ພາຍຫຼັງ 3 ປີ ປະຕິບັດມະຕິເລກທີ 10-NQ/TW ປີ 2017, ປັດ ຈຸບັນ ຂົງເຂດເສດຖະກິດເອກະຊົນ ຫວຽດນາມ ມີການພັດທະ ນາ ຢ່າງເຂັ້ມແຂງ ທັງດ້ານຄຸນນະພາບ, ປະລິມານ ແລະ ຂະ ໜາດ, ສືບຕໍ່ເປັນກຳລັງໜູນ ຕົ້ນຕໍ່ໃນ ການຂະຫຍາຍຕົວເສດ ຖະກິດຫວຽດນາມ. ຫວຽດນາມ ໄດ້ໂລກ ຮູ້ເຖິງ ຜ່ານບັນດາ ຊື່ ສຽງຂອງບໍລິສັດເອກະຊົນ ຄື: Vingroup, Sun Group, T&T Group, Thaco, Vietjet, TH True Milk, Masan... ວິສາ ຫະກິດເອກະຊົນ ຫຼາຍແຫ່ງບັນລຸໄດ້ວົງເງິນ ສົ່ງອອກຫຼາຍລ້ານ ໂດລາສະຫະລັດ, ປະກອບສ່ວນຢ່າງສຳຄັນ ເຂົ້າໃນການຂະ ຫຍາຍຕົວ, ເກັບງົບປະມານ ແລະ ແກ້ໄຂບັນ ຫາວຽກເຮັດງານ ທຳ, ຮັບປະກັນຄວາມສະຫງົບປອດໄພສັງຄົມ.
“ເດືອນ ມັງກອນ 2021, ທົ່ວປະເທດມີວິສາຫະກິດໃໝ່ເກືອບ 10.100 ແຫ່ງ”.
ຕາມກະຊວງແຜນການ ແລະ ການລົງທຶນ
|
ຊົນຫຼາຍແຫ່ງ ໄດ້ຮ່ວມຈິດຮ່ວມໃຈກັບບັນດາກະຊວງ, ຂະແໜງ ການ ແລະ ລັດຖະບານ ໃນການປ້ອງກັນ ແລະ ຕ້ານການແຜ່ ລະບາດຂອງ ໂຄວິດ-19 ຢ່າງມີປະສິດທິຜົນ, ສິ່ງດັ່ງ ກ່າວສະ ແດງໃຫ້ເຫັນ ການຮ່ວມມືຢ່າງມີປະສິດທິພາບລະຫວ່າງ 3 ຝ່າຍ ຄື: ລັດຖະບານ-ວິສາຫະກິດ-ປະຊາຊົນ.
ໃນແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2030, ບັນດາຜູ້ຊ່ຽວຊານ ທີ່ປຶກສາ ໄດ້ວາງອອກບັນດາ ບັນຫາຕ້ອງແກ້ໄຂ ເພື່ອເຮັດໃຫ້ເສດຖະກິດເອກະຊົນ ສາມາດ ກາຍເປັນກຳລັງໜູນທີ່ສຳຄັນ ຂອງ ພື້ນຖານເສດຖະກິດ ຫວຽດ ນາມ.

