2026, ຍອດ​ລາຍ​ຮັບ​ງົບ​ປະ​ມານ​ແຫ່ງ​ລັດ​ຄາດ​ວ່າ​ບັນ​ລຸ 5.77 ຕື້ USD . ການ​ຜະ​ລິດອຸດ​ສາ​ຫະ​ກຳ​ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ທີ່​ຕັ້ງ​ໜ້າ. ໄລ່​ລວມ​ໃນ 8 ເດືອນ​ຂອງ​ປີ 2026, ດັດ​ຊະ​ນີ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ​ເປັນ 11.9% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງປີ​ກາຍ, ແມ່ນ​ລະ​ດັບ​ສູງ​ກ່​ວາ​ໝູ່​ຂອງ 8 ​ເດືອນ ເມ​ື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນໆ​ໃນຫຼາຍ​ປີ​ຜ່ານ​ມາ.

ຫວຽດ​ນາມ ​ສືບ​ຕໍ່ແມ່ນ​ຈຸດ​​ນັດ​ພົບ​ທີ່​ດຶດງ​ດູ​ໃຈ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ສະ​ແດງ​ອອກ​ດ້ວຍ​ຕົວ​ເລກ 1.99 ລ້ານ​ເທື່ອ​ຄົນ​ມາ ຫວຽດ​ນາມ​ໃນ​ເດືອນ​ຜ່ານ​ມາ. ໄລ່​ລວມ​ໃນ 8 ເດືອນ​ຂອງ​ປີ 2026, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ບັນ​ລຸ 15.9 ລ້ານ​ເທື່ອ​ຄົນ, ເພີ່ມ​​ຂຶ້ນ 14% ເມ​ື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ແລະ ແມ່ນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ ຫວຽດ​ນາມ ສູງ​ທີ່​ສຸດ​ໃນ 8 ເດືອນ​ຂອງ​ບັນ​ດາ​ປີ​ໃນຫ​ອາຍ​ປີ​ຜ່ານ​ມາ.


top