Sun World Fansipan Legend ຕັ້ງຢູ່ທິດຕາເວັນຕົກສ່ຽງ ໃຕ້ ຂອງ ເທດສະບານ ຊາປາ (ແຂວງ ລາວກາຍ), ເປັນເຂດ ທ່ອງທ່ຽວດ້ານວັດທະນະທຳ, ມີບໍລິການ ກະເສົາລອຍຟ້າ, ເຂດຜ່ອນຄາຍອາລົມ ແລະ ມີໂຮງແຮມຫຼູຫຼາ, ຕັ້ງຢູ່ ທ່າມ ກາງທໍາມະຊາດທີ່ກວ້າງໃຫຍ່ໄພສານ- ຈອມພູ Fansipan ໂດຍ ກຸ່ມບໍລິສັດ Sun Group ເປັນຜູ້ລົງທຶນ. ພາບ: ເອກະ ສານ ໂດຍ Sun Group ສະໜອງ
Vinhomes Royal City ຢູ່ ຮ່າໂນ້ຍ ເປັນເຂດເມືອງ ໃໝ່, ທັງເປັນສູນການຄ້າ, ເຂດພັກຜ່ອນອາລົມ, ຫ້ອງການ ທັນສະໄໝທີສຸດ ຫວຽດນາມ ໃນປັດຈຸບັນ, ຊຶ່ງລົງທຶນໂດຍ ກຸ່ມບໍລິ ສັດເອກະຊົນ Vingroup. ພາບ: VNP
ກໍາມະກອນຢູ່ໂຮງງານຜະລິດເສັ້ນໄໝ ຂອງ ບໍລິສັດຫຸ້ນ ສ່ວນ ຜ້າໄໝ ອ໋າເຈົາ (ອາຊີ-ເອີຣົບ) ຢູ່ນະຄອນ ບາວລົກ, ແຂວງ ເລີມດົ່ງ. ພາບ: VNP
ຕ່ອງໂສ້ໃນໂຮງງານຜະລິດລົດໃຫຍ່ ຍີ່ຫໍ້ Hyundai ແທ່ງ ກົງ ສັງກັດກັບບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ ແທ່ງກົງ, ຢູ່ ເຂດ ອຸດສາຫະກຳ ຢານເຂົາ (ເມືອງ ຢາວ໊ຽດ, ແຂວງ ນິງບິ່ງ). ພາບ: VNA
ຈາກການລົງທຶນຢ່າງມີແບບແຜນ, ຂະໜາດໃຫຍ່ ແລະ ທັນສະໄໝ, ການຜະລິດແບບຄົບວົງຈອນ “ຜະລິດ, ກວດກາ ແລະ ຈຳໜ່າຍໂດຍຕົນເອງ”, ຜັກປອດສານຜິດ VinEco ກໍາລັງກາຍເປັນທ່ີສົນໃຈຈາກຜູ້ບໍລິໂພກ ຫວຽດ ໃນປັດຈຸບັນ. ພາບ: VNP
ສະຫະກອນຜະລິດໝາກໂມ VietGap ຢູ່ບ້ານ 1, ຕາ ແສງ ຫວິງຖ້ວນໄຕ (ເມືອງ ວິຖຸຍ, ແຂວງ ເຫົ້າຢາງ). ພາບ: VNA
ສະຫະກອນ ສິນໃນນໍ້າ ຮວ່າຟອງ (ຕາແສງ ຮວ່າຢອງ, ເມືອງ ໝີ໋ຮ່າວ) ກາຍເປັນຕົວແບບຂອງແຂວງ ຮຶງອຽນ ໃນ ການປະຕິບັດສຳເລັດ ຂັ້ນຕອນການລ້ຽງປາສະອາດ ຕາມ ຕົວແບບ ສ້າງແມ່ນຳ້ ໃນໜອງ, ມີລາຍຮັບຫຼາຍສິບ ຕື້ດົ່ງ ຕໍ່ປີ. ພາບ: VNP
|
ເພື່ອເຮັດໃຫ້ສໍາເລັດເປົ້າໝາຍດັ່ງກ່າວ, ຫວ່າງແລ້ວນີ້ ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ປະຈຳລັດຖະບານ ສົນທະນາກ່ຽວກັບແຜນປ່ຽນແປງໃໝ່ຢ່າງ ຮອບດ້ານ, ການຄຸ້ມຄອງແຫ່ງລັດໃນຂົງເຂດເສດຖະກິດ ປະຕິ ບັດມະຕິຕົກລົງເລກທີ 10-NQ/TW ກ່ຽວກັບການພັດທະນາ ເສດຖະກິດເອກະຊົນ ກາຍເປັນກຳລັງໜູນທີ່ສຳຄັນ.
“ເຖິງທ້າຍປີ 2020, ຫວຽດນາມ ມີວິສາຫະກິດເອກະຊົນ ກວ່າ 800.000 ແຫ່ງ ເຄື່ອນໄຫວຕາມກົດໝາຍ ວິສາຫະກິດ ແລະ ຄອບຄົວເຮັດທຸລະກິດກວ່າ 5,4 ລ້ານຄອບຄົວ”.
ຕາມກະຊວງແຜນການ ແລະ ການລົງທຶນ
|
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: “ພວກເຮົາຮູ້ວ່າ ນີ້ເປັນແຜນການທີ່ສຳຄັນ, ຂະໜາດໃຫຍ່ ແລະ ຂອບເຂດກວ້າງຂວາງ, ມີ ຜົນກະທົບຢ່າງໃຫຍ່ຫຼວງ ໃຫ້ແກ່ຫຼາຍຂະແໜງການ, ຫຼາຍຂົງ ເຂດ, ພິເສດໃນສະພາບການພັດທະນາໃໝ່ຂອງປະເທດຊາດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ”.
ກ່ຽວກັບເປົ້າໝາຍລວມ, ເຖິງປີ 2030, ເພື່ອສ້າງພື້ນຖານ ແລະ ປ່ຽນໃໝ່ ຮູບແບບການຄຸ້ມຄອງລັດ ສູ່ລັດຖະບານດີຈີຕອນ, ຫັນ ຈາກການຄວບຄຸມ ມາເປັນການຄຸ້ມຄອງ ແລະ ການສ້າງ; ຈາກ ການແຊກແຊງໂດຍກົງ ມາເປັນການແຊກແຊງໂດຍທາງອ້ອມ; ຈາກການກວດກາເງື່ອນໄຂເຮັດທຸລະກິດ ມາເປັນການກວດກາ ເງື່ອນໄຂເຮັດທຸລະກິດ, ຖືກຕ້ອງຕາມຫຼັກການ ແລະ ທຳນຽມສາ ກົນ, ແນໃສ່ສ້າງສະພາບແວດລ້ອມ ແຫ່ງການເຮັດທຸລະກິດທີ່ ສະດວກໃຫ້ແກ່ບັນດາພາກສ່ວນເສດຖະກິດ ພັດທະນາ, ປະ ກອບສ່ວນບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການພັດທະນາ ເສດຖະກິດເອກະຊົນ ທີ່ໄດ້ຍົກໃຫ້ເຫັນໃນມະຕິເລກທີ 10-NQ/TW ແລະ ມະຕິຕົກລົງເລກທີ 98/NQ-CP.
ປີ 2021 ເປັນປີ ທ່ີສໍາຄັນ ສໍາລັບເສດຖະກິດ ທີ່ຈະກ້າວເຂົ້າສູ່ ໄລຍະໃໝ່ 2021-2025 ແລະ 2021-2030. ຈາກບັນດາຜົນ ງານທີ່ບັນລຸໄດ້ໃນໄລຍະ 2016-2020 ແລະ ບັນດາບົດຮຽນ ທີ່ຖອດຖອນໄດ້ໃນການບໍລິຫານ ແລະ ຄຸ້ມຄອງ, ພ້ອມກັບ ຄວາມມານະພະຍາຍາມ ຂອງ ບັນດາວິສາຫະກິດ ເສດຖະກິດ ເອກະຊົນ ແລະ ຄວາມຕັດສິນໃຈ ຂອງ ລະບົບການເມືອງ, ຫວັງ ວ່າ ບັນດາເປົ້າໝາຍເສດຖະກິດ ສັງຄົມ ປີ 2021 ຈະໄດ້ຮັບຜົນ ສຳເລັດຢ່າງຮອບດ້ານ ແລະ ເກີນຂາດໝາຍ.